ໂດຍປະຕິບັດຕາມ ຂໍ້ກຳນົດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວດ້ານວິຊາການ ຂອງໂຮງຮຽນ ການເມືອງ ແລະ ການປົກຄອງແຂວງ ແລະນະຄອນຫຼວງ, ສະບັບເລກທີ 1131/ສມປຊ, ລົງວັທີ 24 ຕຸລາ 2019, ຕາມຂໍ້ຕົກລົງຂອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວ່າດ້ວຍການອະນຸມັດ ປິດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ III ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ສະບັບເລກທີ 746/ສມປຊ, ນະຄອນຫຼວງວຽງຈັນ, ວັນທີ 2 ມິຖຸນາ 2025, ຕາມຂໍ້ຕົກລົງ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວ່າດ້ວຍການອະນຸມັດເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ສົກປີ 2025 ສະບັບເລກທີ 745/ສມປຊ, ນະຄອນຫຼວງວຽງຈັນ, ວັນທີ 2 ມິຖຸນາ 2025, ຕາມມະຕິ ຂອງຄະນະປະຈໍາພັກ ແຂວງຊຽງຂວາງ ວ່າດ້ວຍການອະນຸມັດເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ປະຈໍາປີ 2025 ສະບັບເລກທີ 101/ຄປພຂ, ຊຽງຂວາງ, ລົງວັນທີ 06 ມີນາ 2025.

    ໃນຕອນເຊົ້າວັນທີ 05 ມິຖຸນາ 2025 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ ຂັ້ນກາງ  ຮຸ່ນທີ III ແລະເປີດຊຸດຮຽນທິດສະດີ ການເມືອງ ຂັ້ນກາງ ຮຸ່ນທີ IV ພາຍໃຕ້ການເປັນປະທານ ຂອງທ່ານ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານ ໜໍບີຫາ ຕົ່ງປາວ ຄະນະປະຈໍາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ-ທິດສະດີ, ມີທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ, ມີບັນດາແຂກຖືກເຊີນບັນດາພະແນກການພາຍໃນແຂວງ ແລະ 7 ເມືອງ, ມີພະນັກງານຄູ-ອາຈານ ແລະນັກສຶກສາທັງ 2 ຮຸ່ນເຂົ້າຮ່ວມທັງໝົດ 185 ສະຫາຍ, ຍິງ 59 ສະຫາຍ, ໃນພິທີ ທ່ານ ວັນສີ ທອງມະນີວົງ ຫົວໜ້າຂະແໜງວິຊາການ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວ່າດ້ວຍການອະນຸມັດປິດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ III ສະບັບເລກທີ 746 /ສມປຊ , ນະຄອນຫຼວງວຽງຈັນ, ວັນທີ 2 ມິຖຸນາ 2025, ຂໍ້ຕົກລົງ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວ່າດ້ວຍການອະນຸມັດເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ສົກປີ 2025 ສະບັບເລກທີ 745/ ສມປຊ, ນະຄອນຫຼວງວຽງຈັນ, ວັນທີ 2 ມິຖຸນາ 2025 ແລະຜ່ານມະຕິຕົກລົງອະນຸມັດລາຍຊື່ ຜູ້ເຂົ້າຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV, ຫຼັງຈາກນັ້ນ ທ່ານ ບຸນຊູ ອິດທິພົນ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຂຶ້ນຜ່ານບົດສະຫຼຸບປິດການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ III ແລະຜ່ານໂຄງການຫຼັກສູດການຮຽນ-ການສອນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV, ໃນນັ້ນ ຍັງໄດ້ມອບໃບຢັ້ງຢືນໃຫ້ນັກສຶກສາທີ່ຮຽນຈົບ ແລະມອບໃບຍ້ອງຍໍໃຫ້ນັກສຶກສາດີເດັ່ນ ແລະຜ່ານການຈັດຕັ້ງປະຕິບັດການຮຽນ-ການສອນ ສໍາລັບຂັ້ນກາງ ຮຸ່ນທີ III ປະຈໍາສົກຮຽນ 2024-2025, ສະເລ່ຍຜົນການຮຽນ ຂອງນັກສຶກສາຕະຫຼອດຊຸດຮຽນໃນຈໍານວນ 14 ວິຊາ ບວກກັບຄະແນນປ້ອງກັນບົດຈົບຊັ້ນ ສະຫຼຸບໄດ້ ຄື: ນັກສຶກສາຮຽນເກັ່ງໄດ້ຄະແນນເກຣດ A (ປະເພດດີເລີດ) ຕະຫຼອດຊຸດຮຽນມີ 28 ສະຫາຍ, ຍິງ 13 ສະຫາຍ ເທົ່າກັບ  46,66% ຖ້າທຽບໃສ່ຊຸດຮຽນທີ່ຜ່ານມາແມ່ນ ຈໍານວນເພີ່ມຂຶ້ນ 1 ເທົ່າຕົວ ຂອງນັກສຶກສາທີ່ຮຽນເກັ່ງປະເພດດີເລີດ, ນັກສຶກທີ່ໄດ້ຄະແນນເກຣດ B+ (ດີຫຼາຍ) ມີ 32 ສະຫາຍ, ຍິງ 06 ສະຫາຍ ເທົ່າກັບ 53,33%, ຄະແນນ ເກຣດ B ຫາເກຣດ F ແມ່ນບໍ່ມີ. ໃນຕອນທ້າຍພິທີ  ທ່ານ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ, ໃນນັ້ນທ່ານກໍໄດ້ສະແດງຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດທີ່ຍາດມາໄດ້ຕະຫຼອດໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ນັກສຶກສາສໍາເລັດການສຶກສາໃນຄັ້ງນີ້ ນໍາເອົາຄວາມຮູ້ທີ່ໄດ້ຮຽນມາໄປຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານ ຂອງຕົນ ແລະເນັ້ນໜັກໃຫ້ນັກສຶກສາ ຮຸ່ນໃໝ່ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນເອົາບົດຮຽນນໍາຄູ-ອາຈານ ເພື່ອພັດທະນາຄວາມຮູ້, ຄວາມສາມາດ ຂອງຕົນ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ ໃຫ້ມີປະສິດທິພາບ ແລະມີປະສິດທິຜົນໃຫ້ສູງຂຶ້ນກົ່ວເກົ່າ.  ເພື່ອເຮັດໃຫ້ພິທີມີຄວາມໝາຍ, ຄວາມສໍາຄັນເລິກເຊິ່ງ ແລະບັນລຸສໍາເລັດຕາມຄາດໝາຍ ທ່ານ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ ຄະນະບໍລິຫານງານພັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກໍໄດ້ກ່າວປິດພິທີຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ III ແລະເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ຢ່າງເປັນທາງການ. ພິທີດັ່ງກ່າວໄດ້ດໍາເນີນເປັນເວລາເຄິ່ງວັນ ຈຶ່ງໄດ້ປະສົບຜົນສໍາເລັດຢ່າງຈົບງາມ.

ຂ່າວ/ພາບ: ນາງ ຄໍາເພັດ ບຸນນະຈັນ (ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ)

ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ