ໃນຕອນເຊົ້າວັນທີ 16 ພຶດສະພາ 2025 ນັກສຶກສາທິດສະດີການເມືອງ ລະບົບປະລິນຍາໂທ ຮຸ່ນທີ XX ສາຂາການປົກຄອງ ໄດ້ໄປທັດສະນະສຶກສາ ຢູ່ນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນ-ໂນນທອງ, ນໍາພາຂະບວນໄປທັດສະນະຄັ້ງນີ້ ໂດຍ: ທ່ານ ປທ ຄໍາຝັ້ນ ແສງແກ້ວ ຫົວໜ້າພາກວິຊາລັດ ແລະກົດໝາຍ ແລະ ທ່ານ ປທ ນ. ພຸດສະດາພອນ ພິມມະວົງສາ ຮອງຫົວໜ້າພາກວິຊາລັດ ແລະກົດໝາຍ ແລະໃຫ້ກຽດຕ້ອນຮັບຂະບວນການດັ່ງກ່າວໂດຍ: ທ່ານ ພຸດສະຫວັນ ຂຸນຈັນທະ ປະທານ ສະພາບໍລິຫານເສດຖະກິດ ນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນ-ໂນນທອງ ເຊິ່ງມີຜູ້ເຂົ້າຮ່ວມຂະບວນໄປທັດສະນະສຶກສາຄັ້ງນີ້ ຈໍານວນ 26 ທ່ານ, ຍິງ 10 ທ່ານ ພ້ອມທັງອາຈານຕິດຕາມ 2 ທ່ານ, ເຊິ່ງໄດ້ດໍາເນີນເປັນເວລາເຄິ່ງວັນ.

  ຈຸດປະສົງໃນການໄປທັດສະນະໃນຄັ້ງນີ້ ເພື່ອສ້າງຄວາມຮັບຮູ້ການຄຸ້ມຄອງບໍລິຫານວຽກງານ ຂອງນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນ-ໂນນທອງ, ເພື່ອເຮັດໃຫ້ຄູ-ອາຈານ ແລະນັກສຶກສາ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຮັບຮູ້ ແລະເຂົ້າໃຈຂົງເຂດການຄຸ້ມຄອງບໍລິຫານລັດ-ການປົກຄອງ, ພ້ອມທັງກຳໄດ້ພື້ນຖານທິດສະດີ ແລະແນວທາງ ແຜນນະໂຍບາຍຂອງພັກ ແລະກົດໝາຍຂອງລັດ ຕິດພັນກັບພຶດຕິກໍາຕົວຈິງ ໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດ ເວົ້າລວມ, ເວົ້າສະເພາະ ກໍຄືການທັດສະນະສຶກສາ ຢູ່ນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນ-ໂນນທອງ. ພ້ອມຢ້ຽມຊົມບໍລິສັດ ໄດອິຈິ  ເຊິ່ງຜົນຂອງການໄປທັດສະນະສຶກສາຄັ້ງນີ້ ເຮັດໃຫ້ຄູ-ອາຈານ ແລະນັກສຶກສາ ໄດ້ຮັບຮູ້ຫຼາຍຢ່າງ ຄື: ປະຫວັດຄວາມເປັນມາ, ຈຸດພິເສດ, ນິຕິກໍາອະນຸຍາດເຂົ້າມາລົງທຶນ ຂອງຕ່າງປະເທດທີ່ມາລົງທຶນ ແລະແຜນພັດທະນາເສດຖະກິດ-ສັງຄົມ ຢູ່ນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນ-ໂນນທອງ.

          ພາຍຫຼັງສໍາເລັດການ ເຂົ້າຢ້ຽມຊົມ ບໍລິສັດ ໄດອິຈິແລ້ວ ກໍຍັງໄດ້ຟັງການບັນລະຍາຍ ກ່ຽວກັບການເຄື່ອນໄຫວຕ່າງໆ ຂອງບໍລິສັດ ໄດອິຈິ ເປັນຂອງປະເທດຍີ່ປຸ່ນ ທີ່ປະກອບສາຍໄຟຟ້າເຄື່ອງເຢັນສໍາລັບແອລົດ, ແອບ້ານ, ຕູ້ເຢັນ, ຕູ້ແຊ ແລະຜະລິດສາຍໄຟທີ່ປະກອບໄຟລົດ; ຈາກນັ້ນ, ຄະນະນໍາພານັກທັດສະນະສຶກສາ ກໍໄດ້ກ່າວຄໍາຂອບໃຈມາຍັງ ທ່ານ ພຸດສະຫວັນ ຂຸນຈັນທະ ປະທານ ສະພາບໍລິຫານເສດຖະກິດ ນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນ-ໂນນທອງ ພ້ອມທັງຄະນະບັນລະຍາຍ ແລະນໍາພາຢ້ຽມຊົມບັນດາສະຖານທີ່ຕ່າງໆ ຢູ່ພາຍໃນນິຄົມອຸດສາຫະກໍາ ແລະ ການຄ້າ ວຽງຈັນ-ໂນນທອງ.

ຂ່າວ/ພາບ: ປທ ນ. ພຸດສະດາພອນ ພິມມະວົງສາ

ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ