ໃນຕອນແລງວັນທີ 11 ມິຖຸນາ 2025 ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ແລະສະຫຼຸບກວດກາສູນໂມງ ປະຈໍາປີ 2024 ໃຫ້ກຽດເປັນປະທານໂດຍ ທ່ານ ຮສ ພູວົງ ອຸ່ນຄໍາແສນ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານ ພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີພະນັກງານ, ຄູ-ອາຈານ ທົ່ວສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້້າຮ່ວມກອງປະຊຸມດັ່ງກ່າວ ລວມທັງໝົດ 200 ກວ່າທ່ານ.
ໃນກອງປະຊຸມ ທ່ານ ຮສ ພູວົງ ອຸ່ນຄໍາແສນ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວ ໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ໃຫ້ກຽດເລົ່າປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ວ່າ: ຜົນງານພົ້ນເດັ່ນໃນໄລຍະປີ 2020-2025 ໃນຊ່ວງເວລາດັ່ງກ່າວ ເປັນໄລຍະທີ່ສະພາບສາກົນ, ພາກພື້ນມີຄວາມສັບສົນ ແລະພາຍໃນປະເທດມີຄວາມຫຍຸ້ງຍາກດ້ານເສດຖະກິດ, ການເງິນ, ເງິນຕາ, ການແຜ່ລະບາດຂອງພະຍາດໂຄວິດ-19 ແລະປະສົບກັບໄພພິບັດທຳມະຊາດຢ່າງ ໜັກໜ່ວງ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ຂອງພະນັກງານ, ທະຫານ, ຕຳຫຼວດ ແລະປະຊາຊົນລາວບັນດາເຜົ່າ, ແຕ່ພາຍໃຕ້ການນຳພາຂອງພັກ, ລັດຖະບານ, ແນວລາວສ້າງຊາດ, ຄະນະພັກ-ອົງການປົກຄອງ ແຕ່ລະຂັ້ນ ພວກເຮົາຍັງຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ພະນັກງານ, ທະຫານ, ຕຳຫຼວດ ແລະປະຊາຊົນລາວບັນດາເຜົ່າຍັງມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ ພ້ອມກັນບຸກຍິນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ, ຄືດັ່ງມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XI ໄດ້ກຳນົດ 4 ການຫັນປ່ຽນໃນວຽກງານແນວໂຮມ ຄື:
1). ສ້າງຄວາມຮັບຮູ້ຄວາມເຂົ້າໃຈຕໍ່ວຽກງານແນວໂຮມໃນໄລຍະໃໝ່ຢ່າງເລິກເຊິ່ງ.
2). ຍົກສູງຄຸນນະພາບການເຄື່ອນໄຫວ ຂອງແນວລາວສ້າງຊາດແຕ່ລະຂັ້ນ ໂດຍການສ້າງລາຍຮັບເພີ່ມເຕີມທີ່ ຖືກກົດໝາຍ.
3). ຫັນປ່ຽນໃໝ່ດ້ານຮູບການ ແລະ ວິທີການປຸກລະດົມຂົນຂວາຍປະຊາຊົນຊັ້ນຄົນຕ່າງໆ ເຂົ້າຮ່ວມຂະບວນ ການແຂ່ງຂັນຮັກຊາດ ແລະພັດທະນາ.
4). ຫັນປ່ຽນຕ້ານຮູບແບບການຮ່ວມສໍາພັນ ລະຫວ່າງອົງການພາຄີດ້ວຍກັນໃນການເຄື່ອນໄຫວວຽກງານ ມະຫາຊົນ ໃຫ້ໄປຕາມທິດລວງດຽວກັນ ແລະແຜນພັດທະນາອົງການແນວລາວສ້າງຊາດ 5 ປີ (2021-2025). ໄດ້ອອກຄໍາແນະນໍາ ເລກທີ 009/ຄປຈ ກ່ຽວກັບການຈັດຕັ້ງປະຕິບັດ.
ພ້ອມກັນນັ້ນ, ໃນກອງປະຊຸມ ທ່ານ ປອ ຄໍາຫຼ້າ ລໍວານໄຊ ຫົວໜ້າກົມກວດກາ ກໍໄດ້ຂຶ້ນຜ່ານບົດສະຫຼຸບ ຂອງການກວດກາສູນໂມງ ປະຈໍາປີ 2024, ພ້ອມທັງມີການປະກອບຄໍາຄິດ, ຄໍາເຫັນຢ່າງກົງໄປກົງມາ ຂອງບັນຜູ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.
ໃນຕອນທ້າຍກອງຊຸມ ປະທານໄດ້ເນັ້ນໜັກ ແລະຮຽກຮ້ອງມາຍັງພະນັກງານ, ຄູ-ອາຈານ ທົ່ວສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈົ່ງກໍາແໜ້ນ ແລະນໍາເອົາເນື້ອໃນຈິດໃຈດັ່ງກ່າວ ໄປຈັດຕັ້ງຜັນຂະຫຍາຍເຂົ້້າໃນໜ້າທີ່ວຽກງານໃນຄວາມຮັບຜິດຊອບຂອງຕົນຢ່າງມີປະສິດທິຜົນສູງ ແລະດໍາເນີນການກວດກາສູນໂມງຢ່າງເປັນປົກກະຕິ.
ພາບ: ປທ ແກ້ວອຸດອນ ພັນດານຸວົງ
ຂ່າວ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ