ໃນຕອນວັນທີ 2 ພຶດສະພາ 2025 ທີ່ ຊັ້ນ 3 ຫ້ອງ 302 ຕຶກຫັດ 3 ອົງການຈັດຕັ້ງມະຫາຊົນ ລັດວິສາຫະກິດໄຟຟ້າລາວ ແລະ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ກ່ຽວກັບການບໍລິຫານອົງການ ແລະການຄຸ້ມຄອງການກໍ່ສ້າງພະນັກງານ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ປອ ນາງ ໄກສອນ ຈັນສີນາ ກຳມະການພັກ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ຫົວໜ້າຫ້ອງການ ສມປຊ ແລະ ທ່ານ ວິລະພອນ ວິຊຸນນະລາດ ຄະນະພັກຮາກຖານ ລັດວິສາຫະກິດໄຟຟ້າລາວ, ຜູ້ອໍານວຍການໃຫຍ່ບໍລິສັດນໍ້າງື່ມ 3 ພາວເວີຈໍາກັດ, ມີບັນດາທ່ານຄະນະພັກ-ຄະນະນໍາ, ຄະນະບໍລິຫານງານ 3 ອົງການຈັດຕັ້ງມະຫາຊົນ ລັດວິສາຫະກິດໄຟຟ້າລາວ ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະແຂກທີຖືກເຊີນເຂົ້າຮ່ວມ ລວມທັງໝົດ 52 ທ່ານ.

ຈຸດປະສົງຫຼັກໃນການຈັ້ດກອງປະຊຸມຄັ້ງນີ້ ກໍເພື່ອຮັດແໜ້ນຄວາມສາມັກຄີ ລະຫວ່າງ ຄະນະພັກ-ຄະນະນໍາ, ຄະນະບໍລິຫານງານ 3 ອົງການຈັດຕັ້ງມະຫາຊົນ ລັດວິສາຫະກິດໄຟຟ້າລາວ ກັບຄະນະພັກ-ຄະນະນໍາ, ຄະນະບໍລິຫານງານ 3 ອົງການຈັດຕັ້ງມະຫາຊົນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພ້ອມທັງເປັນການແລກປ່ຽນບົດຮຽນ, ຄວາມຮູ້, ປະສົບການຈາກຄະນະພັກ-ຄະນະນໍາ, ຄະນະບໍລິຫານງານ 3 ອົງການຈັດຕັ້ງມະຫາຊົນ ນໍາເອົາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນຂົງເຂດວຽກງານ ຂອງລັດວິສາຫະກິດໄຟຟ້າລາວ ແລະຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ແລະໃນກອງປະຊຸມໄດ້ຮັບຟັງການລາຍງານ 3 ຫົວຂໍ້ ຂອງອົງການຈັດຕັ້ງມະຫາຊົນ ຢູ່ລັດວິສາຫາກິດໄຟຟ້າລາວ ແລະ 2 ຫົວຂໍ້ ຈາກ 3 ອົງການຈັດຕັ້ງມະຫາຊົນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄື:

  • ການບໍລິຫານຄຸ້ມຄອງຄຸນນະພາບ ຕາມມາດຕະຖານສາກົນ ISO 9001 ຂອງ ໄຟຟ້າລາວ;
  • ການສ້າງແຜນໃນການກໍານົດພະນັກງານນໍາພາ-ຄຸ້ມຄອງ, ການຄຸ້ມຄອງ ແລະການກໍ່ສ້າງ-ບຳລຸງພະນັກງານ ທຶນອນໃນແຜນກຳນົດ ຂອງລັດວິສາຫະກິດໄຟຟ້າລາວ;
  • ວິໄສທັດ ແລະ ພາລະບົດບາດ ຂອງລັດວິສາຫະກິດໄຟຟ້າລາວ;
  • ຫຼັກການກໍ່ສ້າງພັກ ແລະ ປັບປຸງພັກປະຊາຊົນປະຕິວັດລາວ;
  • ການສ້າງຫຼັກສູດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງໄລຍະສັ້ນ ຫົວຂໍ້ສະເພາະຜູ້ບໍລິຫານຂັ້ນນໍາພາ-ຄຸ້ມຄອງ ຂອງລັດວິສາຫະກິດໄຟຟ້າລາວ.

   ໃນກອງປະຊຸມກໍໄດ້ມີການແລກປ່ຽນບົດຮຽນເຊິ່ງກັນ ແລະກັນຢ່າງກົງໄປກົງມາ.
   ໃນຕອນນທ້າຍກອງປະຊຸມ ທ່ານ ວິລະພອນ ວິຊຸນນະລາດ ຄະນະພັກຮາກຖານ ລັດວິສາຫະກິດໄຟຟ້າລາວ ຜູ້ອໍານວຍການໃຫຍ່ບໍລິສັດນໍ້າງື່ມ 3 ພ້ອມດ້ວຍ 3 ອົງການຈັດຕັ້ງຊາວໜຸ່ມ ລັດວິສາຫາກິດໄຟຟ້າລາວ ທີ່ໃຫ້ກຽດລົງມາຢ້ຽມຢາມ ແລະແລກປ່ຽນບົດຮຽນໃນຄັ້ງນີ້, ເຊິ່ງທ່ານໄດ້ກ່າວວ່າການລົງມາໃນຄັ້ງນີ້ ຂອງລັດວິສາຫາກິດໄຟຟ້າລາວ ແມ່ນເຮັດໃຫ້ໄດ້ຮັບຮູ້ບັນຫາຫຼາຍຢ່າງກ່ຽວກະລະບົບໄຟຟ້າ, ການບໍລິການໄຟຟ້າ, ການຊົມໃຊ້ໄຟຟ້າ ແລະບັນຫາອື່ນໆ ທີ່ປິ່ນອ້ອມ.

ພາບ/ຂ່າວ: ນາງ ທິດດາວອນ ດວງປະເສີດ

ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ