ໃນຕອນເຊົ້້າວັນທີ 11 ມິຖຸນາ 2025 ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ; ປະກອບຄໍາເຫັນໃສ່ຄໍາເເນະນໍາ; ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2024 ແລະມອບ-ຮັບບັດສະມາຊິກພັກ ໃຫ້ກຽດເປັນປະທານຮ່ວມໂດຍສະຫາຍ ຮສ ພູວົງ ອຸ່ນຄໍາແສນ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາສະຫາຍຄະນະໜ່ວຍພັກ, ສະມາຊິກພັກພະນັກງານ, ຄູ-ອາຈານ, ໜ່ວຍພັກນັກສຶກສາປະລິນຍາໂທຫ້ອງ ຮຸ່ນທີ 20 ຫ້ອງ ກ ແລະ ຂ, ມີຄະນະກໍາມະການກວດກາຊຸກຍູ້ການປະຕິ ບັດແຜ່ນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມເເຂງ, ໜັກແໜ້ນ ພ້ອມດ້ວຍຄະນະຊ່ວຍວຽກ ເຊິ່ງເຂົ້້າຮ່ວມກອງປະຊຸມດັ່ງກ່າວລວມທັງໝົດ 100 ກວ່າທ່ານ.
ໃນກອງປະຊຸມ ສະຫາຍ ປອ ຄໍາຫຼ້າ ລໍວານໄຊ ຫົວໜ້າກົມກວດກາ ໄດ້ຂຶ້ນຜ່ານບົດສະຫຼຸບການກວດກາປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2024 ແລະແຜນປີ 2025 ເຊິ່ງໄດ້ກ່າວບາງດ້ານ ຄື: ດ້ານຄວາມຮັບຜິດຊອບໜ້າທີ່ການເມືອງ: ໜ່ວຍພັກພະນັກງານ, ຄູ-ອາຈານ: ໄດ້ຍົກສູງຄຸນນະພາບການນໍາພາບໍລິຫານລັດ ໃນການປະຕິບັດ ໜ້າທີ່ວິຊາສະເພາະ ດ້ວຍການປຸກລະດົມ, ເຕົ້າໂຮມຄວາມສາມັກຄີ, ຊຸກຍູ້ສົ່ງເສີມຄວາມຮູ້, ຄວາມສາມາດ ແລະຄວາມຮັບຜິດຊອບ ຂອງພະນັກງານ, ສະມາຊິກພັກ ເຂົ້າສູ່ວຽກງານຕົວຈິງ ເປັນຕົ້ນ ຂົງເຂດບໍລິຫານຕ່າງໆ ສາມາດຕອບສະໜອງແກ່ການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດ, ຮັບປະກັນຊີວິດການເປັນຢູ່ ຂອງສະມາຊິກພັກ, ພະນັກງານ-ລັດຖະກອນ, ນັກສຶກສາ, ນັກຄົ້ນຄວ້າ ຢູ່ໃນລະດັບດີ; ຂົງເຂດວຽກງານການຮຽນ-ການສອນ, ການຄົ້ນ ຄວ້າວິທະຍາສາດ ກໍໄດ້ເພີ່ມທະວີຄວາມເອົາໃຈໃສ່ຢ່າງຕໍ່ເນື່ອງ ອັນທີ່ພົ້ນເດັ່ນ ແມ່ນສາມາດເຮັດສຳເລັດການສ້າງຫຼັກ ສູດປະລິນຍາເອກ 4 ສາຂາ (ກໍ່ສ້າງພັກ, ເສດຖະສາດການເມືອງ, ປົກຄອງ, ປັດຊະຍາ). ດຳເນີນການຂຽນປື້້ມໄດ້ທັງໝົດ 16 ວິຊາ; ຄົ້ນຄວ້າວິທະຍາສາດ ພາຍໃນປະເທດ 89 ຫົວຂໍ້ຍ່ອຍ. ພ້ອມນັ້ນ, ຄູ-ອາຈານ ກໍໄດ້ແນະນຳຂຽນບົດປ້ອງກັນຈົບຊັ້ນ ຂອງນັກສຶກສາ ສຳເລັດຕາມແຜນການວາງໄວ້; ເອົາໃຈໃສ່ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດ ແລະອື່ນໆ ດ້ວຍຄວາມເປັນເຈົ້າການ. ຂົງເຂດນັກສຶກສາ: ໄດ້ຖືເອົາການຄົ້ນຄວ້າຮໍ່າຮຽນເປັນໜ້າທີ່ການເມືອງຕົ້ນຕໍ, ຝຶກຝົນຫຼໍ່ຫຼອມຕົນເອງດ້ວຍຄວາມຮັບຜິດຊອບ, ຈຳນວນຫຼາຍເປັນເຈົ້າການປະຕິບັດໂມງເວລາໃນການຂຶ້ນຫ້ອງ-ລົງຫ້ອງ, ເອົາໃຈໃສ່ຮັບຟັງການບັນຍາຍ, ຖາມ-ຕອບ ຄູ-ອາຈານ ດ້ວຍຄວາມຕັ້ງໜ້າ, ຄົ້ນຄວ້າຢູ່ຫໍສະໝຸດ, ນຳໝູ່ເພື່ອນ ແລະດ້ວຍຕົນເອງ ຜ່ານການຕີລາຄາ ໜ່ວຍພັກຈຳນວນໜຶ່ງກໍສາມາດສູ້ຊົນຄົ້ນຄວ້າຮໍ່າຮຽນ ໄດ້ຄະແນນຕາມແຜນການທີ່ວາງໄວ້ ແລະລື່ນຄາດໝາຍ ໃນບາງສາຂາວິຊາ.
ພ້ອມກັນນັ້ນສະຫາຍ ປອ ຄໍາໃບ ມາລາສິງ ກໍາມະການຄະນະພັກ, ຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ ກໍໄດ້ຜ່ານຮ່າງຄໍາແນະນໍາ ກ່ຽວການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງ ສມປຊ; ພ້ອມກັນນັ້ນ, ພາຍໃນກອງປະຊຸມຍັງໄດ້ມີການປະກອບຄໍາຄິດຄໍາເຫັນໃສ່ບັນດາຮ່າງເອກະສານສໍາຄັນດັ່ງກ່າວ; ຕໍ່ມາ ສະຫາຍ ປທ ນາງ ພອນໄຊ ລາດຊະວົງ, ກໍາມະການຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ກໍໄດ້ຜ່ານມະຕິຕົກລົງ ແລະດໍາເນີນການມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2024 ແລະຜ່ານມະຕິຕົກລົງ ຂອງຜູ້ຮັບບັດສະມະຊິກພັກ ເຊິ່ງລວມທັງໝົດ 24 ສະຫາຍ, ຍິງ 12 ສະຫາຍ.
ໃນຕອນທ້າຍກອງປະຊຸມ ປະທານໄດ້ມີບາງຄໍາເຫັນໂອລົມຄື: ຮຽກຮ້ອງມາຍັງແຕ່ລະໜ່ວຍພັກໃຫ້ສືບຕໍ່ປະຕິບັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້, ເຊື່ອມຊຶມບັນດານິຕິກໍາຕ່າງໆ ທີ່ພັກ-ລັດວາງອອກ, ສໍາລັບ ໜ່ວຍພັກໃດທີ່ຍັງມີສະມາຊິກພັກບໍ່ທັນໄດ້ຮັບບັດສະມາຊິກພັກ ກໍໃຫ້ສືບຕໍ່ບຸກບືນໃຫ້ໄດ້ຮັບໃນຄັ້ງຕໍ່ໄປ.

ຂ່າວ/ພາບ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ