ໃນລະຫວ່າງ ວັນທີ 26-27 ພຶດສະພາ 2025 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຕ້ອນຮັບຄະນະຜູ້ແທນຈາກ ໂຮງຮຽນພັກສູນກາງພັກກອມມູນິດຈີນ ນໍາໂດຍ ສະຫາຍ ສຈ ຈ້າວ ເຈີນຫົວຫົວໜ້າຄະນະເສດຖະ ສາດ, ໂຮງຮຽນພັກສູນກາງກອມມູນິດຈີນ ພ້ອມດ້ວຍຄະນະ ຈໍານວນ 6 ສະຫາຍ ມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບສະຖາບັນ. ໃນວັນທີ 27 ພຶດສະພາ 2025 ທີ່ຫ້ອງຮັບແຂກຕຶກ 5 ຊັ້ນ ຄະນະຜູ້ແທນຈາກ ໂຮງຮຽນພັກສູນກາງພັກກອມມູນິດຈີນ ໄດ້ເຂົ້າຢ້ຽມຄໍານັບ ສະຫາຍ ຮສ ພຸວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ສອງຝ່າຍໄດ້ລາຍງານສະພາບການຈັດຕັ້ງປະຕິບັດໜ້າທີ່ການເມືອງ ຂອງສອງສະຖາບັນຕໍ່ກັນ, ພ້ອມທັງລາຍງານສະພາບຈຸດພິເສດໃນການການຈັດຕັ້ງປະຕິບັດວຽກງານໃນໄລຍະປັດຈຸບັນ. ຫຼັງສໍາເລັດການຢ້ຽມຄໍານັບ ຄະນະຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນວິຊາການສອງຝ່າຍ ທີ່ຫ້ອງປະຊຸມຊັ້ນ 1 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ພາຍໃຕ້ຫົວຂໍ້: “ການພັດທະນາເສດຖະກິດສັງຄົມ ແລະ ການຄຸ້ມຄອງຢ່າງມີປະສິດທິພາບຂອງລັດ”, ໂດຍໃຫ້ກຽດເປັນປະທານຮ່ວມໂດຍ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈໍາພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ສະຫາຍ ສຈ ຈ້າວ ເຈີນຫົວ ຫົວໜ້າຄະນະເສດຖະສາດ, ໂຮງຮຽນພັກສູນກາງພັກກອມມູນິດຈີນ, ກອງປະຊຸມຄັ້ງນີ້ ມີຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ ລວມທັງໝົດ 60 ກວ່າທ່ານ.

ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ກໍເພື່ອແລກປ່ຽນບົດຮຽນບັນດາບົດວິທະຍາສາດ ລະຫວ່າງສອງສະຖາບັນ, ເຊິ່ງໃນກອງປະຊຸມໄດ້ນໍາສະເໜີ 8 ຫົວຂໍ້ ຄື: ຝ່າຍຈີນໄດ້ນໍາສະເໜີຈໍານວນ 4 ຫົວຂໍໃຫຍ່ ຄື: ບົດຮຽນ ແລະ ພຶດຕິກໍາ ການຫັນເປັນທັນສະໄໝແບບຈີນ, ຜົນສໍາເລັັັັັດ ແລະ ບົດຮຽນໃນການສໍ່ສ້າງວັດທະນະທໍາສັງຄົມຈີນ ໃນຍຸກໃໝ່, ເສັ້ນທາງຫຼັກໃນການສົ່ງເສີ່ມການຄຸ້ມຄອງລັດທັນສະໄໝ ຂອງຈີນ ແລະຫົວຂໍ້ຂົງເຂດການສ້າງຄວາມສາມາດການນໍາພາ. ໃນນັ້ນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດກໍ່ໄດ້ນໍາສະເໜີ 4 ຫົວຂໍ້ ຄື: ບົດຮຽນ ແລະ ພຶດຕິກໍາ ການຫັນເປັນທັນສະໄໝຂົງເຂດເສດຖະກິດ ຢູ່ ສປປ ລາວ, ການພັດທະນາວັດທະນະທໍາຢູ່ ສປປ ລາວ, ບົດຮຽນ ແລະ ພຶດຕິກຳ ການປັບປຸງການປົກຄອງລັດ ຢູ່ ສປປ ລາວ ແລະ ຫົວຂໍ້ບົດຮຽນ ແລະ ພຶດຕິກຳ ໃນການພັດທະນາຊັບພະຍາກອນມະນຸດ ຢູ່ ສປປ ລາວ, ນອກຈາກນີ້ແລ້ວ ພາຍໃນກອງປະຊຸມຍຍັງໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ.
ໃນຕອນທ້າຍກອງປະຊຸມ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈໍາພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ສະຫຼຸບຄືນກອງປະຊຸມວ່າ: ກອງປະຊຸມວິທະຍາສາດທິດສະດີໃນຄັ້ງນີ້ ມີຄວາມໜາຍສໍາຄັນຢ່າງຍິ່ງ ຕໍ່ການເເລກປ່ຽນບົດຮຽນທາງດ້ານທິດສະດີ ແລະພຶດຕິກໍາແລ້ວ ຍັງປະກອບສ່ວນໃນການພັດທະນາແນວທາງຂອງພັກ ແລະນະໂຍບາຍຂອງລັດ ລະຫວ່າງ ລາວ ແລະ ຈີນ ແລະເປັນກອງປະຊຸມທີ່ເພີ່ມຄັງສາງທາງດ້ານທິດສະດີ ແລະພຶດຕິກໍາ; ພ້ອມກັນນັ້ນ, ນັກວິທະຍາສາດທັງສອງຝ່າຍທີ່ຮັບຜິດຊອບແຕ່ລະຫົວຂໍ້ ລ້ວນແລ້ວແຕ່ເອົາໃຈໃສ່ໃນການສຸມໃສ່ຂຽນບົດວິທະຍາສາດຂອງຕົນເອງໃຫ້ສໍາເລັດ.
ພາຍຫຼັງສໍາເລັດການແລກປ່ຽນ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຄະນະຜູ້ແທນຈາກໂຮງຮຽນພັກສູນກາງພັກກອມມູນິດຈີນ ຈະສືບຕໍ່ເດີນທາງໄປແລກປ່ຽນບົດຮຽນຢູ່ບັນດາກະຊວງອ້ອມຂ້າງ ແລະເດີນທາງໄປຫຼວງພະບາງ ເພື່ອໄປແລກປ່ຽນບົດຮຽນ ກັບພະແນກອຸດສາຫະກໍາ ແລະ ການຄ້າແຂວງຫຼວງພະບາງ, ແລກປ່ຽນບົດຮຽນ ແລະ ຮັບຟັງການລາຍງານການພັດທະນາເສດຖະກິດ-ສັງຄົມ ຢູ່ແຂວງຫຼວງພະບາງ ແລະຄະນະຜູ້ແທນຈະເຄື່ອນໄຫວ ຢູ່ ສປປ ລາວ ຈົນຮອດວັນທີ 30 ພຶດສະພາ 2025.

ຂ່າວ: ປທ ນາງ ອາໄລ ພາລິໃບ
ພາບ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ