ໃນຕອນແລງວັນທີ 27 ມີນາ 2024 ທີ່ຫ້ອງປະຊຸມຊັ້ນ 1 ຫ້ອງ 110 ຕຶກສູນຂໍມູນຂ່າວສານການເມືອງ ແລະ ການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໄດ້ຈັດກອງປະຊຸມພົບປະແລກປ່ຽນ ລະ ຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ. ເຊິ່ງທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈໍາພັກ ຮອງຫົວໜ້າ ສມປຊ ພ້ອມດ້ວຍຄະນະໄດ້ໃຫ້ກຽດກ່າວຕ້ອນຮັບ ແລະແນະນໍາຜູ້ເຂົ້າຮ່ວມຝ່າຍລາວ, ພ້ອມກັນນັ້ນ ທ່ານ ຮສ ປອ ດິງງັອກຊາງ, ຫົວໜ້າກົມຄຸ້ມຄອງວິທະຍາສາດ ພ້ອມດ້ວຍຄະນະກໍ່ໄດ້ແນະນໍາຜູ້ເຂົ້າຮ່ວມຝ່າຍຫວຽດນາມ ແລະຄະນະຕິດຕາມ.

          ຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອພົບປະແລກປ່ຽນ ລະຫວ່າງ ສອງສະຖາບັນ, ທ່ານ ຮສ ປອ ດິງງັອກຊາງ, ຫົວໜ້າກົມຄຸ້ມຄອງວິທະຍາສາດ ໄດ້ມີຄຳເຫັນລາຍງານຕໍ່ກັບການມາຢ້ຽມຢາມ ແລະນໍາສະເໜີ ເນື້ອໃນແລກປ່ຽນຄື:

  1. ແລກປ່ຽນກ່ຽວກັບແນວທາງການປ່ຽນແປງໃໝ່ ຂອງພັກປະຊາຊົນປະຕິວັດລາວ ນັບແຕ່ກອງປະຊຸມໃຫ່ຍຄັ້ງທີ IV (ປີ 1986) ຮອດປັດຈຸບັນຢູ່ ສປປລາວ;
  2. ແລກປ່ຽນປຶກສາຫາລື ລະຫວ່າງ ບັນດານັກວິຊາການ, ຊ່ຽວຊານຫວຽດນາມ ແລະລາວກ່ຽວກັບບັນດາເນື້ອໃນທິດສະດີ ແລະພຶດຕິກຳຕົວຈິງ ຂອງແນວທາງການປ່ຽນແປງໃໝ່ຂອງພັກປະຊາຊົນປະຕິວັດລາວ;
  3. ສະເໜີທັດສະນະ ແລະວິທີແກ້ໄຂເພື່ອສືບຕໍ່ເຮັດສຳເລັດແນວທາງການປ່ຽນແປງໃໝ່ຂອງພັກປະຊາຊົນປະ ຕິວັດລາວຮອດປີ 2045;

        ພ້ອມກັນນັ້ນ, ທັງສອງສະຖາບັນກໍ່ໄດ້ມີຄໍາເຫັນແລກປ່ຽນບົດຮຽນຕາມການສະເໜີຂອງສອງຝ່າຍ ແລະພ້ອມກັນປຶກສາຫາລືວຽກງານອື່ນໆທີ່ປິ່ນອ້ອມ.

        ໃນຕອນທ້າຍ ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈໍາພັກ ຮອງຫົວໜ້າ ສມປຊ ໄດ້ມີຄໍາເຫັນມ້ວນທ້າຍກ່າວສະຫຼຸບກອງປະຊຸມ ແລະກ່າວຄໍາຂອບໃຈ ພ້ອມທັງອວຍພອນມາຍັງທ່ານ ຮສ ປອ ດິງງັອກຊາງ, ຫົວໜ້າກົມຄຸ້ມຄອງວິທະຍາສາດ ພ້ອມດ້ວຍຄະນະຕິດຕາມ ທີ່ໃຫ້ກຽດລົງມາຢ້ຽມຢາມ ແລະພົບປະແລກປ່ຽນໃນຄັ້ງນີ້.

ຂ່າວ: ນ. ທິດດາວອນ ດວງປະເສີດ
ພາບ: ຄອນສະຫວັນ ແສນຍານຸພາບ
ບັນນາທິການ: ປທ ບຸນປັນ ສຸມຸນທອງ