ໃນຕອນເຊົ້້າ ຂອງວັນທີ 5 ພຶດສະພາ 2025 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດພິທີປາຖະກະຖາວັນກໍາມະກອນສາກົນ ວັນທີ 1 ພຶດສະພາ 2025 ຄົບຮອບ 139 ປີ (1 ພຶດສະພາ 1886 -1 ພຶດສະພາ 2025) ພາຍໃຕ້ການເປັນປະທານໂດຍທ່ານ ທ່ານ ເລັດ ໄຊຍະພອນ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງ ສະຫາພັນກຳມະບານລາວ, ມີທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ທ່ານ ປອ ສາຍຄໍາ ມູນມະນີວົງ ຄະນະບໍລິຫານງານພັກ, ຜູ້ຊີ້ນໍາວຽກງານອົງການ ຈັດຕັ້ງມະຫາຊົນ, ທ່ານ ປອ ສີສົມພອນ ວົງພະຈັນ ປະທານຄະນະບໍລິຫານງານສະຫາພັນກຳມະບານສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກໍໃຫ້ກຽດເຂົ້າຮ່ວມກອງປະຊຸມ. ມີບັນດາຄະນະປະຈໍາພັກ, ກໍາມະການພັກ, ບັນດາທ່ານຮອງຫົວໜ້າສະຖາບັນ, ບັນດາກົມຈັດຕັ້ງ-ພະນັກງານ, ກົມກວດກາ, ກົມຂະບວນການ ແລະຫ້ອງການ ຈາກສູນກາງສະຫາພັນກໍາມະບານລາວ, ມີບັນດາສະມະຊິກກໍາມະທົ່ວ ສມປຊ ກໍເຂົ້າຮ່ວມ ລວມທັັງໝົດ 200 ກວ່າທ່ານ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້: ແມ່ນຮັບຟັງປາຖະຄາຖາເຫຼົ່າມູນເຊື້ອວັນກຳມະກອນສາກົນ ຄົບຮອບ 139 ປີ ແລະພິທີປະດັບຫຼຽນກາ ແລະມອບໃບຍ້ອງຍໍໃຫ້ແກ່ສະມາຊິກກຳມະບານ ແລະອົງການຈັດຕັ້ງໜ່ວຍກຳມະບານຮາກຖານ ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານ 5 ເປັນເຈົ້າຕະຫຼອດໄລຍະຜ່ານມາ.
ໃນພິທີດັ່ງກ່າວ ທ່ານ ເລັດ ໄຊຍະພອນ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງ ສະຫາພັນກຳມະບານລາວ ໃຫ້ກຽດປາຖະຄາຖາເລົ່າມູນ ເຊື້ອວັນກຳມະກອນສາກົນ ເຊິ່ງທ່ານໄດ້ກ່າວບາງດ້ານວ່າ: ຂະບວນການຕໍ່ສູ້ ແລະຄວາມຮຽກຮ້ອງຕ້ອງການ ຂອງກໍາມະກອນສາກົນ, ສະພາບການ ຂອງຂະບວນການກຳມະກອນສາກົນ ນັບແຕ່ປີ 1886 ເປັນຕົ້ນມາ ຂະບວນການດັ່ງກ່າວຍັງໄດ້ເປັນສັນຍາລັກການຕໍ່ສູ້ທີ່ສໍາຄັນຂອງຊົນຊັ້ນກຳມະກອນ ແລະຜູ້ອອກແຮງງານໃນທົ່ວໂລກ ເພື່ອຮຽກຮ້ອງຄວາມເປັນທໍາ, ສິດທິ, ຜົນປະໂຫຍດອັນຊອບທໍາ, ກຽດສັກສີ, ຄວາມໝັ້ນຄົງ, ຄວາມຍຸຕິທໍາ, ສຸຂະພາບ ແລະຄວາມປອດໄພໃນການອອກແຮງງານມາສູ່ກໍາມະກອນ ແລະປະຊາຊົນທຸກຄົນໃນສັງຄົມ; ເພື່ອຕອບສະໝອງຄວາມຕ້ອງການ ຂອງຜູ້ອອກແຮງງານທົ່ວໂລກ ໃນຍຸກໂລກາພິວັດນີ້ມີຫຼາຍບັນຫາ ຄື: ເຮັດວຽກງານທີ່ມີຄຸນຄ່າ ແລະເປັນທໍາ, ມີຄວາມສະເໝີພາບຍິງ-ຊາຍ ໃນການອອກແຮງງານໂດຍບໍ່ເລືອກປະຕິບັດ, ມີອາຊີບທີ່ໝັ້ນຄົງ, ມີກຽດສັກສີໃນການດໍາລົງຊີວິດ, ມີສິດທິມະນຸດ, ມີສິດເສລີພາບໃນການປະກອບຄໍາຄິດຄໍາເຫັນ, ມີສິດໃນການເຂົ້າຮ່ວມທາງດ້ານການເມືອງ, ເສດຖະກິດ ແລະສັງຄົມ, ມີສະຫວັດດີການທີ່ດີ, ມີສຸຂະພາບ ແລະຄວາມປອດໄພໃນການອອກແຮງງານ, ໄດ້ຮັບການສຶກສາ, ວັດທະນະທໍາ ແລະຮັບຮູ້ຂໍ້ມູນຂ່າວສານທີ່ຊັດເຈນ ແລະເປັນຈິງ, ຢຸດຕິໃນການນໍາໃຊ້ແຮງງານເດັກ, ຢຸດຕິການກໍ່ສົງຄາມທຸກຮູບແບບ.
ພ້ອມກັນນັ້ນ, ໃນວາລະດັ່ງກ່າວຍັງໄດ້ຈັດພິທີ ມອບຫຼຽນກາກໍາມະບານລາວ ແລະໃບຍ້ອງຍໍໃຫ້ແກ່ບຸກຄົນທີມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ແຕ່ປີ 2021-2024 ຂອງບັນດາກໍາມະບານຮາກຖານ ທີ່ຂຶ້ນກັບສະຫະພັນກໍາມະບານ ສມປຊ ດັ່ງນີ້:
+ ປະຫຼັບຫຼຽນກາກໍາມະບານລາວ ໃຫ້ບຸກຄົນທີ່ມີຜົນງານ ຈໍານວນ 61 ທ່ານ ຊຶ່ງໃຫ້ກຽດມອບໂດຍ ທ່ານ ເລັດ ໄຊຍະພອນ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງ ສະຫາພັນກຳມະບານລາວ;
+ ປະດັບຫຼຽນກາກໍາມະບານລາວ ໃຫ້ 7 ກົມກອງ, ໃຫ້ກຽດມອບໂດຍ ທ່ານ ປອ ສາຍຄຳ ມູນມະນິວົງ ຄະນະພັກ ສມປຊ, ຜູ້ຊີ້ນຳວຽກງານສາມອົງການຈັດຕັ້ງມະຫາຊົນ.

ໃບຍ້ອງຍໍໃຫ້ແກ່ບຸກຄົນທີ່ມີຜົນງານ ຈໍານວນ 119 ທ່ານ ຊຶ່ງໃຫ້ກຽດມອບໂດຍທ່ານ ປອ ສີສົມພອນ ວົງພະຈັນ ປະທານຄະນະບໍລິຫານງານສະຫາພັນກຳມະບານ ສມປຊ.
ຜ່ານການຮັບຟັງການປາຖະກະຖາໃນຄັ້ງນີ້ ເປັນການປະກອບສ່ວນສໍາຄັນເຂົ້າໃນການສ້າງຄວາມເຂົ້າໃຈໃນການປະຕິວັດຂອງຊົນຊັ້ນກໍາມະກອນ ໃຫ້ຖັນແຖວພະນັກງານ, ຄູ-ອາຈານ ແລະນັກສຶກສາ ກໍຄືສະມາຊິກກໍາມະບານ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ພ້ອມທັງສ້າງຄວາມຮັບຮູ້, ເຂົ້າໃຈ ເຖິງຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງກໍາມະກອນສາກົນ, ກໍາມະກອນ ແລະຊາວຜູ້ອອກແຮງງານລາວຢ່າງຖືກຕ້ອງເລິກເຊິ່ງ.

ພາບ: ປທ ແກວອຸດອນ ພັນດານຸວົງ
ຂ່າວ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ