ໃນຕອນແລງ ຂອງວັນທີ 15 ພຶດສະພາ 2025 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດການເເຂ່ງຂັນກິລາ-ສິິລະປະວັນນະຄະດີ ຊີງຂັນຫົວໜ້າ ສມປຊ ຄັ້ງທີ XIII ປະຈຳສົກປີ 2024-2025 ຂຶ້ນຢ່າງເປັນຂະບວນຟົດຟື້ນ. ໃນພິທີໃຫ້ກຽດເຂົ້າຮ່ວມຮັບຊົມ ແລະທັງເປັນປະທານ ໂດຍ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ສມປຊ, ຫົວໜ້າ ສມປຊ ພ້ອມດ້ວຍຄະນະພັກ, ມີຄະນະພັກ, ຄະນະກົມ, ຄະນະຕ່າງໆ, ຄະນະສູນ ທັັງສອງສູນ, ມີອົງການຈັດຕັ້ງມະຫາຊົນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາທົ່ວ ສມປຊ ເຂົ້າຮ່ວມຢ່າງພ້ອມພຽງ. ກ່ອນຈະເຂົ້າສູ່ພິທີປິດ ຜູ້ເຂົ້າຮ່ວມໃນພິທີໄດ້ຮັບຊົມການແຂ່ງຂັນກິລາເຕະບານຮອບຊິງຊະນະເລີດຊາຍ ລະຫວ່າງ ຄູ-ອາຈານ ແລະນັກສຶກສາ.
ຫຼັງຈາກສຳເລັດການແຂ່ງຂັນແລ້ວ ທ່ານ ປທ ແສງຈັນ ຈັນທະສຸກ ຫົວໜ້າຄະນະຮັບຜິດຊອບກິລາ-ສິລະປະວັນນະຄະດີ ໄດ້ເປັນກຽດຂຶ້ນຜ່ານເນື້ອໃນບົດສະຫຼຸບຕະຫຼອດໄລຍະຂອງການແຂ່ງຂັນ ຊຶ່ງໄດ້ຜ່ານການເປີດຂະບວນການແຂ່ງຂັນ ເຫັນວ່າ: ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດການແຂ່ງຂັນກິລາ, ສິລະປະ-ວັນນະຄະດີ ໃນໄລຍະ 3 ເດືອນກວ່າຜ່ານມາ ນັບແຕ່ວັນທີ 29 ມັງກອນ ຫາ 13 ພຶດສະພາ 2025 ຂະບວນການແຂ່ງຂັນກິລາ, ສິລະປະ-ວັນນະຄະດີ ແມ່ນດໍາເນີນການຕາມແຜນການທີ່ວາງໄວ້ ເຊິ່ງມາຮອດປັດຈຸບັນ ສາມາດສັງລວມໄດ້ຜົນການແຂ່ງຂັນ ຂອງ 5 ປະເພດກິລາ ແລະ ມີ 4 ປະເພດສິລະປະ-ວັນນະຄະດີ ຄື:
- ປະເພດກິລາ.
– ກິລາບານເຕະຊາຍ: ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 6 ທີມ ຜົນການແຂ່ງຂັນ ມີດັ່ງນີ້:
+ ຊະນະເລີດ (ປະເພດ 1) ທີມພະນັກງານ-ຄູອາຈານ.
+ ຮອງຊະນະເລີດ (ປະເພດ 2) ທີມນັກສຶກສາປະລິນຍາໂທ ຮຸ່ນທີ 20 ຫ້ອງຂໍ.
ຮອງຊະນະເລີດ (ປະເພດ 3) ທີມນັກສຶກສາປະລິນຍາໂທ ຮຸ່ນທີ 20 ຫ້ອງກໍ.
– ກິລາບານເຕະຍິງ: ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 6 ທີມ ຜົນການແຂ່ງຂັນ ມີດັ່ງນີ້:
+ ຊະນະເລີດ (ປະເພດ 1) ທີມຄູ-ອາຈານ ສມປຊ.
+ ຮອງຊະນະເລີດ (ປະເພດ 2) ທີມນັກສຶກສາທິດສະດີຂັ້ນສູງ 9 ເດືອນ ຮຸ່ນທີ 7.
+ ຮອງຊະນະເລີດ (ປະເພດ 3) ທີມນັກສຶກສາປະລິນຍາໂທ ຮຸ່ນທີ 20 ຫ້ອງກໍ.
– ກິລາບານສົ່ງຊາຍ: ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 6 ທີມ ຜົນການແຂ່ງຂັນ ມີດັ່ງນີ້:
+ ຊະນະເລີດ (ປະເພດ 1) ທີມນັກສຶກສາປະລິນຍາໂທ ຮຸ່ນທີ 20 ຫ້ອງຂໍ.
+ ຮອງຊະນະເລີດ (ປະເພດ 2) ທີມນັກສຶກສາປະລິນຍາໂທ ຮຸ່ນທີ 20 ຫ້ອງກໍ.
+ ຮອງຊະນະເລີດ (ປະເພດ 3) ທີມນັກສຶກສາທິດສະດີການເມືອງຂັ້ນກາງ 6 ເດືອນ ຮຸ່ນທີ 4.
– ກິລາບານສົ່ງຍິງ: ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 6 ທີມ ຜົນການແຂ່ງຂັນ ມີດັ່ງນີ້:
+ ຊະນະເລີດ (ປະເພດ 1) ທີມພະນັກງານ, ຄູ-ອາຈານ.
+ ຮອງຊະນະເລີດ (ປະເພດ 2) ທີມນັກສຶກສາປະລິນຍາໂທ ຮຸ່ນທີ 20 ຫ້ອງກໍ.
+ ຮອງຊະນະເລີດ (ປະເພດ 3) ທີມນັກສຶກສາທິດສະດີຂັ້ນສູງ 9 ເດືອນ ຮຸ່ນທີ 7.
– ກິລາເປຕັງຊາຍ: ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 8 ທີມ, ຜົນການແຂ່ງມີດັ່ງນີ້:
+ ຊະນະເລີດ (ປະເພດ 1) ທີມນັກສຶກສາປະລິນຍາໂທ ຮຸ່ນທີ 20 ຫ້ອງກໍ ທີມ 1.
+ ຮອງຊະນະເລີດ (ປະເພດ 2) ທີມນັກສຶກສາທິດສະດີຂັ້ນສູງ 9 ເດືອນ ຮຸ່ນທີ 6.
+ ຮອງຊະນະເລີດ (ປະເພດ 3) ທີມນັກສຶກສາປະລິນຍາໂທ ຮຸ່ນທີ 20 ຫ້ອງກໍ ທີມ 2.
– ກິລາເປຕັງຍິງ: ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 8 ທີມ, ຜົນການແຂ່ງຂັນ ມີດັ່ງນີ້:
+ ຊະນະເລີດ (ປະເພດ 1) ທີມນັກສຶກສາປະລິນຍາໂທ ຮຸ່ນທີ 20 ຫ້ອງຂໍ ທີມ 1.
+ ຮອງຊະນະເລີດ (ປະເພດ 2) ທີມນັກສຶກສາປະລິນຍາໂທ ຮຸ່ນທີ 20 ຫ້ອງຂໍ 2 ທີມ 2.
+ ຮອງຊະນະເລີດ (ປະເພດ 3) ທີມພະນັກງານ-ຄູອາຈານ.
– ກິລາກະຕໍ້ຊາຍ: ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 6 ທີມ, ຜົນການແຂ່ງຂັນ ມີດັ່ງນີ້:
+ ຊະນະເລີດ (ປະເພດ 1) ທີມປະລິນຍາໂທ ຮຸ່ນທີ 20 ຫ້ອງກໍ.
+ ຮອງຊະນະເລີດ (ປະເພດ 2) ທີມພະນັກງານ-ຄູອາຈານ.
+ ຮອງຊະນະເລີດ (ປະເພດ 3) ທີມນັກສຶກສາທິດສະດີຂັ້ນສູງ 9 ເດືອນ ຮຸ່ນທີ 7.
– ກິລາດຶງເຊືອກປະສົມຊາຍ-ຍິງ: ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 5 ທີມ, ຜົນການແຂ່ງຂັນ ມີດັ່ງນີ້:
+ ຊະນະເລີດ (ປະເພດ 1) ທີມນັກສຶກສາປະລິນຍາໂທ ຮຸ່ນທີ 20 ຫ້ອງຂໍ.
+ ຮອງຊະນະເລີດ (ປະເພດ 2) ທີມນັກສຶກສາປະລິນຍາໂທ ຮຸ່ນທີ 20 ຫ້ອງກໍ.
+ ຮອງຊະນະເລີດ (ປະເພດ 3) ທີມພະນັກງານ-ຄູອາຈານ.
+ ປະເພດສິລະປະ-ວັນນະຄະດີ.
– ຮ້ອງເພງ: ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 5 ທີມ, ຜົນການແຂ່ງຂັນ ມີດັ່ງນີ້:
+ ຊະນະເລີດ (ປະເພດ 1) ທີມພະນັກງານ-ຄູອາຈານ.
+ ຮອງຊະນະເລີດ (ປະເພດ 2) ທີມນັກສຶກສາປະລິນຍາໂທ ຮຸ່ນທີ 20 ຫ້ອງກໍ.
+ ຮອງຊະນະເລີດ (ປະເພດ 3) ທີມນັກສຶກສາປະລິນຍາໂທ ຮຸ່ນທີ 20 ຫ້ອງຂໍ.
– ຂັບລໍາທ້ອງຖິ່ນ: ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 5 ທີມ, ຜົນການແຂ່ງຂັນ ມີດັ່ງນີ້:
+ ຊະນະເລີດ (ປະເພດ 1) ທີມນັກສຶກສາປະລິນຍາໂທ ຮຸ່ນທີ 20 ຫ້ອງຂໍ.
+ ຮອງຊະນະເລີດ (ປະເພດ 2) ທີມນັກສຶກສາທິດສະດີການເມືອງຂັ້ນກາງ 6 ເດືອນ ຮຸ່ນທີ 4.
+ ຮອງຊະນະເລີດ (ປະເພດ 3) ທີມນັກສຶກສາປະລິນຍາໂທ ຮຸ່ນທີ 20 ຫ້ອງກໍ.
– ຟ້ອນລວມໝູ່ຍິງ-ຊາຍ: ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 5 ທີມ, ຜົນການແຂ່ງຂັນ ມີດັ່ງນີ້:
+ ຊະນະເລີດ (ປະເພດ 1) ທີມນັກສຶກສາທິດສະດີການເມືອງຂັ້ນກາງ 6 ເດືອນ ຮຸ່ນທີ 4.
+ ຮອງຊະນະເລີດ (ປະເພດ 2) ທີມພະນັກງານ-ຄູອາຈານ.
+ ຮອງຊະນະເລີດ (ປະເພດ 3) ທີມນັກສຶກສາປະລິນຍາໂທ ຮຸ່ນທີ 20 ຫ້ອງກໍ.
- ລໍາວົງລາວ: ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 5 ທີມ, ຜົນການແຂ່ງຂັນ ມີດັ່ງນີ້:
+ ຊະນະເລີດ (ປະເພດ 1) ທີມນັກສຶກສາປະລິນຍາໂທ ຮຸ່ນທີ 20 ຫ້ອງຂໍ.
+ ຮອງຊະນະເລີດ (ປະເພດ 2) ທີມນັກສຶກສາປະລິນຍາໂທ ຮຸ່ນທີ 20 ຫ້ອງກໍ.
+ ຮອງຊະນະເລີດ (ປະເພດ 3) ທີມນັກສຶກສາທິດສະດີການເມືອງຂັ້ນກາງ 6 ເດືອນ ຮຸ່ນທີ 4.
ຕອນທ້າຍພິທີ ທ່ານປະທານ ໄດ້ມີຄໍາເຫັນໂອ້ລົມຕໍ່ວຽກງານກິລາ, ສິລະປະ-ວັນນະຄະດີ ຄື: ໃນການແຂງຂັນຄັ້ງນີ້ແມ່ນຢາກເນັ້ນໜັກເຖິງຄວາມສາມັກຄີ, ຄວາມເປັນຈິດໜຶ່ງໃຈດຽວກັນ, ຖືເອົາຂະບວນການດັ່ງກ່າວເປັນຂະບວນທີ່ດຶງດູດເຕົ້າໂຮມກໍາລັງແຮງ ແລະຜູກແໜ້ນຄວາມສາມັກຄີ ຂອງທຸກພາກສ່ວນ ຢູ່ພາຍໃນ ສມປຊ ໃຫ້ໜັກແໜ້ນຍິ່ງຂຶ້ນ.
ຂ່າວ/ພາບ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ