ໃນຕອນແລງວັນທີ 1 ມີນາ 2024 ທີ່ຫ້ອງປະຊຸມຊັ້ນ 5 ຫ້ອງ 509 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະ ການປົກ ຄອງແຫ່ງຊາດ. ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຈັດພິທີປິດເຝິກອົບຮົມວຽກງານກວດກາພັກ ປະຈໍາປີ2023 ເຊິ່ງໄດ້ດໍາເນີນເປັນເວລາ 10 ວັນ ທີ່ເຕັມໄປດ້ວຍເນື້ອໃນອັນເລິກເຊິ່ງ ແລະມີບັນຍາກາດຟົດຟື້ນ, ໂດຍພາຍໃຕ້ການເປັນປະທານໂດຍ: ທ່ານ ວັນຄໍາ ໄຊວົງສາ ຫົວໜ້າກົມຄົ້ນຄວ້າ ແລະວາລະສານກວດກາພ້ອມດ້ວຍຜູ້ຕາງໜ້າຄູ-ອາຈານ, ພະນັກ ງານພາຍໃນ ສມປຊ ເປັນຕົ້ນແມ່ນ: ຫ້ອງການ, ກົມ, ສອງສູນ ແລະບັນດາຄະນະຕ່າງໆ. ມີຜູ້ເຂົ້າຮ່ວມທັງໝົດ 32 ທ່ານ.

         ໃນພິທີທ່ານ ປທ ນາງ ຂັນໄຊ ກິດຕິລາດ ຫົວໜ້າພະແນກກວດກາລັດ ໄດ້ຂຶ້ນກ່າວຈຸດປະສົງ ແລະ ສະເໜີແຂກເຂົ້າຮ່ວມ  , ພ້ອມກັນນັ້ນກໍໄດ້ ຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວຝຶກອົບຮົມ ໂດຍທ່ານ ປອ ຄຳຫຼ້າ ລໍວານໄຊ ຮອງປະທານ ກວດກາພັກ, ຫົວໜ້າກົມກວດກາ ແລະທ່ານໄດ້ກ່າວວ່າການເຝິກອົບຮົມຄັ້ງນີ້ແມ່ນຄວາມຮັບຜິດຊອບ ໂດຍກົງຂອງກົມກວດ ກາ,  ໄດ້ມີການປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ໃນການກະກຽມຄວາມພ້ອມດ້ານເນື້ອໃນ, ທາງດ້ານງົບປະມານ, ສະ ຖານທີ່ເຮັດໃຫ້ການເຝິກອົບຄັ້ງນີ້ ໄດ້ດຳເນີນໄປຕາມແຜນການ.

         ຊຸດເຝິກອົບຮົມຄັ້ງນີ້ ມີວິທະຍາກອນຈາກຄະນະກວດກາສູນກາງພັກຂຶ້ນຫ້ອງທັງໝົດ 6 ສະຫາຍ, ຍິງ 1ສະ ຫາຍ; ມີນັກສຳມະນາກອນເຂົ້າຮ່ວມເຝິກອົບຮົມຈໍານວນ 26 ສະຫາຍ, ຍິງ 13 ສະຫາຍ; ໃນນັ້ນ, ມີຮອງເລຂາຜູ້ເຮັດວຽກງານກວດກາຂອງໜ່ວຍພັກຮາກຖານຈຳນວນ 4 ສະຫາຍ, ຍິງ 2 ສະຫາຍ; ຜູ້ຊ່ວຍວຽກຂອງໜ່ວຍພັກຮາກຖານຈຳນວນ 12 ສະ ຫາຍ, ຍິງ 6 ສະຫາຍ; ມີຫົວໜ້າກົມ, ຂັ້ນຄະນະພະແນກ, ພະນັກງານວິຊາການກົມກວດກາ ສມປຊ ຈຳນວນ 10 ສະຫາຍ, ຍິງ 5 ສະຫາຍ. ການເຝິກອົບຮົມຄັ້ງນີ້ ສາມາດປະຕິບັດໄດ້ເນື້ອໃນຕາມທິດທາງແຜນການທີ່ໄດ້ກຳນົດໄວ້ປະກອບມີ 11 ຫົວຂໍ້ ຄື:

  1. ຄວາມຮູ້ພື້ນຖານກ່ຽວກັບ ວຽກງານກວດກາພັກ;
  2. ລະບຽບວິໄນ ຂອງພັກ; ການລົງວິໄນພາຍໃນພັກ ແລະກວດກາການລົງວິໄນ ຂອງພັກ;
  3. ກົງຈັກການຈັດຕັ້ງ ແລະການບຳລຸງພະນັກງານກວດກາ;
  4. ກວດກາການຈັດຕັ້ງພັກ, ສະມາຊິກພັກ, ການຈັດຕັ້ງລັດ, ພະນັກງານ-ລັດຖະກອນເມື່ອມີປະກົດການລະ ເມີດ;
  5. ບາງບັນຫາກ່ຽວກັບຈິດຕະສາດ ໃນວຽກງານກວດກາ;
  6. ການສ້າງ ແລະສຳເນົາເອກະສານ ຂອງຄະນະກວດກາ;
  7. ການກະກຽມ ແລະດຳເນີນກອງປະຊຸມໃຫຍ່ ຂອງພັກ;
  8. ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາລັດ;
  9. ຄວາມຮູ້ພື້ນຖານກ່ຽວກັບວຽກງານຕິດຕາມ, ກວດກາໂຄງການລົງທຶນ ຂອງລັດເລີ່ມແຕ່ຫົວທີ;
  10. ວຽກງານຄົ້ນຄວ້າ, ພິຈາລະນາ ແລະແກ້ໄຂຄຳຮ້ອງຟ້ອງ, ຮ້ອງທຸກ ແລະຄຳສະເໜີ;
  11. ວຽກງານສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ.

          ຜ່ານການເຝິກອົບຮົມຄັ້ງນີ້ ເຫັນວ່າວຽກງານກວດກາ ແມ່ນມີຄວາມສຳຄັນທີ່ສຸດ ຕໍ່ກັບການປັບປຸງ-ກໍ່ສ້າງພັກ ແລະການຄຸ້ມຄອງລັດ, ເປັນເຄື່ອງມືອັນສຳຄັນໃນການນຳພາ-ຊີ້ນຳ, ແມ່ນວຽກງານທີ່ຈຳເປັນ, ແມ່ນຄວາມຮຽກຮ້ອງຢ່າງພາວະວິໄສ ໃນການຕໍ່ສູ້ປະຕິວັດຂອງພັກ, ຂອງຊາດ; ການກວດກາແມ່ນຄວາມເປັນຕາຍໃນການປົກປ້ອງການເມືອງ, ລະບອບ, ປົກປ້ອງຄວາມຮັບຜິດຊອບ ຂອງຄະນະພັກແຕ່ລະຂັ້ນ ເພື່ອຕ້ານກັບກົນອຸບາຍຂອງອິດທິກຳລັງປໍລະປັກ ທີ່ຫວັງມ້າງເພທຳລາຍພັກ-ລັດ ແລະສະກັດກັ້ນ, ຕ້ານປະກົດການຫຍໍ້ທໍ້ຕ່າງໆ ພາຍໃນພັກ ແລະອົງການຂອງລັດ.

       ໃນຕອນທ້າຍ ທ່ານປະທານ ໄດ້ເນັ້ນຕື່ມວ່າ: ຜູ້ເຂົ້າຮ່ວມເຝິກອົບຮົມຄັ້ງນີ້ຈົ່ງນຳເອົາບັນດາເນື້ອໃນຈິດໃຈ, ບົດຮຽນປະສົບການ, ບັນດານິຕິກຳຕ່າງໆ ທີ່ກ່ຽວຂ້ອງໄປຄົ້ນຄວ້າເຊື່ອມຊຶມໃຫ້ເລິກເຊິ່ງ ແລະດຳເນີນການຈັດຕັ້ງເຜີຍແຜ່, ຕໍ່ຖັນແຖວພະນັກງານ, ສະມາຊິກພັກ ກໍຄືການຈັດຕັ້ງພັກ-ລັດ ຢູ່ແຕ່ລະພາກສ່ວນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໂດຍຕິດພັນກັບຂະບວນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ແລະຂອງອົງຄະນະພັກ ສະຖາບັນ ເຮັດໃຫ້ວຽກງານກວດກາພັກໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນທຸກໆ ຂະບວນການ ຂອງສະຖາບັນໃຫ້ໄດ້ຮັບຜົນດີ.

ຂ່າວ: ທິດດາວອນ ດວງປະເສີດ
ຮູບພາບ: ຄອນສະຫວັນ ແສນຍານຸພາບ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ