ໃນຕອນເຊົ້າຂອງວັນທີ 20 ສິງຫາ 2020 ຢູ່ທີ່ສະໂມສອນໃຫຍ່ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງອັດຕະປື. ໄດ້ຈັດພິທີປະກາດແຕ່ງຕັ້ງ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ຈໍານວນ 2 ທ່ານ ຂຶ້ນຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ມີນາພອນ ໄຊຊົມພູ ຮອງເລຂາພັກແຂວງ ຫົວໜ້າຈັດຕັ້ງແຂວງ. ມີບັນດາທ່ານ ຫົວໜ້າ-ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ພ້ອມດ້ວຍແຂກຖືກເຊີນ ຕະຫຼອດຮອດພະນັກງານ-ຄູອາຈານ ພາຍໃນ ແລະ ນັກສຶກສາລະບົບຊັ້ນກາງຮູ່ນທີ XI ເຂົ້າຮ່ວມທັງໝົດ.

ໃນພິທີໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການແຕ່ງຕັ້ງພະນັກງານ ໃນນັ້ນໄດ້ແຕ່ງຕັ້ງ ທ່ານ ນາງ ມະນີລາ ໄຊສົມບູນ ອາດີດ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງສະໜາມໄຊ ແລະ ທ່ານ ປທ ບຸນປັນ ໄຊຍະລາດ ຫົວໜ້າຂະແໜງວິຊາການ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ຂຶ້ນມາເປັນຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ.

ໃນຕອນທ້າຍພິທິ ທ່ານ ນາງ ມີນາພອນ ໄຊຊົມພູ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ໃຫ້ກຽດມີຄໍາເຫັນໂອ້ລົມວ່າ: ໃນພິທີປະກາດການຈັດຕັ້ງໃນມື້ນີ້ ແມ່ນມີຄວາມໝາຍຄວາມສໍາຄັນ ເຊິ່ງໄດ້ເພິ່ມກໍາລັງແຮງໜຶ່ງໃຫ້ໂຮງຮຽນການເມືອງ ແລະການປົກຄອງແຂວງ ທີ່ເປັນເສນາທີການໃຫ້ແກ່ຄະນະພັກແຂວງ ໃນການກໍ່ສ້າງ-ບໍາລຸງພະນັກງານໃນທົ່ວແຂວງອັດຕະປື ໃຫ້ມີຄວາມໜັກແໜ້ນ ແລະເຕີບໃຫຍ່ເຂັ້ມແຂງຂຶ້ນໄປເລື່ອຍໆ.

ຂ່າວ-ພາບໂດຍ: ທ່ານ ນ. ລັດຕະນາ ວັນນະວົງ ອາຈານ ຮມປຂ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ