ໃນວັນທີ 27-29 ເມສາ 2025 ທີ່ຜ່ານມາ ຄະນະຜູ້ແທນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຊິ່ງນຳໂດຍ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະນັກວິທະຍາສາດ ໄດ້ສຳເລັດການຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດ 2 ສະຖາບັນ ຮ່ວມກັບອົດສະຕາລີ, ເຊິ່ງກອງປະຊຸມດັ່ງກ່າວແມ່ນຈັດຂຶ້ນຄັ້ງວັນທີ 28 ເມສາ 2025 ຢູ່ທີ່ແຂວງ ແທັງຮົ້ວ ສສ ຫວຽດນາມ ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ສຈ. ປອ ຫງວຽນຊວນຖັ໋ງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກ; ມີ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ສະຫາຍ ພົນໂທ ຫງວຽນຢ້ວານແອັງ ກຳມະການສູນກາງພັກ, ເລຂາພັກແຂວງ ແທັງຮົ້ວ; ທ່ານ ນາງ Renée Deschamps ອຸປະທູດສະຖານທູດອົດສະຕາລີປະຈຳ ສສ ຫວຽດນາມ.

    ກອງປະຊຸມສຳມະນາວິທະຍາສາດ 2 ສະຖາບັນຮ່ວມກັບອົດສະຕາລີ ໃນຄັ້ງນີ້ ຖືວ່າເປັນຄັ້ງທຳອິດທີ່ມີການປະສານສົມທົບຮ່ວມກັນລະຫ່ວາງສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດລາວ, ອົງຄະນະພັກແຂວງ ແທັງຮົ້ວ ແລະສະຖານທູດອົດສະຕາລີປະຈຳ ສສ ຫວຽດນາມ ພາຍໃຕ້ຫົວຂໍ້: “ສ້າງພື້ນຖານການບໍລິຫານລັດມີປະສິດທິພາບ, ຜົນສັກສິດ, ປະສິດທິຜົນ-ບົດຮຽນ ຂອງຫວຽດນາມ, ລາວ ແລະ ອົດສະຕາລີ”.

    ພາຍຫຼັງຄະນະປະທານໄດ້ຂຶ້ນກ່າວໄຂກອງປະຊຸມສຳມະນາວິທະຍາສາດຢ່າງເປັນທາງການ, ບັນດານັກວິ ທະຍາສາດ ໄດ້ຜັດປ່ຽນກັນຂຶ້ນນຳສະເໜີບົດວິທະຍາສາດ ເຊິ່ງໄດ້ນຳສເໜີບັນດາແນວຄວາມຄິດ, ບົດຮຽນປະສົບການຂອງແຕ່ລະປະເທດ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິຫານລັດໃຫ້ມີຄວາມໂປ່ງໃສ, ມີປະສິດ ທິພາບເທື່ອລະກ້າວ, ນອກນັ້ນ ຍັງໄດ້ມີການຈັດກອງປະຊຸມໂຕະມົນ ໂດຍມີການແລກປ່ຽນຄຳຄິດຄຳເຫັນ, ຕອບຄຳຖາມເຈາະຈີ້ມຈາກບັນດານັກວິທະຍາສາດ ຫວຽດນາມ, ລາວ ແລະ ອົດສະຕາລີ.

ພາບ/ຂ່າວ: ປທ ສຸລະສິດ ສິນທະລາພອນ

ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ