ໃນຕອນເຊົ້າວັນທີ 27 ມີນາ 2024 ທີ່ຫ້ອງຮັບແຂກ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໃຫ້ກຽດຕ້ອນຮັບ ທ່ານ ນາງ ຟ໋າມທິ ແທັງຈ່າ  ກໍາມະການສູນກາງພັກ, ລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍຄະນະມາຢ້ຽມຢາມສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເຊິ່ງໃຫ້ກຽດຕ້ອນຮັບໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກ ຄອງແຫ່ງຊາດ ພ້ອມດ້ວຍຄະນະ.

      ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ລາຍງານສະພາບລວມຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະສະເໜີທັງສອງສະຖາບັນຫວນຄືນການຮ່ວມມືຄື: ການເຊັນສັນຍາຮ່ວມມືໄລຍະປີ 2025-2030, ສືບຕໍ່ຮ່ວມມືແລກປ່ຽນການຄົ້ນຄວ້າວິທະຍາສາດ, ສະເໜີທາງ ສສ ຫວຽດນາມສືບຕໍ່ສົ່ງຄູ-ອາຈານ ມາຂຶ້ນຫ້ອງບັນລະຍາຍ ແລະສືບຕໍ່ສົ່ງພະນັກງານໄປຍົກລະດັບຢູ່ ສສ ຫວຽດນາມ ຍົກລະດັບຄູສອນການປົກຄອງ, ສ້າງຖັນແຖວຄູ-ອາຈານ. ພ້ອມກັນນັ້ນທາງຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນ ສສ ຫວຽດນາມ ກໍໄດ້ລາຍງານສະພາບລວມກ່ຽວກັບສະຖາບັນຂອງຕົນເອງ ພ້ອມທັງກ່າວຈຸດປະສົງໃນການລົງມາຢ້ຽມຢາມ ສມປຊ.

       ໃນຕອນທ້າຍທາງຄະນະນໍາ ສມປຊ ພ້ອມດ້ວຍຄະນະ ກໍ່ໄດ້ກ່າວຄໍາຂອບໃຈມາຍັງຄະນະຜູ້ແທນຂັ້ນສູງ ກະ ຊວງພາຍໃນ ສສ ຫວຽດນາມ ພ້ອມທັງອວຍພອນແດ່ສາຍພົວພັນມິດຕະພາບອັນຍິງໃຫຍ່, ພິເສດຄວາມສາມັກຄີ ແລະການພົວພັນຮ່ວມມືຮອບດ້ານ ລະຫວ່າງ ສອງພັກ ສອງລັດ, ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດ ນາມ-ລາວ ຈົ່ງໝັ້ນຄົງຕະຫຼອດໄປ.

ຂ່າວ: ນ. ທິດດາວອນ ດວງປະເສີດ
ພາບ: ຄອນສະຫວັນ ແສນຍານຸພາບ
ບັນນາທິການ: ປທ ບຸນປັນ ສຸມຸນທອງ