ໃນຕອນເຊົ້າວັນທີ 05 ກຸມພາ 2025 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ແລະມູນເຊື້ອການກຳເນີດ ແລະເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກໍາມະບານລາວ ຄົບຮອບ 69 ປີ (ວັນທີ 01 ກຸມ ພາ 1956 – 01 ກຸມພາ 2025 ); ໃຫ້ກຽດເປັນປະທານ ໂດຍທ່ານ ສີວອນ ບຸດດາຈັນ ກໍາມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ, ມີພະນັກງານ, ຄູ-ອາຈານ ແລະນັກສຶກສາຂັ້ນກາງ ຮຸ່ນ III; ມີຜູ້ເຂົ້າຮ່ວມທັງໝົດ 81 ສະຫາຍ, ຍິງ 28 ສະຫາຍ; ພິທີດັ່ງກ່າວດໍາເນີນເປັນເວລາເຄິ່ງວັນ.
ໃນພິທີດັ່ງກ່າວຄະນະຈັດຕັ້ງພິທີໄດ້ຂຶ້ນຜ່ານຄໍາແນະນໍາ ການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ( 20 ມັງກອນ 1949 – 20 ມັງກອນ 2025 ) ແລະແຈ້ງການແນະນໍາ ການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 69 ປີ (ວັນທີ 01 ກຸມພາ 1956 – 01 ກຸມພາ 2025 ). ດັ່ງນັ້ນ ທ່ານ ບຸນຊູ ອິດທິພົນ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ກໍໄດ້ເຜີຍແຜ່ເອກະສານປາຖະກະຖາມູນເຊື້ອກອງທັບປະຊາຊົນລາວ ຄົບຮອບ 76 ປີ ເຊິ່ງໄດ້ຮັບຟັງປະຫວັດການກຳເນີດ ຂອງກອງທັບປະຊາຊົນລາວ; ຜົນງານໄຊຊະນະ, ການເຕີບໃຫຍ່ຂະຫຍາຍຕົວ ຂອງກອງທັບປະຊາຊົນລາວ ແຕ່ລະໄລຍະ; ທາດແທ້ ແລະມູນເຊື້ອອັນສະຫງ່າອົງອາດ ຂອງກອງທັບປະຊາຊົນລາວ ແລະມູນເຊື້ອຍຶດໝັ້ນການພົວພັນ, ສາມັກຄີແບບກາຍອິນຊີອັນແໜ້ນແຟ້ນ ກັບປະຊາຊົນບັນດາເຜົ່າ ແລະ ທ່ານ ວັນສີ ທອງມະນີວົງ ຫົວໜ້າຂະແໜງວິຊາການ ກໍໄດ້ເຜີຍແຜ່ເອກະສານບົດປາຖະກະຖາມູນເຊື້ອການກຳເນີດ ແລະເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກໍາມະບານລາວ ຄົບ ຮອບ 69 ປີ (ວັນທີ 01 ກຸມພາ 1956 – 01 ກຸມພາ 2025 ) ເຊິ່ງໄດ້ຮັບຟັງການກໍາເນີດ ແລະເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກຳມະບານລາວ ໄດ້ຕິດພັນກັບຂະບວນການປະຕິວັດ ຂອງ ສປປ ລາວ; ຜົນງານທີ່ພົ້ນເດັ່ນ ຂອງສະຫະພັນກໍາມະບານລາວ ໃນໄລຍະຜ່ານມາ.
ໃນຕອນທ້າຍ ທ່ານປະທານ ໄດ້ມີຄໍາເຫັນໂອລົມຕໍ່ພິທີ ທ່ານໄດ້ເນັ້ນໜັກໃຫ້ພະນັກງານຄູ-ອາຈານ ແລະນັກສຶກສາ ຕ້ອງກໍາໃຫ້ໄດ້ບັນດາເນື້ອໃນຫຼັກ ຂອງບັນດາເອກະສານທີ່ໄດ້ເຊື່ອມຊຶມ, ນໍາໄປໝູນໃຊ້ເຂົ້າໃນບົດຮຽນ, ບົດສອນ ແລະເປັນແບບແຜນວິທີທີ່ຈັດຕັ້ງປະຕິບັດໃນກົມກອງ, ພະແນກການ ແລະທ້ອງຖິ່ນ ຂອງຕົນໃຫ້ມີປະສິດທິພາບສູງໃນຕໍ່ໜ້າ ເພື່ອໃຫ້ມີຄວາມໝາຍເລິກເຊິ່ງ ແລະກວ້າງຂວາງ ແລະ ບັນລຸຕາມຄາດໝາຍ.

ຂ່າວ/ພາບ ໂດຍ: ນາງ ຄໍາເພັດ ບຸນນະຈັນ
(ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ)
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ