ໃນຕອນເຊົ້າ ວັນທີ 24 ເມສາ 2025 ຢູ່ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄະນະຮັບຜິດຊອບກິລາ-ສີລະປະວັນນະຄະດີ ສມປຊ ໄດ້ຈັດພິເປີດເຝິກອົບຮົມຟ້ອນລໍາວົງລາວ ໃຫ້ພະນັກງານ, ຄູ-ອາຈານ ແລະນັກສຶກສາທົ່ວສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພາຍໃຕ້ການເປັນປະທານໂດຍ: ທ່ານ ປອ ສາຍຄໍາ ມູນມະນີວົງ ກໍາມະການຄະນະພັກ ຫົວໜ້າຄະນະປັດຊະຍາ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ມີຄະນະພັກ, ຄະນະນໍາ ສມປຊ, ມີຄະນະບໍລິຫານງານ 3 ອົງການຈັດຕັ້ງ ພ້ອມດ້ວຍສາມະຊິກ ແລະເເຂກທີ່ຖືກເຊີນມາຈາກວິທະຍາໄລສີລະປະດົນຕີແຫ່ງຊາດ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 100 ກວ່າທ່ານ.
ຈຸດປະສົງໃນການເຝິກອົບຮົມຄັ້ງນີ້ ແມ່ນຕ້ອນຮັບສາມວັນປະຫວັດສາດ, ຂໍ່ານັບຊົມເຊີຍວັນສ້າງຕັ້ງກໍາມະບານລາວ ຄົບຮອບ 70 ປີ, ຕ້ອນຮັບກອງປະຊຸມໃຫຍ່ ຂອງອົງຄະນະພັກ ສມປຊ ຄັ້ງທີ VI ທີ່ຈະໄຂຂຶ້ນໃນມໍ່ໆນີ້, ການເຝິກອົບຮົມ ແມ່ນມີຄວາມໝາຍຄວາມສໍາຄັນ ແລະເປັນວັດທະນະທໍາຂອງຄົນລາວບັນດາເຜົ່າ ທີ່ໄດ້ສືບທອດມາແຕ່ບູຮານນະການ. ໃນການເຝິກອົບຮົມດັ່ງກ່າວໃຫ້ກຽດນໍາພາເຝິກໂດຍ: ທ່ານນາງ ອານົງ ທໍາມະວົງ ຮອງຂະແໜງວິຊາຟ້ອນ, ເລຂາຊາວໜຸ່ມ ວິທະຍາໄລສີລະປະດົນຕີແຫ່ງຊາດ ພ້ອມດ້ວຍຄະນະ.
ພ້ອມກັນນັ້ນໃນພິທີ ຍັງໄດ້ຮັບຟັງການໂອລົມຈາກປະທານ, ເຊິ່ງທ່ານໄດ້ ຮຽກຮ້ອງມາຍັງບັນດາຜູ້ທີ່ເຂົ້າຮ່ວມເຝິກອົບຮົມຈົ່ງເອົາໃຈໃສ່, ສຸມຈິດສຸມໃຈເຂົ້າຮ່ວມຢ່າງພ້ອມພຽງ ແລະຍາດແຍ່ງເອົາບົດຮຽນດັ່ງກ່າວໄປເຝິກ ຊ້ອມເຂົ້າໃນການປະຕິບັດຕົວຈິງ ເພື່ອຍາດແຍ່ງຊິງຂັນ ຂອງຫົວໜ້າ ສມປຊ ເຊິ່ງພາຍຫຼັງທີ່ສໍາເລັດການເຝິກຊ້ອມແລ້ວ ຈະໄດ້ສຸມໃສ່ຂະບວນການແຂ່ງຂັນກິລາ.
ຂ່າວ/ພາບ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ