ເມືອງເງິນແຂວງໄຊຍະບູລີ ໄດ້ຈັດພິທີເປີດຊຸດຮຽນທິດສະດີການເມືອງ ແລະການປົກຄອງຊັ້ນຕົ້ນ ໃຫ້ພະນັກງານຫຼັກແຫຼ່ງພາຍໃນເມືອງ, ໃນຕອນເຊົ້າ ຂອງວັນທີ 4 ສິງຫາ 2020 ຜ່ານມານີ້. ໂດຍການເປັນປະທານ ຂອງ ທ່ານ ສອນສຸກ ພວງແກ້ວ ຮອງເລຂາພັກເມືອງ, ຮອງເຈົ້າເມືອງໆເງິນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ສີສອນພັນ ບຸນສີ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງ ແຂວງໄຊຍະບູລີ, ມີ ທ່ານ ນາງ ສີຈົມ ບຸນມານະທໍາ ກໍາມະການພັກເມືອງ, ຫົວໜ້າໂຄສະນາອົບຮົມເມືອງ, ມີພະນັກງານ, ຄູ-ອາຈານ, ແຂກຖືກເຊີນ ຕະຫຼອດຮອດນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

ຊຸດຮຽນທິດສະດີການເມືອງ ແລະການປົກຄອງ ຊັ້ນຕົ້ນ ຊຸດທີ I ນີ້ ມີຜູ້ເຂົ້າມາຮຽນທັງໝົດ 50 ສະຫາຍ ຍິງ 12 ສະຫາຍ ເຊິ່ງແມ່ນສະມາຊິກພັກປະຊາຊົນ ປະຕິວັດລາວທັງໝົດ. ໃນນີ້, ມາຈາກຫ້ອງການ-ອົງການອ້ອມຂ້າງເມືອງ ຈໍານວນ 37 ສະຫາຍ ຍິງ 12 ສະຫາຍ, ກໍາລັງປະກອບອາວຸດ ຈໍານວນ 13 ສະຫາຍ. ເປັນກໍາມະການພັກເມືອງຈໍານວນ 2 ສະຫາຍ, ເປັນຫົວໜ້າຫ້ອງການຈໍານວນ 4 ສະຫາຍ, ຮອງຫົວໜ້າຫ້ອງການຈໍານວນ 10 ສະຫາຍ ຍິງ 5 ສະຫາຍ, ຫົວໜ້າພະແນກ ປກສ-ປກຊ, ກຸ່ມບ້ານ, ຫົວໜ້າໜ່ວຍງານ ແລະວິຊາການອີກຈໍານວນ 34 ສະຫາຍ ຍິງ 8 ສະຫາຍ.

          ໃນພິທີ ທ່ານ ສົມພຽນ ໄຊຍະວົງ ຄະນະຈັດຕັ້ງພິທີ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ວ່າດ້ວຍການອານຸມັດເປີດຮຽນທິດສະດີການເມືອງ ແລະການປົກຄອງ ຊັ້ນຕົ້ນຊຸດທີ I ຂອງເມືອງເງິນ ແລະທ່ານ ນາງ ສີຈົມ ບຸນມານະທໍາ ກໍາມະການພັກເມືອງ, ຫົວໜ້າໂຄສະນາອົບຮົມເມືອງຂຶ້ນຜ່ານບົດສະເໜີໂຄງການ, ຫຼັກສູດຊຸດຮຽນທິດສະດີການເມືອງ ແລະການປົກຄອງສໍາລັບຊັ້ນຕົ້ນ. ໃນນີ້, ປະກອບມີທັງໝົດ 14 ໜ່ວຍກິດ, ມີຊົ່ວໂມງຮຽນທັງໝົດ 630 ຊົ່ວໂມງ, ມີວິຊາຮຽນທັງໝົດຈໍານວນ 5 ວິຊາ, ການຮຽນໃຊ້ເວລາທັງໝົດ 90 ວັນ ໃນນີ້, ມີການເສັງຂຽນ, ເສັງປາກເປົ່າ ແລະເສັງຈົບຊັ້ນ. ໃນຕອນທ້າຍພິທີ ໄດ້ຮັບຟັງການໂອ້ລົມ ຂອງສະຫາຍຮອງເລຂາພັກເມືອງ, ຮອງເຈົ້າເມືອງໆເງິນ ສະຫາຍໄດ້ຍົກໃຫ້ເຫັນຄວາມສຳຄັນຂອງທິດສະດີມາກ-ເລນິນ, ທັດສະນະຂອງພັກ, ແນວຄິດຂອງປະທານ ໄກສອນ ພົມວິຫານ ແລະຍັງໄດ້ເນັ້ນໜັກໃຫ້ນັກສຶກສາມີຄວາມເອົາໃຈໃສ່ເຮັດສຳເລັດໜ້າທີ່ການເມືອງ ຂອງຕົນໃນຄັ້ງນີ້ ພ້ອມທັງສາມາດນໍາເອົາບົດຮຽນທີ່ໄດ້ຮຽນໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ປະສົບຜົນສໍາເລັດທາງດ້ານປະລິມານ ແລະຄຸນນະພາບໃນຕໍ່ໜ້າ.

ບັນນາທິການ: ຄອນສະຫວັນ ແສນຍານຸພາບ
ພາບ/ຂ່າວ:  ທ່ານ ຄຳພອນ ໄຊຍະວົງ