ໃນ​ຕອນ​ເຊົ້າ​ຂອງວັນ​ທີ 27 ມີ​ນາ 2024 ຢູ່​ທີ ​​ໂຮງຮຽນການ​ເມືອງ ແລະ​ການ​ປົກ​ຄອງ​ແຂວງ​ໄຊ​ຍະ​ບູ​ລີ ໄດ້ມີ​ພິ​ທີ​ເປີດ​ຮຽນທິດ​ສະ​ດີການ​ເມືອງລະ​ບົບຂັ້ນ​ຕົ້ນ ​ແລະ​ຂັ້ນ​ກາງ​ຮຸ່ນ​ທີ II ​ຂຶ້ນ, ພາຍໃຕ້ການເປັນປະທານຂອງ​​​ ທ່ານ​ ອາ​ເມ​ຊົງ ເຍຽ​ເລັ່ງ ຄະນະປະຈໍາ​ພັກ​ແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ປ​ທ ນາງ ຄຳ​ຫຼ້າ ແກ້ວ​ອຸ່ນ​ຄຳ, ຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີ​ແຂກ​ການ​ນຳ​ຂອງ​ແຂວງ​ທີ​ຖືກ​ເຊີນ​ພ້ອມ​ດ້ວຍພະ​ນັກ​ງານ​ລັດ​ຖະ​ກອນ​ຄູ-​ອາ​ຈານ ແລະ​ນັກ​ສຶກ​ສາ​ ເຂົ້າ​ຮ່ວມ​ຢ່າງ​ພ້ອມ​ພຽງ​.

         ໃນ​ສົກ​ຮຽນ​ ປີ 2024 ນີ້, ມີ​ນັກ​ສຶກ​ສາ​ຂັ້ນ​ຕົ້ນ ຮຸ່ນທີ II 50 ສະ​ຫາຍ​, ຍິງ 14 ສະ​ຫາຍ; ຂັ້ນ​ກາງ​ຮຸ່ນທີ II  ມີ​ນັກ​ສຶກ​​ສາ​ 50 ສະ​ຫາຍ, ຍິງ 4 ສະ​ຫາຍ ເຊິ່ງມາ​ຈາກ 11 ເມືອງ​ພາຍ​ໃນ​ແຂວງ​.

       ຊຸດ​ຮຽນ​ທິດ​ສະ​ດີການ​ເມືອງ​ຂັ້ນ​ຕົ້ນຮຸ່ນ​ທີ I ແມ່ນ​ໃຊ້​ເວ​ລາ​ຮຽນ 3 ເດືອນເຊິ່ງປະ​ກອບມີ​ວິ​ຊາ​ຮຽນ 10 ວິ​ຊາ​ ​ເຊິ່ງ​ຈະ​ໄດ້ແບ່ງ​ອອກ​ເປັນກຸ່ມ​ວິ​ຊາ​ຄື: ກຸ່ມ​ວິ​ຊາປັດ​ຊະຍາມາກ-ເລ​ນິນ; ກຸ່ມ​ວິ​ຊາເສດ​ຖະ​ສາດ​ການ​ເມືອງ​ມາກ-ເລ​ນິນ​; ກຸ່ມ​ວິ​ຊາ​ລັດ​ທິ​ສັງ​ຄົມ​ນິ​ຍົມ​ວິ​ທະ​ຍາ​; ການ​ເມືອງວິ​ທະ​ຍາ, ສັງ​ຄົມ​ສາດ; ແນວ​ຄິດ​ໄກ​ສອນ ​ພົມ​ວິ​ຫານ; ກຸ່ມວິ​ຊາ​ພື້ນ​ຖານ​ການຄຸ້ມ​ຄອງ​ບໍ​ລິ​ຫານ​ລັດ; ທິດ​ສະ​ດີ​ລັດແລະ​ກົດ​ໝາຍເຕັກ​ນິກ​ບໍ​ລິ​ຫານ,​ ກຸ່ມ​ວິ​ຊາປະ​ຫວັດ​ສາດ​ພັກ ແລະ​ກໍ່​ສ້າງ​ພັກ.

        ຊຸດ​ຮຽນ​ທິດ​ສະ​ດີ​ການ​ເມືອງຂັ້ນ​ກາງຮຸ່ນ​ທີ II ແມ່ນ​ຈະ​ໃຊ້​ເວ​ລາ​ຮຽນ 6 ເດືອນ. ຈະ​ປະ​ກອບ​ມີ​ວິ​ຊາ​ຮ​ຽນ 14 ວິ​ຊາ​ ແລະ​ຈະ​ໄດ້​ແບ່ງ​ອອກ​ເປັນ​ກຸ່ມ​ວິ​ຊາ​ຄື​: ກຸ່ມ​ວິ​ຊາ​ປັດ​ຊະ​ຍາ​ມາກ-ເລ​ນິນ ແລະ​ວັດ​ທະ​ນະ​ທຳ, ກຸ່ມ​ວິ​ຊາ​ເສດ​ຖະ​ສາດ​ການ​ເມືອງມາກ​-ເລ​ນິນ, ກຸ່ມ​ວິ​ຊາ​ລັດ​ທິ​ສັງ​ຄົມ​ນິ​ຍົມ​ວິ​ທະ​ຍາ​ສາດ, ພົວ​ພັນ​ສາ​ກັນ​, ສັງ​ຄົມ​ສາດ, ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົ​ບ, ແນວ​ຄິດ​ໄກ​ສອນ ພົມ​ວິ​ຫານ, ກຸ່ມ​ທິດ​ສະ​ດີ​ລັດ​ ແລະ​ກົດ​ໝາຍ, ເຕັກ​ນີກ​ບໍ​ລິ​ຫານ, ກຸ່ມ​ວິ​ຊາ​ປະ​ຫວັດ​ສາ​ດພັກ ແລະ​ກໍ່​ສ້າງ​ພັກ.

ຂ່າວ​/ພາບ: ວັດ​ທະ​ນາ ພັນ​ລັກ

​ບັນນາທິການ: ປທ ບຸນປັນ ສຸມຸນທອງ