ໃນຕອນເຊົ້້າວັນທີ 3 ກັນຍາ 2025 ທີ່ຫ້ອງປະຊຸມຊັ້ນ 1 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ໄດ້ຈັດກອງປະຊຸມຜ່ານໂຄງຮ່າງບົດຄົ້ນຄວ້າວິທະຍາສາດ ຂອງຄະນະບໍລິຫານງານຊາວໜຸ່ມ ສມປຊ ປະຈຳປີ 2025 ໃຫ້ກຽດເປັນປະທານໂດຍ: ທ່ານ ປອ ດາວສະຫວັນ​ ເຄືອ​ມີ​ໄຊ ຮອງ​ເລ​ຂາຄະ​ນະ​ບໍ​ລິ​ຫານ​ງານ​ພັກ, ຮອງ​ຫົວ​ໜ້າ​ສະ​ຖາ​ບັນ​ການ​ເມືອງ ແລະ ການ​ປົກ​ຄອງ​ແຫ່ງ​ຊາດ​, ມີນັກຄົ້ນຄວ້າວິທະຍາສາດໜຸ່ມ ແລະແຂກທີ່ຖືກເຊີນກໍ່ເຂົ້້າຮ່ວມ ລວມທັງໝົດ 21 ທ່ານ, ຍິງ 6 ທ່ານ.

ຈຸດປະສົງໃນການຈັດກອງປະຊຸມໃນມື້ນີ້ ກໍ່ເພື່ອຜ່ານໂຄງຮ່າງບົດຄົ້ນຄວ້າວິທະຍາສາດ ຂອງຄະນະບໍລິຫານງານຊາວໜຸ່ມ ສມປຊ ປະຈຳປີ 2025, ເພື່ອເປັນການຍົກສູງຄວາມຄິດ, ຄວາມສາມາດຂອງການຄົ້ນຄວ້າວິທະຍາ ສາດຂອງຊາວໜຸ່ມ ສມປຊ ໃຫ້ກ້າວໄປສູ່ລະດັບໃໝ່ ແລະເພື່ອເປັນການເສີມຂະຫຍາຍຊຸກຍູ້ການສະເໜີຂໍຕໍາແໜ່ງວິຊາການຄູ ຂອງ ສມປຊ ແລະເປັນການຍົກສູງການຄົ້ນຄວ້າວິທະຍາສາດຂອງສະຖາບັນໃຫ້ກວ້າງຂຶ້ນ.

ພ້ອມກັນນັ້ນ, ທ່ານ ປອ ດາວສະຫວັນ​ ເຄືອ​ມີ​ໄຊ ກໍ່ໄດ້ກ່າວເປີດກອງປະຊຸມພ້ອມທັງໃຫ້ທິດຊີ້ນໍາຕໍ່ກອງປະຊຸມໃນຫ້ອງປະຊຸມດັ່ງກາວ. ທ່ານ ປອ ໂພທອງ ໄຊທິບວົງສາ ຮອງຫົວໜ້າພະແນກຫ້ອງການເລຂາສະພາວິທະ ຍາສາດ ໄດ້ນໍາສະເໜີກ່ຽວກັບຮູບແບບການຄົ້ນຄວ້າ ແລະ ການຕີພິມລົງວາລະສານ ຂອງ ມຊ, ມະຫາວິທະຍາໄລສຸພາ ນຸວົງ, ວິທະຍາໄລສ້າງຄູຄັງໄຂ. ພ້ອມກັນນັ້ນ, ຍັງໄດ້ຮັບຟັງການຜ່ານໂຄງຮ່າງບົດຄົ້ນຄວ້າວິທະຍາສາດ ຂອງຄະນະບໍລິຫານງານຊາວໜຸ່ມ ສມປຊ ປະຈຳປີ 2025 ເຊິ່ງມີ 14 ຫົວຂໍ້ຫຍ່ອຍຈາກນັກວິທະຍາສາດໜຸ່ມດັ່ງລຸ່ມນີ້:

  1. ເພີ່ມທະວີການນໍາພາຂອງພັກຕໍ່ຄະນະຊາວໜຸ່ມ ປປລາວ ໃນເງື່ອນໄຂຫັນເປັນທັນສະໄໝ;
  2. ປັບປຸງກົງຈັກການຈັດຕັ້ງຂອງຊາວໜຸ່ມໃຫ້ມີປະສິດທິພາບ;
  3. ພັດທະນາຊາວໜຸ່ມ ຕິດພັນກັບການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ;
  4. ຍົກສູງຄວາມສາມາດ ໃນການໝູນໃຊ້ເຕັກໂນໂລຊີ ເຂົ້າໃນການຄົ້ນຄວ້າວິທະຍາສາດ;
  5. ສ້າງຈິດສານຶກທີ່ຖືກຕ້ອງ ໃຫ້ກັບຖັນແຖວຊາວໜຸ່ມ ໃນການນໍາໃຊ້ສື່ສັງຄົມອອນລາຍ;
  6. ຫັນວຽກງານຊາວໜຸ່ມ ເປັນດີຈິຕອນ;
  7. ຊາວໜຸ່ມກັບການຄົ້ນຄວ້ານະວັດຕະກໍາໃໝ່;
  8. ຍົກສູງບົດບາດປະຈັນບານ ຂອງຊາວໜຸ່ມ ໃນເງື່ອນໄຂຫັນເປັນວິທະຍາສາດທັນສະໄໝ;
  9. ພັດທະນາວຽກງານຊາວໜຸ່ມໃຫ້ທັນສະໄໝ;
  10. ສົ່ງເສີມການສ້າງວຽກເຮັດງານທໍາໃຫ້ແກ່ຊາວໜຸ່ມ;
  11. ຍົກສູງຄວາມສາມາດ ຂອງຊາວໜຸ່ມ ໃນການນໍາໃຊ້ AI ເຂົ້າໃນການພັດທະນາປະເທດຊາດ;
  12. ຍົກລະດັບຄວາມຮູ້ຄວາມສາມາດ ໃນການໝູນໃຊ້ເຕັກໂນໂລຊີ ຂອງຊາວໜຸ່ມ;
  13. ເພີ່ມທະວີການຈັດຕັ້ງປະຕິບັດນິຕິກາຂອງຊາວໜຸ່ມ ໃຫ້ມີປະສິດທິພາບ ແລະປະສິດທິຜົນ;
  14. ພັດທະນາຊາວໜຸຸ່ມ ຕາມວິໄສທັດ ພັດທະນາເສດຖະກິດດິຈິຕອນແຫ່ງຊາດ 

         ພ້ອມກັນນັ້ນ, ເພື່ອເປັນການຊີ້ທິດເຍືອງທາງໃນການໃຫ້ ໂຄງຮ່າງບົດວິທະຍາສາດໃຫ້ຄົບຖ້ວນສົມບູນ ພາຍໃນກອງປະຊຸມຍັງໄດ້ຮັບການປະກອບຄໍາຄິດ-ຄໍາເຫັນຢ່າງກົງໄປກົງມາຈາກສະພາວິທະຍາສາດ.

         ໃນຕອນທ້າຍກອງປະຊຸມປະທານໄດ້ສະຫຼຸບຄືນກອງປະຊຸມ ແລະເນັ້ນຕໍ່ນັກວິທະຍາສາດໜຸ່ມຄື:

  • ພາຍຫຼັງຄົ້ນຄວ້າສໍາເລັດການຂຽນບົດ ຈະໄດ້ຈັດກອງປະຊຸມສໍາມະນາຄືນໃໝ່, ສະນັ້ນຈຶ່ງຮຽກຮ້ອງມາຍັງນັກວິທະຍາສາດປະຕິບັດລົງມື້ຂຽນໂດຍໃຫ້ສໍາເລັດກາງເດືອນ 10;
  • ການຂຽນບົດວິທະຍາສາດດັ່ງກ່າວແມ່ນບໍ່ໃຫ້ກາຍ 15 ໝ້າ;
  • ມອບໃຫ້ກົມຄຸ້ມຄອງຄົ້ນຄວ້າວິທະຍາສາດຮີບຮ້ອນຈັດຝຶກອົບຮົມກ່ຽວກັບການຂຽນວາລະສານ;
  • ຜູ້ຂຽນຕ້ອງມີຄວາມຮັບຜິດຊອບສູງຕໍ່ກັບເນື້ອໃນບົດວິທະຍາສາດຂອງຕົນເອງ;
  • ມອບໃຫ້ຄະນະຮັບຜິດຊອບຕິດຕາມຊຸກຍູ້ໃນການເກັບກໍາບົດວິທະຍາສາດໃຫ້ທັນຕາມກໍານົດເວລາ.

ພາບ/ຂ່າວ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ