ໃນວັນທີ 10 ມິຖຸນາ 2025 ແລະ ວັນທີ 12 ມິຖຸນາ 2025 ທີ່ຫ້ອງປະຊຸມຊັ້ນ 3 ຕຶກຫັດ (H) ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີຮັບມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງ ແລະເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ ຂອງ 3 ໜ່ວຍພັກຮາກຖານ ຄື: ໜ່ວຍພັກຮາກຖານຄະນະປັດຊະຍາ ແລະ ຄະນະກໍ່ສ້າງພັກ ແລະປະຫວັດສາດພັກ; ໜ່ວຍພັກຮາກຖານຫ້ອງການ; ໜ່ວຍພັກຮາກຖານສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ.
ຊຶ່ງໃນຕອນເຊົ້້າ ວັນທີ 10 ມິຖຸນາ 2025 ໜ່ວຍພັກຮາກຖານຄະນະປັດຊະຍາ ແລະ ຄະນະກໍ່ສ້າງພັກ ແລະປະຫວັດສາດພັກໄດ້ຈັດພິທີເລື່ອນສະມະຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນ ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ຮສ ພູວົງ ອຸ່ນຄໍາແສນ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການ ເມືອງ ແລະ ການປົກຄອງແຫ່ງຊາດ. ເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນ ມີທັງໝົດ 3 ສະຫາຍ, ຍິງ 2 ສະຫາຍ ຄື: ສະຫາຍ ສອນເພັດ ແກ້ວພາວົງ, ສະຫາຍ ນາງ ພູຊັບ ແຜງສອນ, ສະຫາຍ ນາງ ຈັນທະລີ ລໍຄໍາບັນຫຍ້າ.

ໃນຕອນແລງ ວັນທີ 10 ມິຖຸນາ 2025 ໜ່ວຍພັກຮາກຖານຫ້ອງການ ໄດ້ຈັດພິທີເລື່ອນສະມະຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນ, ເຊິ່ງໃຫ້ກຽດເປັນປະທານໂດຍ ທ່ານ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ, ກໍາມະການຄະນະພັກ, ຮອງຫົວໜ້າ ສມປຊ. ເລື່ອນສະມະຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນມີ ທັງໝົດ 2 ສະຫາຍ, ຍິງ 1 ສະຫາຍ ຄື: ສະຫາຍ ນາງ ສົມສະໜຸກ ສີມອນ; ສະຫາຍ ອຸ່ນເຮືອນ ວົງພະຈັນ.

ຕໍ່ມາ ໃນຕອນເຊົ້າວັນທີ 12 ມິຖຸນາ 2025 ໜ່ວຍພັກຮາກຖານສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ກໍໄດ້ຈັດພິທີຮັບສະມາຊິກພັກສໍາຮອງ ໃຫ້ກຽດເປັນປະທານໂດຍສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈໍາພັກ, ຫົວໜ້າ ສມປຊ ເຊິ່ງພິທີຮັບສະມາຊິກພັກສໍາຮອງ ມີຈໍານວນຍິງ 1 ສະຫາຍ ຄື: ສະຫາຍ ນາງ ມຸກມະນີ ສຸວັນນະລາດ.

ໃນຕອນທ້າຍພິທິ ປະທານໄດ້ເນັ້ນໜັກ ສະມາຊິພັກສໍາຮອງ ແລະສົມບູນໃໝ່ຂອງ ທັງ 3 ໜ່ວຍພັກຮາກຖານ ຈົ່ງພ້ອມກັນຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນສະມາຊິກພັກທີ່ດີເດັ່ນ ຂອງພັກປະຊາຊົນປະຕິວັດລາວໃນຕໍ່ໜ້າ, ກຳແໜ້ນແນວທາງນະໂຍບາຍ, ກົດລະບຽບຂອງພັກ, ກົດໝາຍຂອງລັດໃຫ້ເລິກເຊິ່ງ, ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານ ແລະບຸກບືນຜ່ານຜ່າທຸກຂໍ້ຫຍຸ້ງຍາກໃນການປະຕິບັດໜ້າທີ່ວຽກງານຂອງຕົນເອງດ້ວຍຄວາມຮັບຜິດຊອບສູງ, ມີນ້ຳໃຈເສຍສະຫຼະ, ມີຄວາມອົດທົນ, ຖືຜົນປະໂຫຍດສ່ວນລວມສູງກວ່າຜົນປະໂຫຍດສ່ວນຕົວ, ມີຄວາມເປັນແບບຢ່າງໃນການດຳລົງຊີວິດທີ່ປອດໃສຂາວສະອາດ.
ພາບ: ປທ ແກ້ວອຸດອນ ພັນດານຸວົງ
ຂ່າວ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ