ຫຼັງຈາກເປີດພິທີບັ້ນລົງກໍ່ສ້າງຮາກຖານການເມືອງ ຂອງນັກຄົ້ນຄວ້າປະລິນຍາໂທຮຸ່ນທີ XIX ໃນວັນທີ 19 ກຸມພາ 2024 ນັກຄົ້ນຄວ້າຮຸ່ນດັ່ງກ່າວ ໄດ້ເຄື່ອນໄຫວວຽກງານລົງກໍ່ສ້າງຮາກຖານໃນ 12 ກຸ່ມບ້ານໃນໄລຍະເວລາທັງໝົດ 20 ວັນ (19 ກຸມພາ 2024-9 ມີນາ 2024), ຊຶ່ງຫາກໍ່ໄດ້ 10 ວັນ ເຫັນວ່ານັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XIX ໄດ້ວາງແຜນການເຄື່ອນໄຫວປະສານສົມທົບກັບຄະນະບ້ານລົງສູ່ບ້ານຮາກຖານທີ່ຕົນຮັບຜິດຊອບ, ປະສານສົມທົບກັບຄະນະບ້ານເພື່ອສ້າງແຜນການເຄື່ອນໄຫວປະຈໍາອາທິດຕາມ 4 ເນື້ອໃນ 4 ຄາດໝາຍ ກໍ່ຄື 4 ກຸ່ມວຽກໃຫຍ່ຄື: ວຽກງານການເມືອງ, ວຽກງານ ປກສ-ປກຊ, ວຽກງານເສດຖະກິດ, ວຽກງານວັດທະນະທຳ-ສັງຄົມ ແລະແຜນລວມຂອງສະຖາບັນ, ຈາກນັ້ນກໍ່ໄດ້ຫັນເປັນແຜນວຽກລະອຽດ ໃນການຈັດຕັ້ງປະຕິບັດເປັນລາຍວັນ ແລະເປັນລາຍອາທິດຂອງບາງບ້ານຊຶ່ງມີດັ່ງນີ້: ເຂົ້າຮ່ວມກອງປະຊຸມ, ຟັງລາຍງານການເຄື່ອນໄຫວຂອງບ້ານ, ແລກປ່ຽນບົດຮຽນ; ສ້າງ-ຮັບຮອງ ແຜນການເຄື່ອນໄຫວ, ແບ່ງວຽກບຸກຄົນ; ນໍາພາ ພໍ່ແມ່ປະຊາຊົນອານາໄມ ຂອບເຂດຫ້ອງການປົກຄອງບ້ານ; ແລກປ່ຽນບົດຮຽນ. ເປັນຕົ້ນແມ່ນ: ວຽກງານ ປກສ-ປກຊ, ແລະຈັດຕັ້ງປະຕິບັດ ແລະ ເກັບກຳປະກົດການຫຍໍ້ທໍ້; ເກັບກຳຂໍ້ມູນການປະລະການຮຽນຂອງໄວໜຸ່ມ ແລະຊຸກຍູ້ປຸກລະດົມການມາຮຽນຄືນ; ສົມທົບອົງການປົກຄອງບ້ານ ພິມໂຄງຮ່າງການຈັດຕັ້ງ ຕິດຮູບທ່ານຜູ້ນໍາ, ເຮັດປ້າຍບ້ານ; ເກັບກຳຂໍ້ມູນ ກຸ່ມການຜະລິດ, ລົງເບິ່ງຂອດການຜະລິດເຂົ້ານາແຊງ, ການປູກພືດເປັນສິນຄ້າຂອງບ້ານ; ເກັບກຳຂໍ້ມູນ, ຊຸກຍູ້ການເຄື່ອນໄຫວອົງການຈັດຕັ້ງມະຫາຊົນ ແລະວຽກອື່ນໆທີ່ກຽວຂ້ອງໃນການລົງຮາກຖານຄັ້ງນີ້.

ຜົນງານທີ່ກ່າວມາຂ້າງເຖິງນັ້ນສະແດງໃຫ້ເຫັນວ່າອາຈານນໍາພານັກສຶກສາຮຸ່ນດັ່ງກ່າວໄດ້ນຳເອົາ ທິດສະດີທີ່ ໄດ້ສຶກສາ, ຮໍ່າຮຽນ ນຳອາຈານ ມາຖ່າຍທອດເປັນພຶດຕຳກຳລົງສູ່ຮາກຖານ ເຮັດໃຫ້ວຽກງານແຕ່ລະດ້ານດຳເນີນ ໄປຢ່າງມີປະສິດທິພາບ ແລະປະສິດທິຜົນ.

         ສະຫຼຸບລວມແລ້ວ ຜ່ານໄລຍະເວລາ 10 ວັນ ເຫັນໄດ້ວ່າ: ນັກຄົ້ນຄວ້າ ປະລິຍາໂທ ຮຸ່ນທີ XIX ໄດ້ມີຜົນສຳເລັດຫຼາຍດ້ານໃນການລົງກໍ່ສ້າງຮາກຖານການເມືອງ ຢູ່ກຸ່ມບ້ານເມືອງທ່າພະບາດ, ແຂວງບໍລິຄໍາໄຊ ເຊັ່ນ: ວຽກງານດ້ານການເມືອງ-ແນວຄິດ, ວຽກງານການເຄື່ອນໄຫວຕົວຈິງເຊິ່ງໄດ້ຮັບການຊີ້ນຳຢ່າງໃກ້ຊິດຈາກຄະນະນຳຂອງເມືອງ, ຈາກສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ຢ່າງເປັນປົກກະຕິ; ຄະນະຮັບຜິດຊອບ ໄດ້ຮັບການຮ່ວມມືຈາກຄະນະນໍາຂອງເມືອງ, ຄະນະນໍາຂອງບ້ານເປັນຢ່າງດີ, ນັກສຶກສາມີຄວາມຫ້າວຫັນເປັນເຈົ້າການປະ ຕິບັດວຽກງານດ້ວຍຄວາມຮັບຜິດຊອບສູງ, ໃນການຊອກຮູ້ຮ່າຮຽນ. ປະຊາຊົນໄດ້ໃຫ້ການຮ່ວມມື ແລະຊ່ວຍ ເຫຼືອໃຫ້ແກນັກສຶກສາ ເປັນຢ່າງດີ.

ຂ່າວ: ນ. ທິດດາວອນ ດວງປະເສີດ
ພາບ: ນັກສຶກສາ ປທ XVIII ຫ້ອງ ກ ແລະ ຂ
ບັນນາທິການ: ປທ ບຸນປັນ ສຸມຸນທອງ