ຄະນະຄຸ້ມຄອງໂຄງການແປປື້ມນິພົນໂຮຈີມິນ ຄົບຊຸດ ໄດ້ມອບຜະລິດຕະພັນ ຜົນສຳເລັດຂອງການແປປື້ມດັ່ງກ່າວໃຫ້ບັນດາໜ່ວຍງານຂັ້ນກົມພາຍໃນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນວັນທີ 16 ກໍລະກົດ 2020.
ປື້ມນິພົນທີ່ມອບໃນຄັ້ງນີ້ ມີເຫຼັ້ມທີ 3, 9, 10, 12, 13, 14, ເຫຼັ້ມລະ 3 ຫົວ ມອບໃຫ້ 10 ພາກສ່ວນ ພາກສ່ວນລະ 18 ຫົວ. ສ່ວນກົມກວດກາ ແລະ ສູນແນວຄິດໄກສອນພົມວິຫານ ແມ່ນໄດ້ຮັບ 13 ເຫຼັ້ມ ຄືເຫຼັ້ມທີ 1, 2, 3, 4, 5, 6, 7, 8, 9, 10, 12, 13, 14, ເຫຼັ້ມລະ 3 ຫົວ ລວມທັງໝົດພາກສ່ວນລະ 39 ຫົວ. ນອກນີ້, ຍັງໄດ້ມອບເຂົ້າຫໍສະໝຸດ ສມປຊ ຕື່ມຈໍານວນ 9 ເຫຼັ້ມຄື: ເຫຼັ້ມທີ 3, 5, 7, 8, 9, 10, 12, 13, 14, ເຫຼັ້ມລະ 100 ຫົວ ລວມທັງໝົດ 900 ຫົວ.
ທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ຫົວໜ້າຫ້ອງການ ສມປຊ,  ຫົວໜ້າຫ້ອງການໂຄງການແປນິພົນໂຮຈີມີນຄົບຊຸດ ໄດ້ກ່າວມອບ ແລະມີຄໍາເຫັນ ແນະນໍາໃຫ້ 12 ພາກສ່ວນທີ່ມາຮັບເອົາປື້ມນິພົນ ໃຫ້ນໍາເອົາປື້ມນິພົນນີ້ໄປໃຫ້ພະນັກງານ, ຄູ-ອາຈານໃນພາກສ່ວນກົມກອງຂອງຕົນໄດ້ຄົ້ນຄວ້າໃຫ້ເລິກເຊິ່ງ ກໍາໄດ້ເນື້ອໃນ ຫຼັ້ກມູນທິດສະດີ ເນື່ອງຈາກວ່າປື້ມນິພົນໂຮຈີມິນ ມີເນື້ອໃນເປັນບ່ອນອີງທີ່ສຳຄັນຕໍ່ກັບແນວຄິດທິດສະດີ, ການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ,ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ ນຳໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຂອງພະນັກງານ, ຄູ-ອາຈານ ເປັນຕົ້ນວຽກງານແນວຄິດການເມືອງ, ການພົວພັນສາກົນ, ວຽກງານວາລະສານ-ຂ່າວສານ ແລະ ວຽກງານການສິດສອນ…ໃຫ້ມີປະສິດທິຜົນຍິ່ງໆຂຶ້ນ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ