ໃນຕອນເຊົ້າວັນທີ 4ມິຖຸນາ 2024ເວລາ 10 ໂມງ ທີ່ຫ້ອງຮັບແຂກ, ຕຶກຈັດຕັ້ງ-ພະນັກງານ ສະຖາບັນການ ເມືອງ ແລະ ການປົກຄອງແຫ່ງຊາດ. ທ່ານ ນາງ ມິແກນ ຈອນ, ເອກອັກຄະລັດຖະທູດອົດສະຕີລີປະຈຳລາວ, ຮອງປະທານສະມາຄົມມິດຕະພາບອົດສະຕາລີ-ລາວ ພ້ອມດ້ວຍຄະນະໄດ້ເຂົ້າພົບປະການນໍາຂັ້ນສູງ ຂອງ ສມປຊ ເຊິ່ງໃຫ້ກຽດຕ້ອນຮັບໂດຍ: ທ່ານ ປທ ນາງ ຄຳຫຼ້າ ແກ້ວອຸ່ນຄຳ, ກໍາມະການຄະນະພັກ, ຮອງຫົວໜ້າ ສມປຊ ພ້ອມດ້ວຍຄະນະ.

          ເຊິ່ງໃນວາລະດັ່ງກ່າວ ທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ກໍາມະການຄະນະພັກ, ຮອງຫົວໜ້າ ສມປຊ ໄດ້ເລົ່າປະຫວັດຄວາມເປັນມາ, ພາລະບົດບາດ ແລະໜ້າທີ່,​ ການຄົ້ນຄວ້າຮໍ່າຮຽນ, ຂຶ້ນຫ້ອງສິດສອນຂອງບັນດາພະນັກງານ, ຄູ-ອາຈານ ແລະການນໍາສົ່ງພະນັກງານ, ຄູ-ອາຈານ ໄປເຝິກອົບຮົມໄລຍະສັ້ນທັງພາຍໃນ ແລະຕ່າງປະເທດ ລວມໄປເຖິງການນໍາໃຊ້ລະບົບນໍ້າສະອາດ ຂອງ ສມປຊ ພ້ອມກັນນັ້ນ, ທ່ານ ນາງ ມິແກນ ຈອນ, ເອກອັກຄະລັດຖະທູດອົດສະຕີລີປະຈຳລາວ, ຮອງປະທານສະມາຄົມມິດຕະພາບອົດສະຕາລີ-ລາວ ກໍ່ໄດ້ກ່າວເຖິງຈຸດປະສົງການລົງມາຢ້ຽມຢາມຄັ້ງນີ້ ແລະການລົງມາປະຕິບັດໜ້າທີ່ຂອງຕົນເອງຢູ່ ສປປລາວ.

         ຫຼັງຈາກນັ້ນເວລາ 10:30 ທີ່ຫ້ອງປະຊຸມຊັ້ນ 5 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ກໍ່ໄດ້ມີພິ ທີມອບ-ຮັບໂຄງການຊ່ວຍເຫຼືອປັບປຸງລະບົບນໍ້າສະອາດ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈາກສະຖານທູດອົດສະຕາລີ ພາຍໃຕ້ການເປັນປະທານຮ່ວມໂດຍ ທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ກໍາມະການຄະນະພັກ, ຮອງຫົວໜ້າ ສມປຊ, ທ່ານ ນາງ ມິແກນ ຈອນ, ເອກອັກຄະລັດຖະທູດອົດສະຕີລີປະຈຳລາວ, ຮອງປະທານສະມາຄົມມິດຕະພາບອົດສະຕາລີ-ລາວ ແລະທ່ານ ປອ ຂຽນ ພັນສູລິວົງ, ຮອງປະທານສະມາຄົມມິດຕະພາບລາວ-ອົດສະຕາລີ, ມີບັນດາທ່ານຕາງໜ້າຈາກສະມາຄົມມິດຕະພາບລາວ-ອົດສະຕາລີ, ສະມາຄົມມິດຕະພາບອົດສະຕາລີ-ລາວ, ສະຖານທູດອົດສະຕາລີປະຈຳລາວ, ຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງການຕ່າງປະເທດ ແລະບັນດາທ່ານຕ່າງໜ້າຈາກກົມ,ຄະນະຕ່າງໆ, ສູນຕ່າງໆ, ຫ້ອງການທົ່ວ ແລະພະນັກງານທີ່ຮຽນພາສາອັງກິດຢູ່ ສມປຊ ກໍ່ເຂົ້າຮ່ວມລວມທັງໜົດ 60 ກວ່າທ່ານ.

          ທ່ານ ປທ ສົນທະຍາ ເທບນຸຮັກ ຮອງຫົວໜ້າຫ້ອງການ ໄດ້ຂຶ້ນກ່າວຕ້ອນຮັບແຂກ ແລະຈຸດປະສົ່ງຂອງກອງປະ ຊຸມ. ພ້ອມກັນນັ້ນ, ທ່ານ ປອ ນາງ ໄກສອນ ຈັນສີນາ ກໍາມະການຄະນະພັກ ຫົວໜ້າຫ້ອງການ ສມປຊ ກໍ່ໄດ້ຂຶ້ນຜ່ານບົດລາຍງານໂຄງການປັບປຸງລະບົບນ້ຳປະປາ ຂອງ ສມປຊ, ໃນພິທີໄດ້ມີການກ່າວມອບໂຄງການໂດຍ: ທ່ານ ນາງ ມິແກນຈອນ, ເອກອັກຄະລະຕະຖະທູດອົດສະຕີລີປະຈຳລາວ, ຮອງຫົວໜ້າສະມາຄົມມິດຕະພາບອົດສະຕາລີ-ລາວ ແລະໃຫ້ກຽດກ່າວຮັບໂຄງການໂດຍ: ທ່ານ ປທ ນາງ ຄຳຫຼ້າ ແກ້ວອຸ່ນຄຳ, ກໍາມະການຄະນະພັກ, ຮອງຫົວໜ້າ ສມປຊ ເຊິ່ງໃນວາລະດັ່ງກ່າວກໍ່ໄດ້ມີພິທີມອບໃບຊົມເຊີຍໃຫ້ກັບ ສະມະຄົມມິດຕະພາບ ລາວ-ອົດສະຕາລີ ແລະສະມະຄົມມິດຕະ ພາບອົດສະຕາລີ-ລາວ.

          ໃນຕອນທ້າຍກອງປະຊຸມທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ກໍາມະການຄະນະພັກ, ຮອງຫົວໜ້າ ສມປຊ ກໍ່ໄດ້ກ່າວຄໍາຂອບໃຈທີ່ທາງສະຖານທູດອົດສະຕາລີໃຫ້ການຊ່ວຍເຫຼືອທາງດ້ານການກໍ່ສ້າງພະນັກງານ, ການໃຫ້ທຶນການໄປເຝິກອົບຮົມໄລຍະສັ້ນ, ການຂຶ້ນຫ້ອງສິດສອນໃຫ້ແກ່ນັກເຝິກອົບຮົມພະນັກງານ, ຄູ-ອາຈານ ຢູ່ ສມປຊ ແລະການຊ່ວຍ ເຫຼືອມອບທຶນປັບປຸງລະບົບນໍ້າສະອາດຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະຈະນໍາເອົາທຶນດັ່ງ ກ່າວໄປບູລະນະຮັກສາລະບົບນໍ້າສະອາດຂອງ ສມປຊ ໃຫ້ມີປະສິດທິຜົນສູງທີ່ສຸດ. ຫຼັງຈາກສໍາເລັດພິທີຜູ້ເຂົ້າຮ່ວມທັງສາມຝ່າຍ ແລະແຂກຖືກເຊີນ ກໍ່ໄດ້ເຂົ້້າຢ້ຽມຊົມສະຖານທີ່ຕັ້ງໂຮງງານຜະລິດນໍ້າສະອາດ ຂອງ ສມປຊ.

ຂ່າວ/ພາບ: ນາງ ທິດດາວອນດວງປະເສີດ

          ບັນນາທິການ: ປທ ບຸນປັນ ສຸມຸນທອງ