ໃນຕອນເຊົ້າ ຂອງວັນທີ 29 ເມສາ 2025 ເວລາ 8:30 ຢູ່ທີ່ໂຮງຮຽນການເມືອງ-ການປົກຄອງ ແຂວງຫຼວງພະບາງ ໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ ຂັ້ນກາງ ລະບົບ 6 ເດືອນ ຮຸ່ນທີ IV ຂຶ້ນ, ໃຫ້ກຽດເປັນປະທານຮ່ວມໂດຍແມ່ນ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈໍາພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການການປົກຄອງແຫ່ງຊາດ ແລະ ສະຫາຍ ນາງ ວຽນວິໄລ ດີລະພັນ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ຫຼວງພະບາງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 6.

    ໃນພິທີໄດ້ຮັບຟັງການລາຍງານ ຂອງ ທ່ານ ປອ ຄໍາເພັດ ແສງສຸລັດຕະນະ ຮອງເລຂາໜ່ວຍພັກ, ຮອງອໍານວຍການ ໂຮງຮຽນການເມືອງ-ການປົກຄອງ ແຂວງຫຼວງພະບາງ ບົດສະຫຼຸບ ການຈັດຕັ້ງປະຕິບັດການຮຽນ-ການສອນ ຕາມຫຼັກສູດທິດສະດີການເມືອງ ຂັ້ນກາງ ລະບົບ 6 ເດືອນ, ໃນຊຸດຮຽນມີຈຳນວນນັກສຶກສາ ທັງໝົດ 51 ສະຫາຍ, ຍິງ 6 ສະຫາຍ. ເຊິ່ງໄດ້ເລີ່ມເປີດຮຽນແຕ່ເດືອນຕຸລາ 2024 ມາຮອດເດືອນເມສາ 2025 ການຮຽນການສອນໄດ້ສຳເລັດຕາມໂຄງການຫຼັກສູດ, ໂອກາດນີ້ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈໍາພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການການປົກຄອງແຫ່ງຊາດ ໄດ້ມອບໃບຢັ້ງຢືນໃຫ້ນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV  ແລະ ໃນຕອນທ້າຍພິທີ ຄະນະປະທານ ໄດ້ມີການໂອ້ລົມ ເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ຜູ້ສໍຳເລັດການສຶກສາຄັ້ງນີ້ ໃຫ້ພ້ອມກັນນຳເອົາທິດສະດີດັ່ງກ່າວນຳໄປຈັດຕັ້ງປະຕິບັດຕົວຈິງເຂົ້າໃນໜ້າທີ່ວຽກງານໃນກົມກອງທ້ອງຖິ່ນຂອງຕົນໃຫ້ປະກົດຜົນເປັນຈິງ.

    ໃນຕອນເຊົ້າ ຂອງວັນທີ 30 ເມສາ 2025 ເວລາ 8:00-10:00 ທີ່ຫໍວັດທະນະທໍາ ແຂວງຫຼວງນ້ຳທາ ໄດ້ຮັບຟັງປາຖະກະຖາ ເລົ່າມູນເຊື້ອວັນສ້າງຕັ້ງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄົບຮອບ 30 ປີ ຈາກ ສະະຫາຍ ປອ ດາວສະຫວັນ ເຄືອມີໄຊ, ຄະນະປະຈໍາພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການການປົກຄອງແຫ່ງຊາດ.

   ຈາກນັ້ນໃນເວລາ 10:00 ໄດ້ຈັດພິທີປິດ-ເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ລະບົບ 6 ເດືອນ ຮຸ່ນທີ II ແລະ ເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ລະບົບ 6 ເດືອນ ຮຸ່ນທີ III ຂຶ້ນ, ໃຫ້ກຽດເປັນປະທານຮ່ວມໂດຍແມ່ນ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ, ຄະນະປະຈໍາພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ສະຫາຍ ສີວິໄລ ປັນແກ້ວ, ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງ ແຂວງ ຫຼວງນ້ຳທາ ມີພາກສ່ວນທີ່ກ່ຽວຂ້ອງຂອງແຂວງ, ຄະນະອຳນວຍການໂຮງຮຽນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

    ໃນຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ II ມີນັກສຶກສາທັງໝົດ 46 ສະຫາຍ, ຍິງ 8 ສະຫາຍ ແລະຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ III ມີນັກສຶກສາເຂົ້າຮຽນຈໍຳນວນ 45 ສະຫາຍ, ຍິງ 11 ສະຫາຍ. ໃນຊຸດຮຽນທີ່ຜ່ານການຈັດຕັ້ງປະຕິບັດໄລຍະທີ່ຜ່ານມາ ທາງໂຮງຮຽນໄດ້ຈັດແບ່ງ ຄູ-ອາຈານ ຂຶ້ນຫ້ອງສິດສອນເປັນປົກກະຕິທັງພາຍໃນ ແລະ ອາຈານຮັບເຊີນ ໃນຮູບແບບບັນຍາຍອະທິບາຍສົມທຽບພຶດຕິກຳ, ສົນທະນາຍົກບັນຫາຕົວຈິງພາຍໃນຫ້ອງ ແລະຫຼາຍວິທີ ເຮັດໃຫ້ນັກສຶກສາໄດ້ຮັບຮູ້ເຂົ້າໃຈບົດຮຽນໄດ້ຢ່າງເລິກເຊິ່ງ. ໃນຕອນທ້າຍພິທີ ສະຫາຍ ສີວິໄລ ປັນແກ້ວ, ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງ ແຂວງຫຼວງນ້ຳທາ ໄດ້ໃຫ້ການໂອ້ລົມຕໍ່ນັກສຶກສາທີ່ໄດ້ສຳເລັດການສຶກສາໃຫ້ນຳເອົາບົດຮຽນທີ່ໄດ້ຮ່ຳຮຽນມານຳໄປໝູນໃຊ້ເຂົ້າໃນວຽກງານເພື່ອສ້າງສາພັດທະນະປະເທດຊາດ ຮັບໃຊ້ປະຊາຊົນ, ນຳໃຊ້ໃຫ້ເກີດດອກອອກຜົນ ສອດຄ່ອງກັບຄວາມເປັນຈິງ ແລະຕໍ່ກັບນັກສຶກສາທີ່ຈະເຂົ້າມາຮຽນໃໝ່ແມ່ນໃຫ້ຕັ້ງໃຈສຶກສາຮ່ຳຮຽນທິດສະດີ ມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ມະຕິ, ຄຳສັ່ງ, ລະບຽບຫຼັກການ, ແນວທາງຂອງພັກ-ລັດ ໃຫ້ເລິກເຊິ່ງເຖິງຖອງ ແລະປະຕິບັດລະບຽບ ຂອງໂຮງຮຽນ ເພື່ອສຶກສາຮ່ຳຮຽນໃຫ້ໄດ້ຮັບໝາກຜົນສູງ.
    ໃນຕອນບ່າຍຂອງວັນດຽວກັນນັ້ນ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ, ຄະນະປະຈໍາພັກ, ຮອງຫົວ ໜ້າສະຖາບັນການເມືອງ ແລະ ການການປົກຄອງແຫ່ງຊາດ ໄດ້ໄປຢ້ຽມຢາມຊຸກຍູ້ພະນັກງານ, ຄູ-ອາຈານ ໂຮງຮຽນການເມືອງການ-ປົກຄອງແຂວງຫຼວງນ້ຳທາ, ໃນການລົງຊຸກຍູ້ໃນຄັ້ງນີ້ໄດ້ເປີດໂອກາດໃຫ້ພະນັກງານ, ຄູ-ອາຈານ ໂຮງຮຽນໄດ້ສະເໜີຂໍທິດຊີ້ນຳ ຕໍ່ກັບໜ້າທີ່ວຽກງານ, ການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດ.

    ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ໄດ້ຍ້ອງຍໍຊົມເຊີຍຕໍ່ ສະຫາຍ ຄຳສີ ດັງສະໄໝ ຫົວໜ້າໂຮງຮຽນ ທີ່ໄດ້ມາຮັບໜ້າທີ່ໃໝ່ໄດ້ມີການຊີ້ນຳນຳພາ ພະນັກງານ, ຄູ-ອາຈານ ຈັດຕັ້ງການຮຽນ-ການສອນ ໃນໄລຍະຜ່ານມາໄດ້ມີຜົນສຳເລັດ ແລະ ພະນັກງານ, ຄູ-ອາຈານ ທີ່ໄດ້ສຸມເຮື່ອແຮງ, ສະຕິປັນຍາໃນການປະຕິບັດວຽກງານ, ສິດສອນນັກສຶກສາຈົນໄດ້ຜົນສຳເລັດຢ່າງຈົບງາມ. ຫຼັງຈາກນັ້ນ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ໄດ້ຊີ້ນຳໃຫ້ ຄະນະພັກຄະນະນຳໂຮງຮຽນ, ພະນັກງານ, ຄູ-ອາຈານ ໃຫ້ສືບຕໍ່ປະຕິບັດວຽກງານ ຮັກສາຄວາມສາມັກຄີພາບໃນ ເອົາໃຈໃສ່ຄົ້ນຄວ້າວິທະຍາສາດ, ຍົກລະດັບການຄົ້ນຄວ້າບົດຮຽນສິດສອນໃຫ້ເລິກເຊິງກຳແໜນບັນຫາທິດສະດີ ແລະ ພຶດຕິກຳໃໝ່ໆ ເພື່ອສົ່ງຄວາມຮູ້ໃຫ້ນັກສຶກສາໃຫ້ມີຄຸນນະພາບສູງ ແລະ ໄດ້ໃຫ້ການຊີ້ນຳຫຼາຍບັນຫາເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານ, ການຮຽນ-ການສອນໃນຊຸດຮຽນທີ III ແລະ ຊຸດຕໍ່ໆໄປ ໃຫ້ໄດ້ຮັບໝາກຜົນສູງຂຶ້ນ.

ຂ່າວ/ພາບ: ຄໍາຫຼ້າ ທອງພະຈັນ

ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ