ໃນຕອນເຊົ້າວັນທີ 28 ມີນາ 2024 ທີ່ຫ້ອງປະຊຸມຊັ້ນ 1 ຫ້ອງ 110 ຕຶກສູນຂໍມູນຂ່າວສານການເມືອງ ແລະ ການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໄດ້ຈັດພິທີປິດກອງປະຊຸມສໍາມະນາວິທະ ຍາສາດ ຫົວຂໍ້: ການໜູນໃຊ້ ນິພົນ ມາກ-ອັງແກນ, ເລນິນ ແລະໄກສອນ ພົມວິຫານ ເຂົ້າໃນການຮຽນ-ການສອນ ຢູ ສມປຊ ເຊິ່ງໃຫ້ກຽດເປັນປະທານໂດຍທ່ານ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະກົມ, ຫ້ອງການ, ສູນຂໍ້ມູນຂ່າວສານ, ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ຄະນະຕ່າງໆ, ມີບັນດານັກວິທະຍາສາດ, ພະນັກ ງານ, ຄູ-ອາຈານ ກໍ່ໄດ້ເຂົ້າຮ່ວມ, ຜູ້ເຂົ້າຮວ່ມທັງໝົດ 48 ທ່ານ, ຍິງ 14 ທ່ານ.

         ກອງປະຊຸມດັ່ງກ່າວ ໄດ້ດໍາເນີນເປັນເວລາ 2 ວັນເຄິ່ງ ນັບແຕ່ວັນທີ 26-28 ມີນາ 2024, ເຊິ່ງຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອປະກອບຄໍາຄິດເຫັນ ເພື່ອປັບປຸງບັນດາບົດວິທະຍາສາດ ພາຍໃຕ້ຫົວຂໍ້: ການໜູນໃຊ້ ນິພົນ ມາກ-ອັງແກນ, ເລນິນ ແລະໄກສອນ ພົມວິຫານ ເຂົ້າໃນການຮຽນ-ການສອນ ຢູ ສມປຊ ເຂົ້າໃນການສ້າງເປັນປຶ້ມ ແລະໝູນໃຊ້ເຂົ້າໃນວຽກງານຕົວຈິງ, ເຊິ່ງປະກອບມີທັງໝົດ 35 ຫົວຂໍ້ຍ່ອຍ ແລະລົງເລິກໃນບັນດາຂົງເຂດວິຊາຕ່າງໆຄື: ປັດຊະຍາ, ເສດຖະສາດການເມືອງ ແລະຄຸ້ມຄອງເສດຖະກິດ, ລັດທິສັງຄົມນິຍົມວິທະ ຍາສາດ, ບໍລິຫານສາດ ແລະກໍ່ສ້າງພັກ ແລະປະຫວັດສາດພັກ, ພ້ອມດ້ວຍສະມະຊິກສະພາວິທະຍາສາດ ແລະພາກ ສ່ວນທີ່ກ່ຽວຂອງ ມາຈາກແຕ່ລະຂົງເຂດ ກໍ່ໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປມາ ເພື່ອໃຫ້ບັນດາບົດນັ້ນຄົບຖ້ວນສົມບູນ ແລະສໍາເລັດຕາມກໍານົດເວລາ.

          ໃນຕອນທ້າຍ ທ່ານ ປະທານໄດ້ສະຫຼຸບຄືນຕະຫຼອດໄລຍະກອງປະຊຸມ ພ້ອມຢັ້ງຢືນຜົນສໍາເລັດພື້ນຖານຄື: ກອງປະຊຸມໄດ້ສ້າງຄວາມກະຈ່າງແຈ້ງກ່ຽວກັບທິດສະດີ ແລະພຶດຕິກໍາ, ອະທິບາຍຊີ້ແຈງໃຫ້ເຫັນດ້ານທິດສະດີ, ຮັບຮູ້ຢ່າງຊັດເຈນ ແລະເລິກເຊິ່ງຕໍ່ກັບເນື້ຶອໃນຂອງບົດໃນແຕ່ລະຂົງເຂດ ທີ່ໄດ້ມີການຄົ້ນຄວ້າອະທິບາຍຢ່າງເລິກເຊິ່ງ ບັນດາຈິນຕະນາການທິດສະດີ, ກຳແໜ້ນສະພາບຄວາມເປັນຈິງ, ເອກະພາບໃນການຈັດຕັ້ງປະຕິບັດເພື່ອນໍາພາປະ ເທດຊາດໄປສູ່ຄວາມຮຸ່ງເຮືອງສີວິໄລ ແລະຫັນເປັນທັນສະໄໝ. ກອງປະຊຸມໄດ້ລົງເລິກແລກປ່ຽນບົດຮຽນ ໂດຍສະ ເພາະບັນຫາທີ່ປິ່ນອ້ອມຈໍານວນ 35 ຫົວຂໍ້ຍ່ອຍ ເຊິ່ງທັງຍົກໃຫ້ເຫັນທາງດ້ານທິດສະດີ ແລະພຶດຕິກຳມາສົມທຽບເຫັນວ່າມີເນື້ອໃນເລິກເຊິ່ງ, ກວມລວມ, ມີຫຼັກການທາງດ້ານວິທະຍາສາດ ແລະເປັນບົດຮຽນທີ່ມີປະໂຫຍດ ໃຫ້ແກ່ການຄົ້ນຄວ້າ ຂອງຄູ-ອາຈານ ກໍ່ຄືເປັນບົດຮຽນເພື່ອຈະນໍາໄປປັບປຸງໃນຕໍ່ໜ້າ ໃຫ້ໄດ້ຮັບໝາກຜົນທີ່ຍິ່ງໃຫຍ່ກວ່າເກົ່າ. ພ້ອມທັງເນັ້ນຕື່ມບັນດາສະພາບລວມ, ເນື້ອໃນ ແລະການໝູນໃຊ້ຂອງບົດເຂົ້າໃນການສິດສອນ, ດ້ານເຕັກນິກໄວຍາກອນ, ບັນດາຄວາມເປັນເອກະພາບກັນທາງດ້ານໂຄງສ້າງຂອງບົດວິທະຍາສາດ ແລະການຕີຄວາມໝາຍໃຫ້ມີຄວາມຊັດເຈນຂຶ້ນຕື່ມ…

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ

ບັນນາທິການ: ປທ ບຸນປັນ ສຸມຸນທອງ