ໃນຕອນແລງວັນທີ 23 ເມສາ 2025 ຢູ່ທີ່ ຊັ້ນ 1 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ຈັດຕັ້້ງຫົວຂໍສະເພາະໄລຍະສັ້ນ 15 ວັນເຝິກອົບຮົມໃຫ້ພະນັກງານນໍາພາ-ຄຸ້ມຄອງຂັ້ນສູງ ຊຸດທີ 1, ພາຍໃຕ້ການເປັນປະທານໂດຍ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຄະນະຮັບຜິດຊອບຊຸດຝຶກອົບຮົມ, ມີການນໍາຂັ້ນສູງທີ່ກ່ຽວຂ້ອງ ມາຈາກພາກສ່ວນຕ່າງໆ, ມີຄະນະພັກ, ຄະນະນໍາ ສປມຊ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ບັນດາຫົວໜ້າກົມ, ຄະນະກົມ ແລະແຂກຖືກເຊີນ, ເຂົ້າຮ່ວມທັງໝົດ 30 ກວ່າທ່ານ.
ໃນພິທີທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈໍາພັກ, ຮອງຫົວໜ້າ ສມປຊ ໄດ້ຂຶ້ນຜ່ານບົດສະຫຼຸບຖອດຖອນບົດຮຽນ ຈັດຕັ້້ງຝຶກອົບຮົມຫົວຂໍ້ສະເພາະໄລຍະສັ້ນ 15 ວັນ ໃຫ້ພະນັກງານນໍາພາ-ຄຸ້ມຄອງຂັ້ນສູງ ຊຸດທີ 1 ຄື: ຊຸດເຝິກອົບຮົມຄັ້ງນີ້ມີຜູ້ເຂົ້້າຮ່ວມເຝິກທັງໝົດ 43 ທ່ານ, ຍິງ 9 ທ່ານ, ການເຝິກອົບຮົມແມ່ນໄດ້ດໍາເນີນເປັນເວລາ 15 ວັນ ນັບແຕ່ວັນທີ 24 ມີນາ-11 ເມສາ 2025 ແລະບາງບົດຮຽນທີ່ຖອດຖອນໄດ້ ຄື: ການນໍາພາ-ຊີ້ນໍາ ຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງ ພັກ ແລະ ຄວາມເປັນເຈົ້າການຂອງຄະນະຮັບຜິດຊອບ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປັນປັດໄຈທີ່ສໍາຄັນ ຮັບປະກັນປະສິດທິຜົນຂອງການຝຶກອົບຮົມ. ຫຼັກສູດ, ເອກະສານ, ເນື້ອໃນບົດຮຽນ, ຮູບການ-ວິທີການຈັດຕັ້ງປະຕິບັດການຝຶກອົບຮົມທີ່ໄດ້ມາດຕະຖານ ແລະ ຄູ-ອາຈານທີ່ມີຄວາມຮູ້ ແລະ ປະສົບການນໍາພາ-ຄຸ້ມຄອງພຽງພໍ ແມ່ນປັດໄຈຕົ້ນຕໍຕັດສິນໝາກຜົນຂອງການຝຶກອົບຮົມ. ຜູ້ເຂົ້າຝຶກອົບຮົມເປັນເຈົ້າການຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ໃນການຕັ້ງໃຈຄົ້ນຄວ້າ ແລະ ສົນທະນາແລກປ່ຽນບົດຮຽນ, ຕັດສິນໃຈບຸກບືນສູ້ຊົນປະຕິບັດຕາມແຜນການ, ລະບຽບການຝຶກອົບຮົມຢ່າງເຄັ່ງຄັດ ຈຶ່ງເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ມອບໝາຍ. ພ້ອມກັນນັ້ນ, ໃນກອງປະຊຸມຍັງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ຄໍາຖາມເຈາະຈີ້ມຢ່າງກົງໄປກົງມາ ໃສ່ບັນ ຫາທີ່ຕັ້ງຂຶ້ນ ແລະການປັບປຸງບັນດາຫຼັກສູດການຮຽນ-ການສອນ.
ໃນຕອນທ້າຍພິທີ ທ່ານປະທານ ໄດ້ສະຫຼຸບຄືນກອງປະຊຸມພ້ອມທັງເນັ້ນໜັກບາງເນື້ອໃນສໍາຄັນ ຄື:
- ສືບຕໍ່ປັບປຸງບັນດາບົດຂຶ້ນຫ້ອງ, ບົດໃນຫຼັກສູດເຝິກອົບຮົມ, ບັນດາພື້ນຖານທິດສະດີ, ພຶດຕິກໍາ ແລະຍຸດທະສາດ ໃຫ້ໜັກແໜ້ນຂຶ້ນຕື່ມ ພ້ອມທັງໃຫ້ໄປໃນລວງດຽວກັນ;
- ລະຫວ່າງຜູ້ກະກຽມ ແລະຜູ້ປະສານງານໃນການສິດສອນ ຕ້ອງໃຫ້ມີຄວາມເຂົ້້າໃຈກັນ;
- ສືບຕໍ່ການປະຕິບັດຕາມແຜນໃຫ້ເຂັ້ມງວດຂຶ້ນຕື່ມ ເປັນຕົ້ນແມ່ນ ການຄຸ້ມຄອງບໍລິຫານຊຸດຮຽນ, ການຂຶ້ນຫ້ອງສິດສອນ ຂອງບັນດາການນໍາ, ການປະຕິບັດນະໂຍບາຍ. ພ້ອມນັ້ນ, ກໍໄດ້ເນັ້ນມາຍັງພາກສ່ວນຕ່າງໆທີ່ເຂົ້້າຮ່ວມກອງປະຊຸມຈົ່ງນໍາເອົາເນື້ອໃນຈິດໃຈກອງປະຊຸມໄປລາຍງານຕໍ່ຄະນະນໍາຂອງຕົນເອງຕື່ມ.
ຂ່າວ/ພາບ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ