ເພື່ອເປັນການສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດຫຼັກສູດການຮຽນການສອນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໃນສົກຮຽນ 2019-2020 ແລະສືບຕໍ່ວາງແຜນການຮຽນການສອນໃນສົກຮຽນ 2020-2021. ໃນຕອນເຊົ້າວັນທີ 21/08/2020 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ ແລະການປົກຄອງ ປະຈໍາສົກຮຽນ 2019-2020 ພາຍໃຕ້ການເປັນປະທານຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ, ມີຄະນະບໍລິຫານງານພັກ-ຄະນະອໍານວຍການ, ມີຫົວໜ້າໜ້າຫ້ອງການ, ກົມ, ຄະນະຕ່າງ, ສູນຂໍ້ມຄນຂ່າວສານ, ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

      ທ່ານ ປອ ນ. ໄກສອນ ຈັນສີນາ ກໍາມະການຄະນະບໍລິຫານງານພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານຕີລາຄາການຈັດຕັ້ງປະຕິບັດຫຼັກສູດການຮຽນການສອນໃນໜຶ່ງສົກປີຜ່ານມາ ເຊິ່ງການປະເມີນຜົນນັກສຶກສາປີສຸດທ້າຍ ຈໍານວນ 363 ຄົນ, ຍິງ 70 ຄົນ (ໃນນີ້ບໍ່ລວມປະລິນຍາໂທ ຮຸ່ນທີ 14 ຈໍານວນ 3 ຄົນ, ຍິງ 2 ຄົນ). ເຫັນໄດ້ວ່າ ຄະແນນສະສົມສະເລ່ຍ ຕະລອດໄລຍະການສຶກສາ ຂອງນັກສຶກສາປີສຸດທ້າຍມີຄື: ຄະແນນເກດ A ມີ 82 ຄົນ, ເທົ່າກັບ 22,59% ຂອງຈໍານວນນັກສຶກສາໃນປີສຸດທ້າຍ; ຄະແນນເກດ B+ມີ 279 ຄົນ, ເທົ່າກັບ 76,85% ຂອງຈໍານວນນັກສຶກສາໃນປີສຸດທ້າຍ ແລະຄະແນນເກດ B ມີ 2 ຄົນ, ເທົ່າກັບ 0,55% ຂອງຈໍານວນນັກສຶກສາໃນປີສຸດທ້າຍ. ໃນນັ້ນມີ: ນັກສຶກສາລະບົບຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ 25 ຄະແນນເກດ A ມີ 15 ຄົນ, ເທົ່າກັບ 27,27%; ຄະແນນເກດ B+ມີ 40 ຄົນ, ເທົ່າກັບ 72,73% ແລະຮຸ່ນທີ 26 ຄະແນນເກດ A ມີ 14 ຄົນ, ເທົ່າກັບ 26,41%, ຄະແນນເກດ B+ມີ 39 ຄົນ, ເທົ່າກັບ 73,59%; ນັກສຶກສາອະນຸປະລິນຍາ ຮຸ່ນທີ 17 ຄະແນນເກດ A ມີ 10 ຄົນ, ເທົ່າກັບ 17,24%; ຄະແນນເກດ B+ມີ 47 ຄົນ, ເທົ່າກັບ 81,03%; ຄະແນນເກດ B ມີ 1 ຄົນ, ເທົ່າກັບ 1,73%; ນັກສຶກສາປະລິນຍາຕີ ຮຸ່ນທີ 22 ແລະຕໍ່ເນື່ອງ ຮຸ່ນທີ 13 ຄະແນນເກດ A ມີ 9 ຄົນ, ເທົ່າກັບ 6,47%; ຄະແນນເກດ B+ມີ 129 ຄົນ, ເທົ່າກັບ 92,81%; ຄະແນນເກດ B ມີ 1 ຄົນ, ເທົ່າກັບ 0,72% ແລະນັກສຶກສາປະລິນຍາໂທ ຮຸ່ນທີ 13 ຄະແນນເກດ A ມີ 34 ຄົນ, ເທົ່າກັບ 58,62%; ຄະແນນເກດ B+ມີ 24 ຄົນ, ເທົ່າກັບ 41,38%.

      ໃນສົກຮຽນ 2019-2020 ນີ້ ນັກສຶກສາທີ່ສໍາເລັດການສຶກສາ ແລະໄດ້ຮັບປະກາສະນີຍະບັດ ມີທັງໝົດ 366 ຄົນ, ຍິງ 72 ຄົນ. ພາກຮຽນທີ 1 ມີທັງໝົດ 113 ຄົນ, ຍິງ 18 ຄົນ ໃນນັ້ນ: ມີນັກສຶກສາລະ ບົບຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ 25 ຈໍານວນ 55 ຄົນ, ຍິງ 7 ຄົນ; ນັກສຶກສາລະບົບປະລິນຍາໂທ ຮຸ່ນທີ 13 ຈໍານວນ 58 ຄົນ, ຍິງ 11 ຄົນ. ພາກຮຽນທີ 2 ມີທັງໝົດ 253 ຄົນ, ຍິງ 54 ຄົນ. ໃນນັ້ນ: ມີນັກສຶກສາລະບົບຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ 26 ຈໍານວນ 53 ຄົນ, ຍິງ 8 ຄົນ; ນັກສຶກສາລະບົບອະນຸປະລິນຍາ ຮຸ່ນທີ 17 ຈໍານວນ 58 ຄົນ, ຍິງ 14 ຄົນ; ນັກສຶກສາລະບົບປະລິນຍາຕີ ຮຸ່ນທີ 22 ຈໍານວນ 109 ຄົນ, ຍິງ 26 ຄົນ; ປະລິນຍາຕີຕໍ່ເນື່ອງ ຮຸ່ນທີ 13 ຈໍານວນ 30 ຄົນ, ຍິງ 4 ຄົນ ແລະນັກສຶກສາລະບົບປະລິນຍາໂທ ຮຸ່ນທີ 13 ຈໍານວນ 58 ຄົນ, ຍິງ 11 ຄົນ ແລະຮຸ່ນທີ 14 ຈໍານວນ 3 ຄົນ, ຍິງ 2 ຄົນ ແລະ ສືບຕໍ່ສຶກສາ ໃນສົກຮຽນຕໍ່ໄປ ມີຈໍານວນທັງໝົດ 555 ຄົນ, ຍິງ 143 ຄົນ.

      ຜ່ານການປະເມີນຜົນງານຕະຫຼອດການສຶກສາຈົນສໍາເລັດສາມາດສະຫຼຸບສັງລວມຜົນງານຂອງນັກສຶກສາ, ຄະນະພັກຄະນະຫ້ອງ ແລະຫ້ອງຮຽນດີເດັ່ນ ມີດັ່ງນີ້:

      ລະບົບຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ 25 ໄດ້ຮັບຍ້ອງຍໍ ຫ້ອງຮຽນດີເດັ່ນ ປະເພດ I, ຄະນະພັກຄະນະຫ້ອງດີເດັ່ນໃນການນໍາພາຊີ້ນໍາ ປະເພດ I ມີ 5 ຄົນ, ຍິງ 1 ຄົນ; ນັກສຶກສາຮຽນເກັ່ງມີວິໄນ ປະເພດ I ມີ 14 ຄົນ, ຍິງ 2 ຄົນ, ປະເພດ II ມີ 21 ຄົນ, ຍິງ 4 ຄົນ ແລະ 5 ເດືອນຮຸ່ນທີ 26 ໄດ້ຮັບຍ້ອງຍໍຫ້ອງຮຽນດີເດັ່ນປະເພດ I, ຄະນະພັກຄະນະຫ້ອງດີເດັ່ນໃນການນໍາພາຊີ້ນໍາ ປະເພດ I ມີ 5 ຄົນ, ຍິງ 2 ຄົນ; ນັກສຶກສາຮຽນເກັ່ງມີວິໄນ ປະເພດ I ມີ 14 ຄົນ, ຍິງ 3 ຄົນ, ປະເພດ II ມີ 17 ຄົນ, ຍິງ 4 ຄົນ.

      ລະບົບອະນຸປະລິນຍາ ຮຸ່ນທີ 17 ໄດ້ຮັບຍ້ອງຍໍ ຫ້ອງຮຽນດີເດັ່ນ ປະເພດ  I; ຄະນະພັກຄະນະຫ້ອງດີເດັ່ນໃນການນໍາພາຊີ້ນໍາ ປະເພດ I ມີ 4 ຄົນ, ຍິງ 1 ຄົນ, ປະເພດ II ມີ 1 ຄົນ; ນັກສຶກສາຮຽນເກັ່ງມີວິໄນ ປະເພດ I ມີ 9 ຄົນ, ຍິງ  6 ຄົນ, ປະເພດ II ມີ 17 ຄົນ, ຍິງ 8 ຄົນ, ປະເພດ III ມີ 11 ຄົນ, ຍິງ 0 ຄົນ.

      ລະບົບປະລິນຍາຕີ ຮຸ່ນທີ 22 (ກ) ແລະປະລິນຍາຕີຕໍ່ເນື່ອງ ຮຸ່ນທີ 13 ໄດ້ຮັບຍ້ອງຍໍ ຫ້ອງຮຽນດີເດັ່ນ ປະເພດ II; ຄະນະພັກຄະນະຫ້ອງດີເດັ່ນໃນການນໍາພາຊີ້ນໍາ ປະເພດ I ມີ 3 ຄົນ, ຍິງ 1 ຄົນ; ນັກສຶກສາຮຽນເກັ່ງມີວິໄນປະເພດ I ມີ 5 ຄົນ, ຍິງ 1 ຄົນ, ປະເພດ II ມີ 18 ຄົນ, ຍິງ 5 ຄົນ, ປະເພດ III ມີ 19 ຄົນ, ຍິງ 4 ຄົນ.

      ລະບົບປະລິນຍາຕີ ຮຸ່ນທີ 22 (ຂ) ແລະປະລິນຕີຕໍ່ເນື່ອງ ຮຸ່ນທີ 13 ໄດ້ຮັບຍ້ອງຍໍຫ້ອງຮຽນດີເດັ່ນປະເພດ II; ຄະນະພັກຄະນະຫ້ອງດີເດັ່ນໃນການນໍາພາຊີ້ນໍາປະເພດ II ມີ 2 ຄົນ, ຍິງ 0 ຄົນ; ນັກສຶກສາຮຽນເກັ່ງມີວິໄນປະເພດ I ມີ 3 ຄົນ, ຍິງ 0 ຄົນ, ປະເພດ II ມີ 20 ຄົນ, ຍິງ 6 ຄົນ, ປະເພດ III ມີ 14 ຄົນ ຍິງ 4 ຄົນ.

      ໂອກາດດຽວກັນນີ້, ທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ນັກສຶກສາທັງ 3 ລະບົບ ທີ່ໄດ້ສຳເລັດການຮຽນຕາມໂຄງການຫຼັກສູດຄັ້ງນີ້ ພ້ອມທັງມີທິດຊີ້ນຳໃຫ້ບັນດາສະຫາຍ ຈົ່ງສືບຕໍ່ຄົ້ນຄວ້າເຊື່ອມຊຶມເອົາບົດຮຽນ ທີ່ໄດ້ຮຽນມາແລ້ວນຳໄປຈັດຕັ້ງຜັນຂະຫຍາຍ ເພື່ອປັບປຸງແກ້ໄຂ ກ່ຽວກັບວຽກງານວິຊາສະເພາະຢູ່ໃນກົມກອງ-ທ້ອງຖິ່ນຂອງຕົນສັງກັດໃຫ້ມີການຫັນປ່ຽນແບບແຜນວິທີເຮັດວຽກໃຫ້ສອດຄ່ອງ ແລະ ອຸດົມສົມບູນກວ່າເກົ່າ, ເປັນແບບຢ່າງ ນຳໜ້າທີ່ດີໃຫ້ແກ່ອ້າຍນ້ອງພາຍໃນກົມກອງຢ່າງເຂັ້ມງວດ ແລະ ເອົາໃຈໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ກໍຄືພາຍໃນກຳລັງດ້ວຍຄວາມຍຸຕິທຳ ເພື່ອເຮັດສຳເລັດໜ້າທີ່ວຽກງານ ວິຊາສະເພາະທີ່ການຈັດຕັ້ງມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ ແລະ ມີປະສິດທິພາບ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ