ໃນຕອນເຊົ້າ ວັນທີ 20 ມັງກອນ 2025 ຢູ່ທີ່ຫ້ອງປະຊຸມ ເບີ 301 (ຕຶກ H ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ) ໄດ້ຈັດພິທີເປີດຝຶກອົບຮົມຫົວຂໍ້ສະເພາະ ເລຂາການນໍາ ຊຸດທີ I ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນລະຫວ່າງວັນທີ 20-31 ມັງກອນ 2025 (10 ວັນ), ພາຍໃຕ້ການເປັນປະທານ ໂດຍ: ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຄະນະພັກ, ຄະນະນໍາ ສປມຊ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາຫົວໜ້າກົມ, ຄະນະກົມ, ມີແຂກຖືກເຊີນ, ມີບັນດາເລຂາການນໍາຈາກພາກສ່ວນຕ່າງໆອ້ອມຂ້າງສູນກາງ ເຂົ້າຮ່ວມ 80 ກວ່າທ່ານ.

   ໃນພິທີ ທ່ານ ປທ ແສງແກ້ວ ວົງລໍາພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຜ່ານແຜນການເປີດຝຶກອົບຮົມດັ່ງກ່າວ ເຊິ່ງໄດ້ຍົກໃຫ້ເຫັນເນື້ອໃນສໍາຄັນ ຄື:

1). ຈຸດປະສົງຂອງການຝຶກອົບຮົມ: ເພື່ອຍົກລະດັບຄວາມຮູ້, ທັກສະຄວາມເປັນເລຂາການນໍາ ໂດຍສະເພາະແມ່ນແບບແຜນວິທີເຮັດວຽກ ຂອງເລຂາການນຳ ແລະ ການແກ້ໄຂບັນຫາ ຂອງເລຂາການນໍາ ເພື່ອຍົກສູງຄຸນນະພາບ ຂອງການ ເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງເລຂາການນຳ; ເພື່ອໝູນໃຊ້ບົດຮຽນ, ທິດສະດີຕ່າງໆເຂົ້າໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານໃຫ້ມີຄຸນນະພາບສູງຂຶ້ນ.

2). ຄາດໝາຍຂອງການຝຶກອົບຮົມ.

– ດ້ານຄວາມຮູ້: ເພື່ອໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມ ມີຄວາມຮັບຮູ້ໃໝ່ ແລະ ພ້ອມກັນນັ້ນ ກໍເປັນການເຊື່ອມຊຶມ ແລະ ກຳ ແໜ້ນເນື້ອໃນຈິດໃຈ ຂອງແນວທາງນະໂຍບາຍຂອງພັກ ແລະລັດໃນແຕ່ລະໄລຍະ; ສາມາດນຳເອົາຄວາມຮູ້ທາງດ້ານທິດສະດີ ເພື່ອສົມທຽບໃສ່ພຶດຕິກຳຕົວຈິງ ຂອງຕົນ ທີ່ປະຕິບັດ ຜ່ານມາມີອັນໃດດີ ແລະຂໍ້ຄົງຄ້າງແນວໃດຕໍ່ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດ, ຈາກນັ້ນໃຫ້ສາມາດ ຊອກຫາວິທີເສີມຂະຫຍາຍຈຸດດີ ແລະແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດ ຕົວຈິງໃຫ້ມີປະສິດພາບ ແລະປະສິດທິຜົນສູງ ຂຶ້ນຕື່ມບາດກ້າວໜຶ່ງ.

– ດ້ານແນວຄິດ: ເພື່ອຍົກສູງທັດສະນະຫຼັກໝັ້ນຊົນຊັ້ນກຳມະກອນ, ໂດຍຖືເອົາບັນດາຫຼັກມູນພື້ນຖານທາງດ້ານທິດສະດີເປັນພື້ນຖານທາງດ້ານແນວຄິດ, ເປັນເຂັມຊີ້ທິດເຍືອງທາງ, ເປັນ ທິດນໍາພາ-ຊີ້ນຳໃນການເຄື່ອນໄຫວຂອງຕົນ;  ປັບປຸງແນວຄິດ, ຄຸນສົມບັດສິນທຳປະຕິວັດ, ທັດສະນະມະຫາຊົນ, ຫຼັກໝັ້ນມິດ ແລະສັດຕູໃຫ້ຈະແຈ້ງ, ຕ້ານແນວຄິດໂລບມາກໂລພາ, ສໍ້ລາດບັງຫຼວງ, ພະຍາດອາດຍາສິດຫ່າງເຫີນຈາກມະຫາຊົນ, ເສີມຂະຫຍາຍແນວຄິດຮັກຊາດ, ຮັກລະບອບໃໝ່, ສົມທົບແໜ້ນ ລະຫວ່າງແນວຄິດຮັກຊາດ ກັບແນວຄິດສາກົນອັນຜ່ອງໃສ.

– ດ້ານການກະທໍາ: ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມມີຄວາມສາມາດຫັນທິດສະດີ, ແນວທາງນະໂຍບາຍຂອງພັກ, ແຜນຍຸດທະສາດ ແລະກົດໝາຍຂອງລັດໃຫ້ກາຍເປັນແຜນການ, ໂຄງການປະຕິບັດລະອຽດຂອງໜ້າວຽກ ຂອງການ ຈັດຕັ້ງມອບໝາຍໃຫ້ຢ່າງມີຜົນສໍາເລັດ; ສາມາດຕີລາຄາ, ວິເຄາະ, ໄຈ້ແຍກບັນຫາຕ່າງໆ ທີ່ເກີດຂຶ້ນຢູ່ພາຍໃນ ແລະຕ່າງປະເທດ ເພື່ອມີວິ ທີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ແລະມີມາດຕະການຕອບໂຕ້ຢ່າງທັນການ ຕໍ່ກັບກະແສຕ້ານກັບພາລະ ກິດປ່ຽນແປງໃໝ່ ແລະທິດທາງກ້າວຂຶ້ນສັງຄົມນິຍົມຂອງປະເທດເຮົາ.
3).ໂຄງປະກອບຂອງນັກຝຶກອົບຮົມ.

ບັນດາສະຫາຍຜູ້ເຂົ້າຮ່ວມຝຶກອົບຮົມໃນຊຸດທີ I ມີທັງໝົດ 44 ສະຫາຍ, ຍິງ 09 ສະຫາຍ (ມີຄະນະຫ້ອງ 5 ສະຫາຍ) ແຍກຕຳແໜ່ງມີຄື: ຮອງຫົວໜ້າກົມມີຈຳນວນ 09 ສະຫາຍ, ຍິງ 0 ສະຫາຍ, ຫົວໜ້າພະແນກມີຈຳນວນ 18 ສະຫາຍ, ຍິງ 04 ສະຫາຍ; ຮອງຫົວໜ້າພະແນກ ມີຈຳນວນ 08 ສະຫາຍ, ຍິງ 01 ສະຫາຍ, ວິຊາການ ມີຈໍານວນ 08 ສະຫາຍ, ຍິງ 04 ສະຫາຍ;

ພ້ອມນັ້ນ, ຍັງໄດ້ສະເໜີເນື້ອໃນການຝຶກອົບຮົມ ເຊິ່ງປະກອບດ້ວຍ 8 ຫົວຂໍ້ ຄື: ຄວາມໝາຍ ແລະຄວາມສຳຄັນຂອງເລຂາການນຳ; ຄຸນສົມບັດສິນທຳປະຕິວັດ ແລະຈັນຍາບັນ ຂອງເລຂາການນຳ; ການເປັນເລຂາການນຳແບບໃໝ່; ການພົວພັນປະສານງານ ຂອງເລຂາການນຳ; ຄວາມຮັບຜິດຊອບຂອງເລຂາການນຳ; ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານພັກ-ພະນັກງານ; ແບບແຜນວິທີເຮັດວຽກ ຂອງເລຂາການນຳ; ການແກ້ໄຂບັນຫາ ຂອງເລຂາການນໍາ. ນອກຈາກການຂຶ້ນຫ້ອງບັນຍາຍ ຂອງວິທະຍາກອນແລ້ວ, ຈະຄົ້ນຄວ້າສຳມະນາລວມຫ້ອງ ແລະມີອາຈານຮັບເຊີນທີ່ມີປະສົບການສູງມາຂຶ້ນຫ້ອງບັນລະຍາຍ ແລະເລົ່າປະສົບການຕົວຈິງ, ສຸດທ້າຍຈະໄດ້ສະຫຼຸບຖອດຖອນບົດຮຽນ ເຊິ່ງລວມທັງໝົດ ມີ 70 ຊົ່ວໂມງ.

    ໃນວາລະອັນມີຄວາມໝາຍ ທ່ານປະທານ ໄດ້ມີຄໍາເຫັນໂອ້ລົມ ແລະກ່າວເປີດພິທີ ເຊິ່ງມີເນື້ອໃນສໍາຄັນຄື: ສໍາລັບຫຼັກສູດຝຶກອົບຮົມເລຂາການນໍາ, ພວກເຮົາໄດ້ກະກຽມມາແຕ່ປີ 2021, ແຕ່ເນື່ອງຈາກ ຫຼາຍປັດໄຈ ຈຶ່ງແກ່ຍາວມາຮອດປະຈຸບັນນີ້. ຫຼັກສູດນີ້ ເປັນຫຼັກສູດໜຶ່ງທີ່ສໍາຄັນ ເປັນຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່ ໂດຍສະເພາະ ໄລຍະທີ່ພວກເຮົາພວມສ້າງການຫັນປ່ຽນໃໝ່ຮອບດ້ານ ແລະ ນໍາເອົາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ. ພັກເຮົາຢືນຢັນຕະຫຼອດມາວ່າ, ແນວທາງເຖິງຈະຖືກຕ້ອງປານໃດກໍຕາມ, ແຕ່ຖ້າຫາກພະນັກງານບໍ່ເອົາແນວທາງໄປຜັນຂະຫຍາຍ ຫຼື ຜັນຂະຫຍາຍບໍ່ຖືກຕ້ອງ ແນວທາງນັ້ນ ກໍບໍ່ມີຄວາມໝາຍ ຫຼື ບໍ່ໄດ້ຮັບຜົນສໍາເລັດຕາມຈຸດປະສົງ. ສະນັ້ນ, ເລຂາການນໍາຂັ້ນຕ່າງໆ ຈຶ່ງມີບົດບາດສໍາຄັນໃນການເປັນເສນາທິການໃຫ້ແກ່ການນໍາ ຂອງຕົນ, ຊ່ວຍການນໍາຄົ້ນຄວ້າວາງແຜນຍຸດທະສາດໃນແຕ່ລະໄລຍະ, ຄົ້ນຄວ້າ, ກັ່ນຕອງເອກະສານໃຫ້ແກ່ການ ນໍາຢ່າງຖືກຕ້ອງ ແລະ ທັນເວລາ. ຍ້ອນແນວນັ້ນ, ເລຂາການນໍາ ຈະຕ້ອງເປັນຜູ້ທີ່ມີຄວາມຮູ້, ຄວາມ ສາມາດ, ມີທັກສະດ້ານຕ່າງໆທີ່ຄ່ອງແຄ້ວ, ມີຄຸນສົມບັດສິນທຳປະຕິວັດ ຮັບໃຊ້ການນໍາດ້ວຍຄວາມ ບໍລິສຸດສັດຊື່, ດ້ວຍເຫດນັ້ນ, ຫຼັກສູດນີ້ ຈະເປັນການປະກອບສ່ວນຍົກສູງຄວາມຮູ້ທາງດ້ານທິດສະດີ ໃຫ້ແກ່ບັນດາເລຂາການນໍາຂັ້ນຕ່າງໆ. ພ້ອມກັນນັ້ນ, ກໍ່ຈະເປັນໂອກາດສົນທະນາແລກປ່ຽນບົດຮຽນກັນ ພ້ອມກັນຊອກໃຫ້ເຫັນດ້ານຕັ້ງໜ້າ ເພື່ອຜັນຂະຫຍາຍ ແລະ ຊອກໃຫ້ເຫັນຂໍ້ຈຳກັດ ເພື່ອປັບປຸງແກ້ໄຂ ເຮັດໃຫ້ການເຄື່ອນໄຫວຮັບໃຊ້ການນໍາ ມີປະສິດທິພາບ ແລະ ມີປະສິດທິຜົນສູງຂຶ້ນໃນຕໍ່ໜ້າ.

ພ້ອມນັ້ນ, ເພື່ອເຮັດໃຫ້ຊຸດຝຶກອົບຮົມພວກເຮົາບັນລຸໄດ້ຕາມຈຸດປະສົງລະດັບຄາດໝາຍ, ທ່ານປະທານ ໄດ້ມີທັດສະນະຊີ້ນໍາດັ່ງນີ້:

1). ຕໍ່ສໍາມະນາກອນ: ກ່ອນອື່ນໝົດ ບັນດາທ່ານ ຕ້ອງຍົກສູງຄວາມຮັບຜິດຊອບໃນການເຂົ້າຮ່ວມຝຶກຕາມກໍເວລາ ກໍ່ຄືໂຄງການຫຼັກສູດທີ່ຄະນະຮັບຜິດຊອບກຳນົດໄວ້, ບໍ່ຢາກໃຫ້ທ່ານໃດຂາດ ໂດຍບໍ່ຈໍາເປັນແທ້; ຕັ້ງໃຈຟັງການບັນຍາຍ ແລະ ສົນທະນາກັບວິທະຍາກອນໃຫ້ຫຼາຍ; ບໍ່ໃຫ້ເກງອົກເກງໃຈ, ຈົ່ງຈຽມກັນ. ເພາະວິທະຍາກອນ ຈໍານວນໜຶ່ງມາຈາກສະຖາບັນພວກເຮົາ ແລະ ອີກຈໍານວນໜຶ່ງແມ່ນຜູ້ຊ່ຽວຊານ ມີປະສົບການມາໃນການເຮັດວຽກເລຂາການນໍາມາກ່ອນ;  ເອົາໃຈໃສ່ແລກປ່ຽນສົນທະນາກັນພາຍໃນຊຸດຮຽນ, ຮຽນຮູ້, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃຫ້ຫຼາຍ. ເພາະວ່າບົດຮຽນ ຂອງແຕ່ລະຂົງເຂດບໍ່ຄືກັນ, ຈຸດພິເສດບໍຄືກັນ. ສະນັ້ນ ຕ້ອງຮຽນຮູ້ເຊິ່ງ ກັນແລະກັນ ໃຫ້ກວ້າງຂວາງ ແລະ ເລິກເຊິ່ງ; ເອົາໃຈໃສ່ປະສານງານກັບຄະນະຮັບຜິດຊອບ, ຖ້າຫາກເຫັນວ່າຄວນປັບປຸງແກ້ໄຂດ້ານໃດ ກໍຄວນຮີບຮ້ອນນໍາສະ ເໜີ ເພື່ອຊອກທິດທາງ ແລະວິທີການແກ້ໄຂໃຫ້ທັນເວລາ; ຊຸດຝຶກອົບຮົມນີ້ ເປັນຊຸດທຳອິດ. ສະນັ້ນ ປະສະຈາກບໍ່ໄດ້ ເນື້ອໃນບໍ່ທັນເລິກເຊິ່ງສົມບູນ, ການບັນຍາຍ ຂອງວິທະຍາກອນອາດບໍ່ຄົບຖ້ວນ ຫຼື ມີຂໍ້ຈຳກັດດ້ານຕ່າງໆ. ສະນັ້ນ ຂໍໃຫ້ບັນດາສະຫາຍ ປະກອບຄໍາຄິດຄໍາເຫັນດ້ວຍຄວາມຈິງໃຈ ເພື່ອປັບປຸງໃຫ້ດີຂຶ້ນໃນການຈັດຕັ້ງປະຕິບັດຊຸດຕໍ່ໄປ.

2). ຕໍ່ຄະນະຮັບຜິດຊອບ: ຕ້ອງເອົາໃຈໃສ່ໃກ້ຊິດຕິດແທດ, ເກັບກຳສະພາບການຕ່າງໆ ຂອງຊຸດຝຶກອົບຮົມໃຫ້ດີ, ຖ້າມີບັນຫາສະເໜີຫາຂັ້ນເທິງເພື່ອແກ້ໄຂ ຕ້ອງຮີບຮ້ອນນໍາສະເໜີເພື່ອແກ້ໄຂໃຫ້ທັນເວລາ; ເພີ່ມທະວີການປະສານງານກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງໃຫ້ໂລ່ງລ່ຽນກົມກຽວກັນ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ຊຸດຝຶກອົບຮົມດຳເນີນໄປຕາມແຜນການທີ່ວາງໄວ້ ເປັນຕົ້ນແມ່ນການເຊີນວິທະຍາກອນມາບັນຍາຍ, ການໄປທັດສະນະຕ່າງໆ ຕ້ອງດໍາເນີນການຢ່າງເປັນລະບົບ ແລະວ່ອງໄວ, ມີການແບ່ງຄວາມຮັບຜິດຊອບໃຫ້ກັນຢ່າງລະອຽດຊັດເຈນ; ໃກ້ຊິດຕິດແທດ, ເກັບກຳສະພາບການຮຽນ-ການສອນ ເພື່ອຊອກໃຫ້ເຫັນດ້ານດີ ເພື່ອເສີມຂະຫຍາຍ ແລະ ຊອກໃຫ້ເຫັນດ້ານຈຳກັດ ເພື່ອປັບປຸງແກ້ໄຂ ເຮັດໃຫ້ການຈັດຕັ້ງປະຕິບັດໃນຊຸດຕໍ່ໄປມີຄຸນນະພາບສູງຂຶ້ນກວ່າເກົ່າ.

    ຂ່າວ/ພາບ: ພະແນກຄ້ົນຄວ້າວິໄຈຂ່າວ

                                                                                                ບັນນາທິການ: ປທ ບຸນປັນ ສຸມູນທອງ

ຂ່າວອື່ນໆ