ໃນຕອນບ່າຍ ຂອງວັນທີ 04 ກຸມພາ 2025 ນີ້, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີ ມອບ-ຮັບຄະນະບໍລິຫານງານຊາວໜຸ່ມສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄັ້ງທີ IV ແລະຄັ້ງທີ V ຂຶ້ນຢ່າງເປັນທາງການ ເຊິ່ງໃຫ້ກຽດເຂົ້າຮ່ວມເປັນປະທານພິທີ ໂດຍ ສະຫາຍ ປທ ນ. ບຸນມີ ຈຸນລະຈັກ ຄະນະປະຈໍາພັກ, ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈໍາພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຊຸດທີ IV; ສະຫາຍ ປອ ນ. ດາວອນ ບຸດທະນຸວົງ ຮອງຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຊຸດທີ V; ສະຫາຍ ປອ ນ. ຈັນທະໜອມ ບັນດາວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ; ສະຫາຍຜູ້ຕາງໜ້າພະແນກອົງການຈັດຕັ້ງມະຫາຊົນ; ບັນດາສະຫາຍຄະນະຊາວໜຸ່ມສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ບັນດາສະຫາຍຄະນະຊາວໜຸ່ມຮາກຖານຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ສະຫາຍ ປອ ນ. ຈັນທະໜອມ ບັນດາວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ກໍໄດ້ຜ່ານມະຕິຄົກລົງ ຂອງຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະໄໝທີ V ສະບັບເລກທີ 056/ສຊປລ, ລົງວັນທີ 17 ມັງກອນ 2025 ຊຶ່ງມີລາຍຊື່ລະອຽດດັ່ງນີ້:

1). ສະຫາຍ ປອ ນ. ດາວອນ ບຸດທະນຸວົງ

2). ສະຫາຍ ປທ ຄໍາໝັ້ນ ພົມມະຈັນ

3). ສະຫາຍ ປທ ນ. ລຸນນີ ໄໝທະວີເພັດ

4). ສະຫາຍ ປອ ໂພທອງ ໄຊທິບວົງສາ

5). ສະຫາຍ ປທ ນ. ຄໍາຮູ້ ວິລະທອນ

6). ສະຫາຍ ປທ ອຸທິດ ເຜືອງສະຫວັນ

7). ສະຫາຍ ພູນສຸກ ສິດທິແສງ

8). ສະຫາຍ ປທ ຖາວອນ ພົມມະຈາລິນ

9). ສະຫາຍ ນ. ວາດສະໜາ ກິນອາພອນ

    ໃນນັ້ນ, ໄດ້ແຕ່ງຕັ້ງເລຂາ, ຮອງເລຂາ ຄະນະບໍລິຫານງານ ຄື: 1). ສະຫາຍ ປອ ນ. ດາວອນ ບຸດທະນຸວົງ ເປັນເລຂາ; 2). ສະຫາຍ ປທ ຄໍາໝັ້ນ ພົມມະຈັນ ເປັນຮອງເລຂາ; 3). ສະຫາຍ ປທ ນ. ລຸນນີ ໄໝທະວີເພັດ ເປັນຮອງເລຂາ. ໄດ້ແຕ່ງຕັ້ງຄະນະກວດກາ ຄື: 1). ສະຫາຍ ປທ ຄໍາໝັ້ນ ພົມມະຈັນ ເປັນປະທານກວດກາ; ສະຫາຍ ພູນສຸກ ສິດທິແສງ ເປັນຮອງປະທານກວດກາ; ສະຫາຍ ປທ ນ. ພວງແສງ ວົງວິຫານ ເປັນຄະນະ.

ໃນພິທີ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຊຸດເກົ່າ ໄດ້ກ່າວມອບໜ້າທີ່ ໃຫ້ແກ່ຄະນະບໍລິຫານງານຊາວ   ໜຸ່ມປະຊາຊົນປະຕິວັດລາວ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຊຸດໃໝ່; ຫຼັງຈາກນັ້ນ, ສະຫາຍ ປອ ນ. ດາວອນ ບຸດທະນຸວົງ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຊຸດໃໝ່ ໄດ້ກ່າວຮັບໜ້າທີ່.

ໃນວາລະສຸດທ້າຍຂອງພິທີດັ່ງກ່າວ ສະຫາຍ ປທ ນ. ບຸນມີ ຈຸນລະຈັກ ຄະນະປະຈໍາພັກ, ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກໍໄດ້ໃຫ້ຄໍາໂອ້ລົມ ຕໍ່ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຊຸດໃໝ່ ຊຶ່ງມີເນື້ອໃນສໍາຄັນດັ່ງນີ້:

        1). ຕ້ອງເອົາໃສ່ສຶກສາອົບຮົມສະມາຊິກຊາວໜຸ່ມ ທັງເປັນພະນັກງານ, ຄູອາຈານ ແລະ ນັກສຶກສາ ອັນນີ້ເປັນໜ້າທີ່ອັນດັບໜຶ່ງຂອງອົງການຊາວໜຸ່ມພວກເຮົາ ກ່ອນອື່ນໝົດແມ່ນ ຕ້ອງເອົໃຈໃສ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດໃຫ້ແກ່ສະມາຊິກຊາວໜຸ່ມ ໃຫ້ມີຄວາມຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງ ຕໍ່ກັບແນວທາງແຜນນະໂຍບາຍຂອງພັກ, ກົດໝາຍ ແລະລະບຽບການຂອງລັດ, ກຳແໜ້ນພາລະບົດບາດ ແລະສິດເປັນເຈົ້າຂອງປະເທດຊາດ, ສ້າງໃຫ້ເຂົາເຈົ້າມີສະຕິເຄົາລົບຕໍ່ການຈັດຕັ້ງ ແລະລະບຽບວິໄນ, ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນ ສົມບັດສິນທຳປະຕິວັດ, ມີຄວາມເຊື່ອໝັ້ນ ແລະຈົງຮັກພັກດີຕໍ່ພັກ, ຕໍ່ຊາດ, ທັງຮູ້ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ ແລະແບບຢ່າງທີ່ດີງາມຂອງຊາວໜຸ່ມລາວ ຮຸ່ນຜ່ານມາ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ທີ່ໄດ້ຮັບມອບໝາຍ, ຮູ້ຮັບອັນຜິດ-ຮັບຖືກໃນສິ່ງທີ່ຕົນໄດ້ກະທຳໄປ, ພ້ອມກັນນີ້ ຄືພວກເຮົາຮູ້ນຳກັນ ຊາວໜຸ່ມມີບົດບາດ ແລະ ທີ່ຕັ້ງອັນສຳຄັນທີ່ສຸດ, ເປັນອະນາຄົດຂອງຊາດ, ຂອງສະຖາບັນ ໃນສະເພາະໜ້ານີ້ ຕ້ອງເອົາໃຈໃສ່ນຳພາ-ຊີ້ນຳຊາວໜຸ່ມເຂົ້າຮ່ວມຄົ້ນຄວ້າວິທະຍາສາດ ຕິດພັນກັບການສິດສອນ, ຮູ້ນຳໃຊ້ເຕັກນິກ, ເຕັກໂນໂລຊີໃນການປະຕິບັດໜ້າທີ່, ສືບຕໍ່ບຸນບືນພັດທະນາຕົນເອງໃນທຸກດ້ານໃຫ້ແຂງແຮງກວ່າເກົ່າ.

          2). ເອົາໃຈໃສ່ປຸກລະດົມ ແລະ ຈັດຕັ້ງຂະບວນການແຂ່ງຂັນເນື້ອໃນ 4 ບຸກໃຫ້ເປັນ ຂະບວນຟົດຟື້ນກວ່າເກົ່າ ຊຶ່ງເປັນແຜນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງຕົນອອກ ເປັນອັນລະອຽດແຕ່ລະວຽກງານ ໃນແຕ່ລະປີຈະ ເຮັດອັນໃດແດ່ ກໍໃຫ້ກຳນົດໃຫ້ລຈະແຈ້ງຊັດເຈນ, ມີຄາດໝາຍຢ່າງຈະແຈ້ງ ບໍ່ເວົ້າແບບລວມໆ ເພື່ອສະດວກໃນການ ຕີລາຄາປະເມີນຜົນ ແລະສະດວກໃນການຈັດປະເພດສະມາຊິກຊາວໜຸ່ມບັນລຸໄດ້ຫຼາຍໜ້ອຍສ່ຳໃດ. ຢາກເຮັດໄດ້ຄື ແນວນັ້ນ ກໍຕ້ອງເຊື່ອມຊຶມກຳແໜ້ນບົດແນະນຳຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະໃຫ້ແທດເໝາະກັບ ເນື້ອໃນຂໍ້ແຂ່ງຂັນຂອງສະຖາບັນ, ຈິດໃຈຂອງການສ້າງຂະບວນແຂ່ງຂັນນີ້ ແມ່ນແນໃສ່ປັບປຸງການຈັດຕັ້ງໃຫ້ເຂັ້ມແຂງ, ແນໃສ່ສຶກສາອົບຮົມການເມືອງ-ແນວຄິດ, ເຕົ້າໂຮມຄວາມສາມັກຄີໃນຖັນແຖວຊາວໜຸ່ມພວກເຮົາ ພ້ອມທັງເປັນການ ແກ້ໄຂສິ່ງຫຍໍ້ທໍ້ຕ່າງໆຢູ່ໃນການຈັດຕັ້ງຊາວໜຸ່ມ ກໍຄືໃນຖັນແຖວຊາວໜຸ່ມໃຫ້ຕົກໄປເປັນກ້າວໆ.

          3). ຕໍ່ກັບການປັບປຸງການຈັດຕັ້ງ ຜ່ານມາກໍຖືວ່າທຸກຮາກຖານ ແມ່ນໄດ້ດຳເນີນກອງປະຊຸມໃຫຍ່ສຳເລັດ ໝົດແລ້ວ ມີແຕ່ໃຫ້ປຶກສາຫາລືກັນຕື່ມ ເລື່ອງແບ່ງວຽກແບ່ງຄວາມຮັບ ຜິດຊອບຂອງແຕ່ລະສະຫາຍ ໃຫ້ຖືກຕ້ອງສອດ ຄ່ອງກັບວຽກງານທີ່ແຕ່ລະສະຫາຍຮັບຜິດຊອບ ຮັບປະກັນໃຫ້ມີການນຳພາ-ຊີ້ນຳ ແລະ ກວດກາການເຄື່ອນໄຫວໄດ້ຢ່າງ ທົ່ວເຖິງທຸກຮາກຖານ, ກຳໃຫ້ໄດ້ການເຄື່ອນໄຫວຂອງສະມາຊິກຊາວໜຸ່ມເຄື່ອນໄຫວແນວໃດດີ, ອ່ອນແນວໃດ, ມີ ບັນຫາ ກໍໃຫ້ສາມາດຮັບຮູ້ໄດ້ ແລະແກ້ໄຂບັນຫາໃຫ້ທັນເວລາ. ພ້ອມກັນນີ້ ກໍໃຫ້ເອົາໃຈໃສ່ປັບປຸງລະບອບແບບແຜນ ແລະວິທີການເຄື່ອນໄຫວນຳພາໃຫ້ດີຂຶ້ນ. ປະຕິບັດລະບອບປະຊຸມສ່ອງແສງ ແລະລາຍງານໃຫ້ເປັນປົກກະຕິ, ຈັດຕັ້ງຕາມຫຼັກ ການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະສະຫາຍຢ່າງ ຈະແຈ້ງ.

          4). ການຂະຫຍາຍມະຫາຊົນເຂົ້າພັກ ກໍຂໍໃຫ້ບັນດາສະຫາຍຈົ່ງເອົາໃຈໃສ່ຢ່າງເປັນເຈົ້າການ, ຕ້ອງເລີ່ມຈາກອົງ ການຈັດຕັ້ງເປັນຜູ້ຊ່ວຍເຫຼືອກກໍ່ສ້າງ, ເມື່ອສຸກງອມຈຶ່ງສະເໜີໜ່ວຍ ພັກທີ່ຕົນສັງກັດພິຈາລະນາຕາມຂັ້ນຕອນຕາມກົດ ລະບຽບຂອງພັກກຳນົດໄວ້ ບໍ່ໃຫ້ແລ່ນນຳປະລິມານໃຫ້ໄດ້ຫຼາຍຊື່ໆ ຕ້ອງຮັບປະກັນຄຸນນະພາບ ເຂົ້າພັກເພື່ອສ້າງພັກໃຫ້ ເຂັ້ມແຂງ.

ພາບ: ນ. ທິດດາວອນ ດວງປະເສິດ

                                                                      ຂ່າວ: ປທ ວຽງສະຫວັນ ຈັນທະວີໄຊ