ໂດຍປະຕິບັດຕາມກົດລະບຽບ ຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ X ໜວດທີ Iມາດຕາ 2.

          ໃນຕອນເຊົ້າຂອງວັນທີ 15 ກໍລະກົດ 2020 ຢູ່ທີໂຮງຮຽນການເມືອງ ແລະການປົກຄອງແຂວງ ໄດ້ຈັດພິທີ ເລື່ອນສະມາຊິກພັກ ສຳຮອງເປັນສະມາຊິກພັກສົມບູນ ໂດຍເປັນປະທານ ຂອງສະຫາຍ ນ. ບົວສີ ນາຖາວົງ ກຳມະການພັກແຂວງ ເລຂາໜ່ວຍພັກໂຮງຮຽນການເມືອງ ແລະການປົກຄອງ ແຂວງຊຽງຂວາງ, ມີບັນດາສະຫາຍ ໃນຄະນະພັກ, ເລຂາຈຸພັກ ຫ້ອງຮຽນຮຸ່ນ 16 ແລະສະມາຊິກພັກພາຍໃນໜ່ວຍພັກເຂົ້າຮ່ວມ.
ໃນພິທີ ເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນໃນຄັ້ງນີ້ ມີ 2 ສະຫາຍຄື: ສະຫາຍ ໄຊຊະນະ ມະນີວັນ ພະນັກງານໂຮງຮຽນ ແລະສະຫາຍ ເຂດ ໄຊຍະສອນ ນັກສຶກສາ ຮຸ່ນທີ 16, ເຊິ່ງທັງ 2 ສະຫາຍໄດ້ຜ່ານການເຝິກຝົນຫຼໍ່ຫຼອມຕົນເອງໃນຂະບວນການຕົວຈິງ, ສາມາດເຮັດລ້ອນໜ້າທີ່ທີ່ການຈັດຕັ້ງມອບໝາຍໃຫ້ ແລະຄົບຕາມມາດຕະຖານເງື່ອນໄຂທີ່ກົດລະບຽບພັກກໍານົດໃວ້.
ໃນຕອນທ້າຍພິທີສະຫາຍ ເລຂາໜ່ວຍພັກໂອ້ລົມຕໍ່ສະມາຊິກພັກສົມບູນໃໝ່ໂດຍສະຫາຍໄດ້ຍົກໃຫ້ເຫັນບົດບາດ ແລະຄວາມສຳຄັນຂອງພັກ, ໜ້າທີ່ຂອງສະມາຊິກພັກ, ເນັ້ນໃຫ້ສະມາຊິກພັກໃໝ່ຈົ່ງສືບຕໍ່ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກທີ່ດີເດັ່ນ ແລະເປັນແບບຢ່າງໃຫ້ແກ່ມະຫາຊົນ.

                                                                   ຂ່າວ- ພາບໂດຍ: ທ່ານຈັນເພັງ ນັນທະວົງ
ໂຮງຮຽນການເມືອງ ແລະການປົກຄອງ ແຂວງຊຽງຂວາງ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ