ໃນຕອນເຊົ້າຂອງວັນທີ 9 ພຶດສະພາ 2024 ຢູ່ທີ່ຫ້ອງປະຊຸມສູນຂໍ້ມູນຂ່າວສານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມສະຫລຸບການເຄື່ອນໄຫວນຳພາ-ຊີ້ນຳໃນໄລຍະ 6 ເດືອນທີ່ຜ່ານມາ ແລະ ທິດທາງແຜນການກໍ່ສ້າງຫນ່ວຍພັກປອດໃສ, ເຂັ້ມແຂງ, ຫນັກແຫນ້ນ ປະຈໍາປີ 2024 ຂອງຫນ່ວຍພັກຮາກຖານນັກຄົ້ນຄວ້າ ປທ ຮຸ່ນທີ XIX ຫ້ອງ ກ ໂດຍການເປັນປະທານ ຂອງ ສະຫາຍ ປທ ນາງ ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີ ສະຫາຍ ປອ ນາງ ຈັນທະຫນອມ ບັນດາວົງ ຮອງເລຂາຫນ່ວຍພັກກົມຈັດຕັ້ງ-ພະນັກງານ, ມີ ສະຫາຍ ວິໄລສິດ ພິມພັກດີ ເລຂາຫນ່ວຍພັກນັກຄົ້ນຄວ້າ ປທ ຮຸ່ນທີ  XIX ຫ້ອງ ກ, ມີບັນດາ ສະຫາຍ ຄະນະກໍາມະການຊຸກຍູ້ປະຕິບັດແຜນການກໍ່ສ້າງຫນ່ວຍພັກປອດໃສ, ເຂັ້ມແຂງ, ຫນັກແຫນ້ນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕະຫລອດຮອດບັນດາສະມາຊິກໃນຫນ່ວຍພັກນັກຄົ້ນຄວ້າ ປທ ຮຸ່ນທີ XIX ຫ້ອງ ກ ເຊິ່ງມີຜູ້ເຂົ້າຮ່ວມທັງຫມົດ 83 ສະຫາຍ, ຍິງ 26 ສະຫາຍ.

      ໃນພິທີ ກໍໄດ້ຮັບຟັງການຜ່ານບົດສະຫລຸບ ແລະ ທິດທາງແຜນການກໍ່ສ້າງຫນ່ວຍພັກປອດໃສ, ເຂັ້ມແຂງ, ຫນັກແຫນ້ນ ປະຈຳປີ 2024 ຂອງຫນ່ວຍພັກນັກຄົ້ນຄວ້າ ປທ ຮຸ່ນທີ XIX ຫ້ອງ ກ ໂດຍ ສະຫາຍ ວິໄລສິດ ພິມພັກດີ ເລຂາຫນ່ວຍພັກນັກຄົ້ນຄວ້າ ປທ ຮຸ່ນທີ  XIX ຫ້ອງ ກ.

          ຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ມີການປະກອບຄຳຄິດຄໍາເຫັນໃສ່ບົດສະຫລຸບ ແລະ ທິດທາງແຜນການໂດຍເປັນການແນະນໍາ, ຊັກຖາມ ແລະຊີ້ແຈງຢ່າງກົງໄປກົງມາ ດ້ວຍບັນຍາກາດທີ່ຄຶກຄື້ນ ແລະ ມີຄວາມກະຈ່າງແຈ້ງ.

ໃນກອງປະຊຸມດັ່ງກ່າວ ສະຫາຍ ນາງ ຈອນນີ້ ໄຊຍະຈັກຮອງຫົວໜ້າພະແນກພັກ-ພະນັກງານຕາງຫນ້າກົມຈັດຕັ້ງ-ພະນັກງານ ກໍໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການຮັບຮອງແຜນການກໍ່ສ້າງຫນ່ວຍພັກປອດໃສ, ເຂັ້ມແຂງ, ຫນັກແຫນ້ນ ຂອງຫນ່ວຍພັກຮາກຖານນັກຄົ້ນຄວ້າ ປທ ຮຸ່ນທີ XIX ຫ້ອງ ກ ແລະ ໄດ້ເປັນເອກະສັນຮັບຮອງຢ່າງເປັນທາງການ.

ໃນຕອນທ້າຍຂອງກອງປະຊຸມ ກໍໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ປທ ນາງ ບຸນມີ ຈຸນລະຈັກ ປະທານພິທີ ເຊິ່ງກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະພັກ,ຄະນະຫ້ອງ ຕະຫລອດຮອດສະມາຊິກພັກພາຍໃນຫນ່ວຍ, ທີ່ໄດ້ເອົາໃຈໃສ່ໃນການສ້າງຜົນງານ ແລະ ເກັບກໍາຂໍ້ມູນລະອຽດຈົນສາມາດເປີດກອງປະຊຸມໄດ້. ພ້ອມນີ້, ສະຫາຍ ກໍໄດ້ຮຽກຮ້ອງ ແລະເນັ້ນຫນັກບາງດ້ານເປັນຕົ້ນແມ່ນ: ການນໍາເອົາບົດສະຫຼຸບ ແລະ ທິດທາງແຜນການໄປປັບປຸງດ້ານເນື້ອໃນ ແລະ ເຕັກນິກ ແລ້ວສົ່ງໃຫ້ຄະນະກໍາມະການ, ຜັນຂະຫຍາຍແຜນດັ່ງກ່າວໃຫ້ເປັນແຜນລະອຽດເພື່ອໃຫ້ບັນລຸ ແລະສາມາດຈັດການປະເມີນໄດ້ຕາມກໍານົດເວລາ, ຊີ້ແນະຕໍ່ກັບໜ້າທີ່ການເມືອງໃຫ້ບັນດາສະມາຊິກພັກໃນໜ່ວຍຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ ແລະເພີ່ມຄວາມເອົາໃຈໃສ່ໃນການຮ່ວມຊີວິດຢ່າງເປັນປະຈໍາ.
                        ພິທີໄດ້ສີ້ນສຸດລົງໃນເວລາ 11:55ນາທີ ຂອງວັນດຽວກັນ ດ້ວຍຜົນສຳເລັດອັນຈົບງາມ.

ຂ່າວ: ສີດາ ຊາຍນໍ້າທາ (ຜູ້ສື່ຂ່າວ ປທ 19 ກ)

ພາບ: ປທ ແກ້ວອຸດອນ ພັນດານຸວົງ

ບັນນາທິການ: ປທ ບຸນປັນ ສຸມຸນທອງ