ກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍພັກໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາ ຈັດຂຶ້ນໃນວັນທີ 15 ພຶດສະພາ 2025 ໂດຍການເປັນປະທານ ຂອງສະຫາຍ ຄຳສີ ດັງສະໄຫວ ວ່າການແທນເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງ ແຂວງຫຼວງນໍ້າທາ ເປັນກຽດເຂົ້າຮ່ວມ ຂອງສະຫາຍ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຫຼວງນ້ຳທາ, ມີຜູ້ຕາງໜ້າຈາກ 3 ອົງການຈັດຕັ້ງ ຄື: ຄະນະຈັດຕັ້ງ ແລະ ຄະນະໂຄສະນາອົບຮົມແຂວງ, ກວດກາພັກ-ອົງການກວດກາລັດ, ມີຄະນະໜ່ວຍພັກຕະຫຼອດຮອດສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ແສງ ເຊືອຍສົມບັດ ຄະນະໜ່ວຍພັກ ໄດ້ຜ່ານຮ່າງບົດລາຍງານການເມືອງ ແລະສະຫາຍ ຄໍາຟອງ ລາດຊະພົນ ຜ່ານບົດສຳຫຼວດການນຳພາລວມ ຂອງຄະນະພັກ ທີ່ມີດ້ານດີ, ດ້ານອ່ອນ ທີ່ຈະໄດ້ປັບປຸງແກ້ໄຂໃຫ້ດີຂຶ້ນໃນຕໍ່ໜ້າ, ໂດຍສະເພາະໄດ້ເອົາໃຈໃສ່ດ້ານວິຊາສະເພາະ ກໍຄືການຮຽນ-ການສອນ ເຊິ່ງມັນສະແດງອອກໃນໄລຍະ 5 ປີຜ່ານມາ, ໜ່ວຍພັກໄດ້ເອົາໃຈໃສ່ນຳພາ-ຊີ້ນໍາ ການປະຕິບັດວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ, ເປັນຕົ້ນແມ່ນໄດ້ນໍາພາຈັດຕັ້ງການປະຕິບັດຫຼັກສູດການຮຽນ-ການສອນ ຕາມໂຄງການຫຼັກສູດທິດສະດີການເມືອງລະບົບຂັ້ນກາງ ຫຼື ຂັ້ນກາງ, ຊັ້ນຕົ້ນ ຫຼື ຂັ້ນຕົ້ນ, 45 ວັນ ແລະໂຄງການ 10 ວັນ ທີ່ສະຖາບັນການ ເມືອງ ແລະການປົກຄອງແຫ່ງຊາດ ໄດ້ກຳນົດອອກ; ນໍາພາການຂຶ້ນຫ້ອງສິດສອນ ຂອງຄູ-ອາຈານ; ການຄົ້ນຄວ້າຮໍ່າຮຽນ ຂອງນັກສຶກສາແຕ່ລະລະບົບຜ່ານການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາໄດ້ສໍາເລັດການຮຽນ-ການສອນທິດສະດີການເມືອງລະບົບ 10 ວັນໄດ້ 22 ຊຸດ ມີຈຳນວນນັກຝຶກອົບຮົມ ທັງໝົດ 738 ຄົນ, ຍິງ 108 ຄົນ; ລະບົບ 45 ວັນໄດ້ 9 ຊຸດມີຈຳນວນນັກສຶກສາ ທັງໝົດ 506 ຄົນ, ຍິງ 173 ຄົນ; ລະບົບຂັ້ນຕົ້ນ ໄດ້ 8 ຊຸດ ມີຈຳນວນນັກສຶກສາທັງໝົດ 334 ຄົນ, ຍິງ 108 ຄົນ, ລະບົບຂັ້ນກາງ ໄດ້ 5 ຊຸດ ມີຈຳນວນນັກສຶກສາ ທັງໝົດ 261 ຄົນ, ຍິງ 70 ຄົນ ແລະລະບົບທິດສະດີການເມືອງຂັ້ນຕົ້ນ ຫຼັກສູດໃໝ່ ໄດ້ 3 ຊຸດ ມີນັກສຶກສາທັງໝົດ 135 ຄົນ, ຍິງ 32 ຄົນ; ຂັ້ນກາງ ໄດ້ 2 ຊຸດມີນັກສຶກສາທັງໝົດ 108 ຄົນ, ຍິງ 21 ຄົນ. ນອກນັ້ນ, ຍັງໄດ້ຂຽນບົດວິທະຍາສາດໄດ້ທັງໝົດ 10 ບົດ ແລະບົດວາລະສານ 3 ບົດ; ໄປພ້ອມກັບການນໍາພາ-ຊີ້ນຳທາງດ້ານວິຊາການ, ໜ່ວຍພັກຍັງໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານບໍລິຫານ-ຈັດຕັ້ງ ແລະອົງການຈັດຕັ້ງມະຫາຊົນໃຫ້ເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ຕາມພາລະບົດບາດ, ສິດ ແລະໜ້າທີ່ ຂອງຕົນເປັນປົກກະຕິ ແລະມີຜົນສຳເລັດແລ້ວ ສະມາຊິກແຕ່ລະສະຫາຍ ຍັງໄດ້ໃຊ້ເວລາຫວ່າງສ້າງລາຍໄດ້ເຂົ້າສູ່ຄອບຄົວເພີ່ມ ດ້ວຍການຄ້າຂາຍ, ອອກແຮງງານປູກຝັງ ແລະລ້ຽງສັດ. ປະຈຸບັນພະນັກງານ, ຄູ-ອາຈານ ມີເນື້ອທີ່ນາ 5,73 ເຮັກຕາ, ສວນຢາງພາລາ 27,8 ເຮັກຕາ, ມີສັດປີກ 450 ໂຕ, ມີໝູ 43 ໂຕ, ແບ້ 64 ໂຕ. ສະເລ່ຍລາຍຮັບຂອງສະມາຊິກພັກໄດ້ 49.038.000 ກີບ/ຄົນຕໍ່ປີ (ໄລ່ທັງເງິນເດືອນ) ເພື່ອເຮັດໃຫ້ຄອບຄົວພະນັກງານ, ສະມາຊິກພັກພາຍໃນໜ່ວຍພັກມີຢູ່ມີກິນ ແລະເຫຼືອແຮໄວ້ ຕາມຄຳຂວັນທີ່ວ່າ: “ກຸ້ມຕົນເອງ, ເພີ່ງຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ”.
ໃນຕອນທ້າຍກອງປະຊຸມ ກໍໄດ້ປ່ອນບັດຄັດເລືອກເອົາເລຂາຄະນະພັກຊຸດໃໝ່ ແລະເປີດກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ຄຳສີ ດັງສະໄຫວ ເປັນເລຂາໜ່ວຍພັກ, ສະຫາຍ ແສງ ເຊືອຍສົມບັດ ເປັນຮອງເລຂາໜ່ວຍພັກ ທັງເປັນປະທານກວດກາໜ່ວຍພັກ, ສະຫາຍ ແກ້ວລະຄອນ ທິລາວັນ ເປັນຄະນະ ພ້ອມນັ້ນ ກອງປະຊຸມຍັງໄດ້ປ່ອນບັດຄັດລືອກເອົາຜູ້ແທນສົມບູນ ແລະສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ lX ຂອງອົງຄະນະພັກ ແຂວງຫຼວງນໍ້າທາ ຈຳນວນ 2 ສະຫາຍຕື່ມອີກ.

ຂ່າວ/ພາບ: ນັກຂ່າວໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນໍ້າທາ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ