ໃນຕອນເຊົ້າວັນທີ 22 ມີນາ 2024 ທີ່ສະໂມສອນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຈັດພິທີປາຖະກະຖາ, ເຊື່ອມຊຶມວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວຄົບຮອບ 69 ປີ ແລະວັນນັກຮົບເສຍອົງຄະ ແລະເສຍສະຫຼະຊີວິດ ເພື່ອປະເທດຊາດຄົບຮອບ 78 ປີ, ພາຍໃຕ້ການເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີພະນັກງານ, ຄູ-ອາຈານ, ນັກສຶກສາທິດສະດີການເມືອງຂັ້ນສູງ 9 ເດືອນຮຸ່ນທີ IV-V, ນັກສຶກສາປະລິນຍາໂທຮຸ່ນທີ XIX ຫ້ອງ ກ-ຂ ແລະນັກສຶກສາລະບົບຂັ້ນກາງ 6 ເດືອນຮຸ່ນທີ II; ມີຜູ້ເຂົ້າຮ່ວມທັງໝົດ 422 ທ່ານ, ຍິງ 149 ທ່ານ.

       ເຊິ່ງໃນພິທີ ທ່ານ ປອ ນ. ຈັນຖະໜອມ ບັນດາວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນກ່າວຈຸດປະສົງຂອງກອງປະຊຸມພ້ອມທັງສະເໜີແຂກເຂົ້າຮ່ວມ.

          ພ້ອມກັນນັ້ນ, ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວ ໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກໍໄດ້ໃຫ້ກຽດກ່າວປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະ ຕິວັດລາວຄົບຮອບ 69 ປີ (22 ມີນາ 1955-22 ມີນາ 2024) ແລະວັນຄຽດແຄ້ນຂອງປະຊາຊົນ ປະຕິວັດລາວ, ວັນນັກຮົບເສຍອົງຄະ ແລະເສຍສະຫຼະຊີວິດເພື່ອປະເທດຊາດຄົບຮອບ 78 ປີ (21 ມີນາ 1946-21 ມີນາ 2024).

          ໃນຕອນທ້າຍພິທີ ທ່ານ ປະທານໄດ້ສະຫຼຸບຄືນວ່າ: ເພື່ອບັນລຸຕາມຄາດໝາຍທີ່ພັກວາງອອກນັ້ນຈະຕ້ອງໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານການເມືອງ-ແນວຄິດ ຢ່າງຕັ້ງໜ້າແນໃສ່ສ້າງສະຕິບຸກຄົນ ແລະສ້າງສະຕິສັງຄົມໃຫ້ສອດຄ່ອງກັບແນວທາງຂອງພັກ, ພ້ອມທັງໄດ້ກ່າວເຖິງບັ້ນຮົບ ແລະວັນຄຽດແຄ້ນຂອງທ່າແຂກ ເຊິ່ງໄດ້ກາຍເປັນເຫດການປະຫວັດສາດແຫ່ງການຕໍ່ສູ້ອັນພິລະອາດຫານ ຂອງປະຊາຊົນລາວ ແລະກາຍເປັນກະແສຟອງໃຫ້ແກ່ການປະຕິວັດຊາດ ປະຊາທິປະໄຕ ຂອງພວກເຮົາກ້າວໄປສູ່ການປົດປ່ອຍຊາດຢ່າງສົມບູນ

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ

ບັນນາທິການ: ປທ ບຸນປັນ ສຸມຸນທອງ