ໃນຕອນບ່າຍຂອງວັນທີ 16 ພຶດສະພາ 2025 ຢູ່ທີ່ຫ້ອງປະຊຸມຊັ້ນ 1 ຂອງຕຶກສູນຂໍ້ມູນຂ່າວສານ. ສະຖາບັນການເມືອງ ແລະ ການປົກ ຄອງແຫ່ງຊາດ ໄດ້ຈັດກອງປະຊຸມ ”ສ້າງ ແລະປັບປຸງຫຼັກສູດ ລະບົບປະລິນຍາຕີການເມືອງ ແລະ ການປົກຄອງພາຍໃຕ້ຄວາມຮັບຜິດ ຊອບໃນຈັດກອງປະຊຸມຄັ້ງນີ້ໂດຍ: ກົມຄຸ້ມຄອງການຮຽນ-ການສອນ ແລະໃຫ້ກຽດເປັນປະທານກອງປະຊຸມໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີທ່ານ ປອ ດາວສະ ຫວັນ ເຄືອມີໄຊ ຄະນະປະຈໍາພັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດກໍ່ໃຫ້ກຽດເຂົ້າຮ່ວມ ແລະມີ 12 ພາກສ່ວນທີ່ເຂົ້້າຮ່ວມເຊັ່ນ: ກົມຄຸ້ມຄອງການຮຽນ-ການສອນ, ຫ້ອງການປະກອບມີພະແນກພົວພັນ ແລະພະແນກການເງິນ, ກົມຈັດຕັ້ງ-ພະນັກງານສູນຄົ້ນຄ້ວາແນວຄິດ ໄກສອນ ພົມວິຫານ, ສູນຂໍ້ມູນຂ່າວສານ, ກົມກວດກາ ແລະ 5ຄະນະ, ລວມທັງໝົດມີ 25 ທ່ານ.

ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ມີຄື:

  1. ຜ່ານຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກວ່າດ້ວຍການມອບໂອນບາງຫຼັກສູດປະລິນຍາຕີ ແລະຫຼັກສູດເຊື່ອມຕໍ່ປະລິນຍາຕີ ຈາກກະຊວງສຶກສາທິການ ແລະກິລາຄືນໃຫ້ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ແລະມອບໃຫ້ສະຖາບັນຄົ້ນຄວ້າຫຼັກສູດໃໝ່ປະກອບມີລະອຽດດັ່ງນີ້:

– ຫຼັກສູດປະລິນຍາຕີປະກອບມີ 4 ສາຂາ: ວຽກງານຈັດຕັ້ງ, ວຽກງານກວດກາ,  ວຽກງານໂຄສະນາ ແລະວຽກງານອົງການຈັດຕັ້ງມະຫາຊົນ;

– ຫຼັກສູດເຊື່ອມຕໍ່ປະກອບ 3 ສາຂາ: ການເມືອງ, ການປົກຄອງ ແລະ ຄຸ້ມຄອງເສດຖະກິດ;

–  ສ້າງຫຼັກສູດໃໝ່ລະບົບປະລິນຍາຕີ ທາງດ້ານທິດສະດີມາກ-ເລນິນ, ວຽກງານກໍ່່ສ້າງພັກ, ກໍ່ສ້າງພະນັກງານ;

  1. ກວດກາຄືນບັນດາຫຼັກສູດທີ່ຍັງຄ້າງທີ່ຍັງບໍ່ທັນສຳເລັດ ແລະຍັງບໍ່ທັນປະຕິບັດໄດ້ປະກອບມີ: ຫຼັກສູດກວດ ການ, ຫຼັກສູດ 45 ວັນທິດສະດີການນຳ ແລະຫຼັກສູດປະລິນຍາເອກ;
  2. ກວດກາທົບທວນຄືນກ່ຽວກັບຫຼັກສູດທີ່ໄດ້ຈັດຕັ້ງປະຕິບັດດໍາເນີນໄປແລ້ວ ເຊັ່ນຫຼັກສູດທິດສະດີ 3 ຂັ້ນ: ອີງໃສ່ຫາງສຽງເຫັນວ່າມີໄລຍະເວລາການຮຽນດົນເກີນໄປ, ຈຶ່ງສະເໜີໃຫ້ຄົ້ນຄວ້າທົບທວນຄືນໂດຍສະເພາະແມ່ນຂັ້ນສູງ ທີ່ໄດ້ມີໄລຍະເວລາຮຽນ 9 ເດືອນ.

          ຜູ້ເຂົ້້າຮ່ວມກອງປະຊຸມໄດ້ມີການປະກອບຄຳຄິດເຫັນຢ່າງກົງໄປກົງມາ ແລະໃນຕອນທ້າຍກອງປະຊຸມປະທານໄດ້ສະຫຼຸບຄືນໃນການຈັດຕັ້ງປະຕິບັດດັ່ງນີ້:

          1). ການຈັດຕັ້ງປະຕິບັດຫຼັກສູດປະລິນຍາຕີທີ່ໄດ້ຖືກມອບໂອນມານີ້ສາມາດດໍາເນີນການຕາມຫຼັກສູດທີ່ມີແລ້ວ ແຕ່ບັນດາຄະນະວິຊາຕ້ອງມີຄວາມຮັບຜິດຊອບ ໃນການປັບປຸງເນື້ອໃນບົດສອນແຕ່ລະວິຊາທີ່ຂຶ້ນກັບຄະນະຕົນ ແລະໃຫ້ກະກຽມໃນການປັບປຸງ ຄຽງຄູ່ກັບການດຳເນີນໄປພ້ອມ ໂດຍສະເພາະທາງດ້ານເນື້ອໃນບໍ່ໃຫ້ຊຳ້ຊ້ອນກັບປະລິນຍາໂທ;

          – ຂັ້ນຕອນການກະກຽມການຈັດຕັ້ງປະຕິບັດດໍາເນີນຫຼັກສູດປະລິນຍາຕີຕໍ່ເນື່ອງ ແລະເຊື່ອຕໍ່ມອບໃຫ້ກົມ ຄຮສ ຂຶ້ນແຜນງົບປະມານຮັບໃຊ້ເພື່ອຮອງຮັບການດຳເນີນຫຼັກສູດດັ່ງກ່າວໃຫ້ທັນການ;

          – ມອບໃຫ້ຫ້ອງການ ແລະພະແນກການເງິນ ກວດກາຄືນທາງດ້ານງົບປະມານສົບທົບກັບກົມ ຄຮສ ແລະສະຖານທີ່ຫ້ອງຮຽນຈົນຮອດທີ່ພັກຂອງນັກສຶກສາ;

          – ແຜນກໍານົດຈໍານວນນັກສຶກສາປະລິນຍາຕີຕໍ່ເນື່ອງຄາດຄະເນທັງໝົດ 100ຄົນ/ສົກຮຽນ ແລະລະບົບເຊື່ອມຕໍ່ ກຳນົດເອົາຈຳນວນ 25-30 ຄົນ/ສາຍ (ລວມເປັນທັງໝົດ 90ຄົນ) ແລະຈະຕ້ອງໄດ້ເປີດເປັນຫ້ອງຮຽນສະເພາະລະບົບດັ່ງກ່າວຈຶ່ງເຫັນວ່າຈະຕ້ອງນຳໃຊ້ຫ້ອງເປັນຈຳນວນ 3ຫ້ອງຮຽນ (ໄລຍະຮຽນແມ່ນໜຶ່ງປີຫົກເດືອນ);

          – ການປັບປຸງເນື້ອໃນຫຼັ້ກສູດຂອງບັນດາຄະນະໃຫ້ສໍາເລັດ ຫຼັງຈາກກອງປະຊຸມໃຫຍ່ຄັັ້ງທີ່ XII ຂອງອົງຄະນະພັກ ສມປຊ.

          2). ການສ້າງຫຼັກສູດໃໝ່ຈະຕ້ອງໄປຖອດຖອນບົດຮຽນກັບ ສສຫວຽດນາມ (ເນັ້ນໃຫ້ຜູ້ຮູ້ພາສາໄປແລກປ່ຽນບົດຮຽນຄັ້ງນີ້);

          3). ຫຼັກສູດກວດກາ ແລະຫຼັກສູດ 45ວັນ ໃຫ້ສັງລວມບັນດາເນື້ອໃນໃຫ້ໄດ້ຄົບຖ້ວນ;

          4). ຫຼັກສູດທິດສະດີ 3ຂັ້ນ ມອບໃຫ້ກົມ ຄຮສ ເຮັດໜ້າທີ່ທາບທາມຍັ່ງຂໍ້ມູນກັບນັກສຶກສາລະອຽດ;

          5). ມອບໃຫ້ ທ່ານ ປອ ດາວ ສະຫວັນ ເຄືອມີໄຊ ຄະນະປະຈໍາພັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໃນການຄົ້ນຄວ້າປັບປຸງມະຕິ 072ຄືນ.  

ພາບ/ຂ່າວ ນາງ ທິດດາວອນ ດວງປະເສີດ

ບັນນາທິການ: ປທ ບຸນປັນ ສຸມູນທອງ