ໃນຕອນເຊົ້າຂອງວັນທີ 13 ມີນາ 2024 ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ 5 ຕຶກສູນຂໍ້ມູນຂ່າວສານ, ສະຫະພັນແມ່ຍິງຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ແລະສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ເປີດກອງປະຊຸມໃຫຍ່ຂອງຕົນຂຶ້ນ  ພາຍໃຕ້ການເປັນປະທານ ຂອງ ທ່ານ ປອ ນາງ ລໍາພູນ ດວນສຸວັນ ກໍາມະການສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຫົວໜ້າສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ທ່ານ ປທ ນາງ ດາລາວອນ ພອນສະຫວັນ ປະທານສະຫະພັນແມ່ຍິງຮາກຖານ ສຂມປ-ສນຫ, ຫົວໜ້າພະແນກປະຫວັດການເຄື່ອນໄຫວຂອງປະທານໄກສອນ ພົມວິຫານ, ທ່ານ ນາງ ລາລີວັນ ວົງພະຈັນ ຫົວໜ້າພະແນກ ອົງການຈັດຕັ້ງມະຫາຊົນ ແລະສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ມີຜູ້ຕາງໜ້າຈາກສະຫະພັນແມ່ຍິງຮາກຖານ ທົ່ວ ສມປຊ, ຜູ້ຕາງໜ້າອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະສະມາຊິກເຂົ້າຮ່ວມຢ່າງພ້ອມພຽງ.

       ທ່ານ ປທ ນາງ ດາລາວອນ ພອນສະຫວັນ ປະທານສະຫະພັນແມ່ຍິງຮາກຖານ ສຂມປ-ສນຫ ໄດ້ຂຶ້ນຜ່ານບົດລາຍການການເມືອງ ຂອງສະຫະພັນແມ່ຍິງຮາກຖານ ສຂມປ-ສນຫ ເຊິ່ງໄດ້ສະຫຼຸບຕີລາຄາຢ່າງພາວະວິໄສຕໍ່ກັບການນໍາພາ-ຊີ້ນຳໃນການຈັດຕັ້ງປະຕິບັດແຜນການຂອງກອງປະຊຸມໃຫຍ່ ຄັ້ງທີ I (2020-2024) ໄດ້ວາງໄວ້ ໂດຍຍົກໃຫ້ ເຫັນຜົນສໍາເລັດ ແລະຂໍ້ຄົງຄ້າງໃນແຕ່ລະດ້ານ. ນອກນັ້ນ, ຍັງໄດ້ຜ່ານທິດທາງແຜນການຂອງຮາກຖານຄັ້ງທີ II (2024-2029).

        ທ່ານ ປທ ນາງ ພາວັນ ວິລະວົງ ຮອງປະທານສະຫະພັນແມ່ຍິງຮາກຖານ ສຂມປ-ສນຫ ໄດ້ຜ່ານບົດສໍາຫຼວດການນໍາພາ-ຊີ້ນຳ ຂອງຮາກຖານຕະຫຼອດໄລຍະ 5 ປີທີ່ຜ່ານມາ ເຊິ່ງໄດ້ສະຫຼຸບຕີລາຄາໂດຍຫຍໍ້ໃນການນໍາພາ-ຊີ້ນໍາເອື້ອຍນ້ອງແມ່ຍິງໃນໄລຍະທີ່ຜ່ານມາ ໂດຍຍົກໃຫ້ເຫັນບັນດາຜົນງານທີ່ຍາດມາໄດ້ ແລະໄດ້ຍົກໃຫ້ເຫັນບັນດາຂໍ້ຂາດຕົກບົກຜ່ອງໃນບາງດ້ານ. ຈາກນັ້ນ, ກໍ່ໄດ້ອໍາລາໜ້າທີ່ຂອງຄະນະຊຸດເກົ່າ ແລະມອບໃຫ້ຄະນະປະທານກອງປະຊຸມນໍາພາ-ຊີ້ນໍາກອງປະຊຸມເລືອກຕັ້ງເອົາຄະນະຊຸດໃໝ່.

          ທ່ານ ນາງ ລາລີວັນ ວົງພະຈັນ ຫົວໜ້າພະແນກ ອົງການຈັດຕັ້ງມະຫາຊົນ ແລະສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ໄດ້ຂຶ້ນຜ່ານມາດຕະຖານເງື່ອນໄຂຂອງຜູ້ລົງຮັບສະໝັກເລືອກຕັ້ງຄະນະສະຫະພັນແມ່ຍິງຮາກຖານ ສຂມປ-ສນຫ ຊຸດໃໝ່, ພ້ອມທັງຜ່ານລາຍຊື່ຜູ້ລົງຮັບສະໝັກເລືອກຕັ້ງ ແລະແຕ່ງຕັ້ງຄະນະຮັບຜິດຊອບຄວບຄຸມການປ່ອນບັດເລືອກຕັ້ງຄັ້ງນີ້.

          ທ່ານ ນາງ ດາລຸນນີ ແກ້ວມະນີວົງ ຕາງໜ້າຄະນະຮັບຜິດຊອບຄວບຄຸມການປ່ອນບັດ ໄດ້ແນະນໍາ ແລະບຽບຂັ້ນຕອນການໃຊ້ສິດປະຊາທິປະໄຕຂອງສະມາຊິກໃຫ້ຖືກຕ້ອງ ແລະແຈກຢາຍບັດລົງຄະນະແນນ

        ການລົງຮັບສະໝັກເລືອກຕັ້ງຄັ້ງນີ້, ມີຜູ້ສະໝັກ ຈໍານວນ  5 ທ່ານ, ຍິງ 5 ທ່ານ, ເລືອກເອົາ 3 ທ່ານ. ຜ່ານການໃຊ້ສິດປະຊາທິປະໄຕຂອງສະມາຊິກພາຍໃນຮາກຖານມີຜູ້ໄດ້ຮັບການເລືອກຕັ້ງ ຈໍານວນ 3 ທ່ານ ຄື:

  1. ທ່ານ ປທ ນາງ ດາລາວັນ ພອນສະຫວັນ
  2. ທ່ານ ປທ ນາງ ພາວັນ ວິລະວົງ
  3. ທ່ານ ນາງ ດອກໄມ້ ຈັນດາລາ

ກອງປະຊຸມຄັ້ງປະຖົມມະລືກ ໄດ້ເລືອກ ທ່ານ ປທ ນາງ ດາລາວອນ ພອນສະຫວັນ ເປັນປະທານສະຫະພັນແມ່ຍິງຮາກຖານ, ທ່ານ ປທ ນາງ ພາວັນ ວິລະວົງ ເປັນຮອງປະທານ ແລະເປັນຜູ້ກວດກາ, ທ່ານ ນາງ ດອກໄມ້ ຈັນດາລາ ເປັນຄະນະ.

        ໃນຕອນທ້າຍກອງປະຊຸມ ທ່ານ ປອ ນາງ ລຳພູນ ດວນສຸວັນ ປະທານກອງປະຊຸມໄດ້ໃຫ້ກຽດໂອ້ລົມກອງປະຊຸມ ເຊິ່ງທ່ານໄດ້ເນັ້ນໜັກບາງບັນຫາຄື:

  1. ຂໍໃຫ້ຄະນະຊຸດໃໝ່ສືບຕໍ່ເຕົ້າໂຮມຄວາມສາມັກຄີພາຍໃນຮາກຖານໃຫ້ເປັນປຶກແຜ່ນແໜ້ນໜາ, ເປັນແກນນໍາທຸກຂະບວນການເຄືອນໄຫວວຽກງານຂອງເອື້ອຍນ້ອງແມ່ຍິງ, ຕັ້ງໜ້າສຶກສາອົບຮົມການເມືອງ-ນໍາພາແນວຄິດໃນເອື້ອຍນ້ອງແມ່ຍິງໃຫ້ເລິກເຊິ່ງ, ກຳໄດ້ບັນດາແນວທາງ, ລະບຽບຫຼັກການຂອງພັກ-ລັດ, ໂດຍສະເພາະແມ່ນລະບຽບການກ່ຽວກັບອົງການຈັດຕັ້ງແມ່ຍິງ ເພື່ອເປັນບ່ອນອີງໃນການເຄືອນໄຫວວຽກງານຂອງສະມາຊິກແຕ່ລະທ່ານ, ເພື່ອບໍ່ໃຫ້ເອື້ອຍນ້ອງແມ່ຍິງເຮົາມີພຶດຕິກຳທີ່ຜິດລະບຽບຫຼັກການ ທີ່ຈະສ້າງຄວາມເສື່ອມເສຍໃຫ້ແກ່ຕົນເອງ ແລະການຈັດຕັ້ງ.
  2. ຕັ້ງໜ້າປະຕິບັດໜ້າທີ່ການເມືອງທີ່ຖືກມອບໝາຍໃຫ້ມີຜົນສໍາເລັດ ແລະມີຄວາມວ່ອງໄວທັນກັບຄວາມຮຽກຮ້ອງຕ້ອງການ ເປັນຕົ້ນແມ່ນການບໍລິການຂໍ້ມູນຂ່າວສານໃຫ້ກັບຜູ້ມາໃຊ້ບໍລິການ.

     ທ່ານ ປທ ນາງ ສີອາມອນ ວົງຈັນ ຕາງໜ້າກອງເລຂາບັນທຶກກອງປະຊຸມ ໄດ້ຂຶ້ນຜ່ານມະຕິກອງປະຊຸມໃຫຍ່ຄື:

  1. ກອງປະຊຸມໃຫຍ່ໄດ້ຮັບເອົາບົດລາຍງານການເມືອງທັງ 2 ພາກ.
  2. ກອງປະຊຸມໃຫຍ່ໄດ້ຮັບເອົາບົດສໍາຫຼວດຂອງຄະນະຊຸດເກົ່າ.
  3. ກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕເລືອກເອົາຄະນະສະຫະພັນແມ່ຍິງຮາກຖານຊຸດໃໝ່.
  4. ກອງປະຊຸມຄັ້ງປະຖົມມະລືກໄດ້ເລືອກເອົາປະທານ, ຮອງປະທານ ແລະຜູ້ກວດກາ ຊຸດໃໝ່.
  5. ກອງປະຊຸມໄດ້ຮັບຟັງການໂອ້ລົມຂອງປະທານສະຫະພັນແມ່ຍິງ ສມປຊ.

ຂ່າວ ນ. ທິດດາວອນ ດວງປະເສີດ
ພາບ: ຄອນສະຫວັນ ແສນຍານຸພາບ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ