ພິທີເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນ ຂອງໜ່ວຍພັກຮາກຖານກົມຄຸ້ມຄອງການຮຽນ-ການສອນ ແລະກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດໄດ້​ຈັດ​ຂຶ້ນໃນຕອນແລງ ຂອງວັນ​ທີ 14 ມີນາ2024 ທີ່ຫ້ອງປະຊຸມຊັ້ນ 3 ຕຶກຫ້ອງການ ສມປຊ, ໃຫ້​ກຽດ​ເປັນປະທານໂດຍ: ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີແຂກ​ຖືກ​ເຊີນຈາກຕາງໜ້າໜ່ວຍພັກບັນດາຄະນະຕ່າງໆ, ກົມ, ຫ້ອງການ ແລະສູນຕ່າງໆພາຍໃນ ສມປຊ.

ໃນກອງປະຊຸມ ສະຫາຍ ປທ ນ.ຈອນນີ ໄຊຍະຈັກ ຮອງຫົວໜ້າພະແນກພັກ ແລະປ້ອງກັນພັກ ໄດ້ຂຶ້ນຜ່ານມະຕິຕົກລົງຂອງອົງຄະນະພັກ ສມປຊ ວ່າດ້ວຍການເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນຈຳ ນວນ 2 ສະຫາຍ ແລະສະຫາຍ ປທ ນ. ສຸດໃຈ ວົງພະຈັນ ຮອງຫົວໜ້າພະແນກຄຸ້ມຄອງລະບົບກໍ່ສ້າງ ຂື້ນກ່າວຮັບເອົາສະມາຊິກພັກສົມບູນ ແລະໄດ້ມອບມະຕິຕົກລົງໃຫ້ທັງ 2 ສະຫາຍ ເພື່ອເປັນເອກະສານຢັ້ງຢືນ, ເຊິ່ງມີດັ່ງນີ້:

  1. ສະຫາຍ ນ. ດາວັນ ສີສຸພັນ ວັນທີເຂົ້າສະມະຊິກພັກສໍາຮອງ 16 ມັງກອນປີ 2023 ແລະເລື່ອນຂຶ້ນເປັນສະມາຊິກພັກສົມບູນ ວັນທີ 12ກຸມພາ 2024.
  2. ສະຫາຍ ສຸລິພອນ ພົງສະຫວັດ ວັນທີເຂົ້າສະມະຊິກພັກສໍາຮອງ 16ມັງກອນປີ 2023ແລະເລື່ອນຂຶ້ນເປັນສະມາຊິກພັກສົມບູນ ວັນທີ 12ກຸມພາ 2024.

          ຕອນທ້າຍ ທ່ານ ປະທານໄດ້ມີຄຳເຫັນໂອ້ລົມຕໍ່ສະມາຊິກພັກສົມບູນ ທີ່ຈະຕ້ອງໄດ້ເພີ່ມຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານ ທີ່ຕົນເອງໄດ້ຮັບການມອບໝາຍຈາກການຈັດຕັ້ງຂັ້ນເທິງ ໂດຍສະເພາະກໍ່ແມ່ນວຽກງານວິຊາສະເພາະ ແລະວຽກງານຂະບວນການຕ່າງໆ ເພື່ອສ້າງຕົນເອງໃຫ້ກາຍເປັນສະມາຊິກພັກທີ່ເຂັ້ມແຂງ ແລະດີເດັ່ນໃນຕໍ່ໜ້າ. ນອກຈາກນັ້ນ, ສະຫາຍຍັງໄດ້ໃຫ້ທິດຊີ້ນຳຕໍ່ສະມາຊິກພັກໃໝ່ວ່າ: ໃຫ້ສືບຕໍ່ເຝິກຝົນຕົນເອງໃນທຸກດ້ານ, ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ, ກຳແໜ້ນແນວທາງນະໂຍບາຍຂອງພັກໃຫ້ເລິກເຊິ່ງກວ່າເກົ່າ, ເປັນເຈົ້າການປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ; ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ແລະເສີມຂະຫຍາຍບົດບາດນຳໜ້າໃຫ້ແກ່ມະຫາຊົນໃນທຸກດ້ານ ກາຍເປັນຜູ້ສືບທອດທີ່ດີຂອງພັກ-ຂອງລັດຕໍ່ໄປ.

ຂ່າວ/ພາບ ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ