ໃນຕອນແລງວັນທີ 7 ມີນາ 2024 ສະຫະພັນແມ່ຍິງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກິດຈະກຳເຕັ້ນແອໂລບິກ ຢູທີ່ໜ້າຕຶກ H ສມປຊ, ເພື່ອສະເຫຼີມສະຫຼອງ ວັນແມ່ຍິງສາກົນຄົບຮອບ 114 ປີ ເປັນກຽດເຂົ້າຮ່ວມເປັນປະທານໂດຍ: ທ່ານ ປອ ສາຍຄໍາ ມູນມະນີວົງ ຄະນະພັກສະຖາບັນ, ຫົວໜ້າຄະນະປັດຊະຍາ, ຜູ້ຊີ້ນໍາວຽກອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍ ທ່ານ ປອ ນ. ລໍາພູນ ດວນສຸວັນ ຫົວໜ້າສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ສມປຊ, ມີຄະນະພັກ, ຄະນະອໍານວຍການ, ພະນັກງານ, ຄູ-ອາຈານ, ພະນັກງານບໍານານ ຕະຫຼອດຮອດນັກສຶກສາທົ່ວ ສມປຊ ຈໍານວນ 70 ກວ່າທ່ານເຂົ້າຮ່ວມ.

        ໃນພິທີດັ່ງກ່າວ ທ່ານ ປທ ນາງ ຂັນໄຊ ກິດຕິລາດ ຫົວໜ້າພະແນກກວດກາລັດ, ຄະນະສະຫະພັນແມ່ຍິງ ສມປຊ, ໄດ້ຂຶ້ນກ່າວຈຸດປະສົງ ແລະສະເໜີແຂກເຂົ້າຮ່ວມ. ພ້ອມກັນນັ້ນ, ທ່ານ ປອ ສາຍຄໍາ ມູນມະນີວົງ ກໍ່ໄດ້ມີຄໍາເຫັນກ່າວເປີດທ່ານໄດ້ກ່າວວ່າ: ຈຸດປະສົງແມ່ນເປັນການທົບທວນຄືນ ແລະລະນຶກເຖິງວັນສໍາຄັນດັ່ງກ່າວ ເຊິ່ງແມ່ນ ຄວາມຮັບຜິດຊອບໂດຍກົງ ຂອງພັກ-ລັດ ເພື່ອເປັນການປຸກລະດົມທົ່ວສັງຄົມໃຫ້ຮັບຮູ້, ເຂົ້າໃຈຢ່າງກວ້າງຂວາງ ແລະເລິກເຊິ່ງ ຕໍ່ວັນແມ່ຍິງສາກົນ. ພ້ອມກັນນີ້, ກໍ່ເພື່ອແນໃສ່ປູກຈິດສຳນຶກ ໃນທົ່ວສັງຄົມໃຫ້ມີການຫັນປ່ຽນທັດສະນະຄະຕິ, ປ່ຽນແປງພຶດຕິກຳ ຕະຫຼອດຮອດການປະພຶດຕົນໃນສັງຄົມ ທີ່ຍັງຖືກຈໍາແນກ ແລະໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກໃຫ້ກ້າວໄປສູ່ການຢຸດຕິຢ່າງສິ້ນເຊີງໃນການຈໍາແນກຕໍ່ແມ່ຍິງ ແລະເດັກນ້ອຍ, ເຮັດໃຫ້ສິດຜົນປະໂຫຍດຂອງແມ່ຍິງ ແລະເດັກນ້ອຍໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ພ້ອມທັງເປັນການສ້າງຄວາມສາມັກຄີ ແລະການອອກກໍາລັງກາຍເພື່ອສຸຂະພາບທີ່ແຂງແຮງ.

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ