ໃນຕອນເຊົ້າ ຂອງວັນທີ 23 ພຶດສະພາ 2025 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ນໍາພາຊຸດຝຶກອົບຮົມພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູງ ໄລຍະ 15 ວັນ ຊຸດທີ II ເດີນທາງໄປທັດສະນະສຶກສາ ທີ່ແຂວງບໍລິຄຳໄຊ ໂດຍການນຳພາຄະນະຂອງ ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈໍາພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະໃຫ້ການຕ້ອນຮັບໂດຍ ທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງບໍລິຄໍາໄຊ.
ທໍາອິດກໍໄດ້ຮັບຟັງການລາຍງານສະພາບຈຸດພິເສດ, ທ່າແຮງການພັດທະນາຂອງແຂວງບໍລິຄໍາໄຊ; ໃນຕອນບ່າຍຂອງຂອງວັນດັ່ງກ່າວ ກໍໄດ້ລົງທັດສະນະສຶກສາ ຢູ່ຫ້ອງການບໍລິການເອກະສານຜ່ານປະຕູດຽວ ຂັ້ນແຂວງ ຊຶ່ງໃຫ້ການຕ້ອນຮັບຂອງ ທ່ານ ສົມຈິດ ພົມສະຫວັດ ຮັກສາການຫ້ອງການບໍລິການເອກະສານຜ່ານປະຕູດຽວ; ຕໍ່ມາກໍໄດ້ລົງທັດ ສະນະສຶກສາ ຢູ່ກອງຜະລິດກະສິກໍາຄົບວົງຈອນເລກ 1 ກອງທັບ ໃຫ້ກຽດຕ້ອນຮັບຂອງ ທ່ານ ພົຈວ ຈັນດີ ສຸລິວົງສັກ ກຳມະ ການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍຄະນະ-ຄະນະບັນຊາ ກົມຜະລິດກະສິກໍາ, ຄະນະພັກ-ຄະນະບັນຊາກອງຜະລິດກະສິກໍາຄົບວົງຈອນເລກ 1 ກອງທັບ, ໃນພິທີ ທ່ານ ພັທ ເມກທັນວາ ວີຣະຈິດ ຮອງຫົວໜ້າກົມຜະລິດກະສິກຳກົມໃຫຍ່ພະລາທິການກອງທັບ, ໄດ້ລາຍງານຫຍໍ້ກ່ຽວກັບປະຫວັດຕົ້ນກຳເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ໜ້າທີ່ພາລະບົດບາດ ແລະ ໜ້າທີ່ການເມືອງຂອງກົມກອງ ແລະຕໍ່ມາ ກໍໄດ້ລົງທັດສະນະສຶກສາ ສະຖານທີ່ສັກກະລະບູຊາ ກາບໄຫວ້ວັດພະ ບາດໂພນສັນ ຊຶ່ງໃຫ້ການຕ້ອນຮັບຂອງ ທ່ານ ເຄນ ສານຸວົງ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງທ່າພະບາດ ໄດ້ໃຫ້ຮູ້ກ່ຽວກັບປະຫວັດການຄົ້ນພົບຫີນສີລາລຶກຢູ່ວັດດັ່ງກ່າວ ແລະນໍາພາທ່ຽວຊົມສະຖານທີ່ຕ່າງໆພາຍໃນວັດ; ຫຼັງຈາກນັ້ນ, ກໍໄດ້ນໍາພາທ່ຽວຊົມວັດນາຄານິມິດໂພນສັນ; ນຳພາທ່ຽວແຫຼ່ງທ່ອງທ່ຽວທຳມະຊາດ ນໍ້າຕົກຕາດຊາຍ. ສຸດທ້າຍ, ໃນຕອນແລງຂອງວັນດັ່ງກ່າວ ຂະບວນທັດສະນະສຶກສາ ກໍໄດ້ເດີນທາງກັບຄືນສູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ