ໃນວັນທີ 3 ມີນາ 2024 ທີ່ຫ້ອງປະຊຸມຊັ້ນ 1 ຫ້ອງ 110 ຕຶກສູນຂໍມູນຂ່າວສານການເມືອງ ແລະການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໄດ້ຈັດກອງປະຊຸມເຜີຍເເຜ່ເອກະສານ ການສະເໜີ ຕໍາແໜ່ງວິຊາການຄູ ແລະເຜີຍແຜ່ຂັ້ນຕອນການລົງວາລະສານວິທະຍາສາດ, ກອງປະຊຸມດັ່ງກ່າວໄດ້ດໍາເນີນເປັນເວລາ 1 ວັນ, ເຊິ່ງມີທັງປະຊຸມຜ່ານອອນລາຍ ແລະປະຊຸມເຊິ່ງໜ້າ  ພາຍໃຕ້ການເປັນປະທານໂດຍ: ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈໍາພັກ ຮອງຫົວໜ້າ ສມປຊ, ພ້ອມດ້ວຍບັນດາແຂກທີ່ມາຈາກກະຊວງສຶກສາທິການ ແລະກິລາ, ມະຫາວິທະຍາໄລແຫ່ງຊາດ, ມະຫາ ວິທະຍາໄລສຸພານຸວົງ, ຄະນະກົມ, ຫ້ອງການ, ສູນຂໍ້ມູນຂ່າວສານ, ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ຄະນະຕ່າງໆ ແລະພະນັກງານ, ຄູ-ອາຈານກໍ່ໄດ້ເຂົ້າຮ່ວມ, ລວມທັງໝົດ 75 ທ່ານ, ຍິງ 34 ທ່ານ.

          ຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອຊອກໃຫ້ເຫັນບັນດາພຶດຕິກໍາຕົວຈິງ ໃນການປະກອບເອ ກະສານ, ຊອກໃຫ້ເຫັນບັນດາຂອດຫຍຸ້ງຍາກທີ່ບໍ່ທັນເຂົ້າໃຈ ໃນຂັ້ນຕອນການປະກອບເອກະສານເພື່ອຈະຊອກຫາວິທີການແກ້ໄຂໃນຕໍ່ໜ້າ ເຊິ່ງປະກອບມີ 7 ຫົວຂໍ້ ດັ່ງນີ້:

  1. ການສະເໜີຂໍຕໍາແໜ່ງວິຊາການຂັ້ນຜູ້ຊ່ວຍ ແລະຂັ້ນອາຈານ ສະເໜີໂດຍ: ທ່ານ ສີວັນ ພົນອາສາ ຈາກພະແນກສົ່ງເສີມການຄົ້ນຄວ້າວິທະຍາສາດ, ກົມການສຶກສາຊັ້ນສູງກະຊວງສຶກສາທິການ ແລະກິລາ;
  2. ການສະເໜີຂໍຕໍາແໜ່ງວິຊາການຄູຂັ້ນຮອງສາດສະດາຈານ ແລະສາດສະດາຈານ ສະເໜີໂດຍ: ທ່ານ ວິໄຊ ຈັນທະສອນ ຫົວໜ້າຫ້ອງການເລຂາສະພາການສຶກສາຊັ້ນສູງ, ກະຊວງສຶກສາທິການ ແລະກິລາ;
  3. ນໍາສະເໜີກ່ຽວກັບວາລະສານວິທະຍາສາດ ຂອງມະຫາວິທະຍາໄລແຫ່ງຊາດ ນໍາສະເໜີໂດຍ: ທ່ານ ປທ ແກ້ວພູທອນ ຫາທາລົງ ຜູ້ອໍານວຍການສູນສົ່ງເສີມວາລະສານວິທະຍາສາດ ແລະມະຫາວິທະຍາໄລແຫ່ງຊາດ;
  4. ນໍາສະເໜີກ່ຽວກັບວາລະສານວິທະຍາສາດ ຂອງມະຫາວິທະຍາໄລສຸພານຸວົງ ນໍາສະເໜີໂດຍ: ທ່ານ ປທ ສີທົນ ສີສົມບັດ ຮອງພະແນກຄຸ້ມຄອງວາລະສານ, ມະຫາວິທະຍາໄລສຸພານຸວົງ ສະເໜີຜ່ານອອນລາຍ;
  5. ນໍາສະເໜີກ່ຽວກັບວາລະສານວິທະຍາສາດ ຂອງຄະນະເສດຖະສາດ ແລະບໍລິຫານທຸລະກິດ ຂອງມະຫາ ວິທະຍາໄລແຫ່ງຊາດ ນໍາສະເໜີໂດຍ: ທ່ານ ປອ ໄຄສີ ສະຣິດທິລາດ ຮອງພະແນກຫຼັງປະລິນຍາຕີ, ຄະນະເສດຖະ ສາດ ແລະບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ;
  6. ນໍາສະເໜີກ່ຽວກັບວາລະສານວິທະຍາສາດສັງຄົມ ຂອງຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດ ນໍາສະເໜີໂດຍ: ທ່ານ ປທ ນ. ວິໄລທ່ຽງ ສີສຸວົງ ຫົວໜ້າໜ່ວຍວິຊາ, ຄະນະວິທະຍາສາດສັງຄົມ, ມະຫາວິທະ ຍາໄລແຫ່ງຊາດ;
  7. ນໍາສະເໜີເຜີຍແຜ່ແນະນໍາການຂຽນບົດວາລະສານວິທະຍາສາດ ຂອງສະຖາບັນການເມືອງ ແລະ ການປົກ ຄອງແຫ່ງຊາດ ນໍາສະເໜີໂດຍ: ທ່ານ ປອ ໂພທອງ ໄຊທິບວົງສາ ຮອງຫົວໜ້າຫ້ອງການເລຂາສະພາວິທະຍາສາດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.

ພ້ອມກັນນັ້ນ, ບັນດາແຂກທທີ່ເຂົ້າຮ່ວມ ແລະຜູ້ບັນລະຍາຍກໍ່ໄດ້ມີການປະກອບຄໍາຄິດເຫັນແລກປ່ຽນບົດ ຮຽນຢ່າງກົງໄປກົງມາກ່ຽວກັບບັນດາ 7 ຫົວຂໍ້ຂ້າງເທິງ ເພື່ອຈະໄດ້ນໍາມາຈັດຕັ້ງປະຕິບັດໃຫ້ຖືກຕາມຂັ້ນຕອນໃນການສະເໜີຂໍຕໍາແໜ່ງວິຊາການຄູ, ພ້ອມທັງເປັນການສ້າງຄວາມເຂົ້າໃຈກ່ຽວກັບການຂຽນບົດວາລະສານວິທະຍາ ສາດເພື່ອໃຫ້ຖືກຕ້ອງສອດຄ່ອງກັບຫຼັກວິຊາການ ຂອງວຽກງານສະພາວິທະຍາສາດເວົ້າລວມ, ເວົ້າສະເພາະ ກໍ່ແມ່ນສະພາວິທະຍາສາດ ຢູ່ ສມປຊ ໃຫ້ພັດທະນາຂຶ້ນກວ່າເກົ່າ.

ໃນຕອນທ້າຍ ທ່ານ ປະທານ ໄດ້ມີຄໍາເຫັນມ້ວນທ້າຍກ່າວສະຫຼຸບກອງປະຊຸມ ແລະເນັ້ນໜັກຕື່ມຄື:

  1. ສໍາລັບຄູ-ອາຈານ ໃຫ້ສືບຕໍ່ຍົກສູງຄວາມຮັບຜິດຊອບການຄົ້ນຄວ້າຂຽນບົດວິທະຍາສາດ, ບົດວາລະສານໃຫ້ສາມາດຮັບປະກັນຄຸນນະພາບ ແລະສາມາດນໍາໄປຕີພິມເຜີຍແຜ່ເພື່ອນໍາເອົາໄປເປັນຜົນງານ;
  1. ສືບຕໍ່ເຊື່ອມຊຶມບັນດາເອກະສານ ໂດຍສະເພາະບັນດາກົດລະບຽບ, ນິຕິກໍາ, ດໍາລັດ ແລະບັນດາຫົວໜ້າທີ່ປະຈໍາຢູ່ກົມ, ສູນ ແລະຄະນະວິຊາໃຫ້ເປັນເຈົ້າການນໍາພາສະມະຊິກຂອງຕົນຄົ້ນຄວ້າຂີດຂຽນບັນດາບົດວິທະ ຍາສາດຕ່າງໆ;
  2. ສໍາລັບກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ໃຫ້ສືບຕໍ່ເປັນເຈົ້າການປະສານງານ, ອອກແຈ້ງການ, ປະສານງານໃນການປະກອບເອກະສານຕ່າງໆ ຊ່ວຍຄູ-ອາຈານ ສມປຊ;
  3. ສໍາລັບວຽກວາລະສານໃຫ້ສືບຕໍ່ສຶກສາບັນດາໂຄງຮ່າງຂອງບັນດາພາກສ່ວນທີ່ນໍາມາແລກປ່ຽນ ແລ້ວນໍາໄປປັບປຸງບົດວາລະສານຂອງຕົນເພື່ອໃຫ້ສາມາດຮັບປະກັນລົງບັນດາບົດໃຫ້ທັນຕາມກໍານົດເວລາ.

 

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ

ບັນນາທິການ: ປທ ບຸນປັນ ສຸມຸນທອງ