ໂດຍປະຕິບັດຕາມ ຂໍ້ກຳນົດວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວດ້ານວິຊາການ ຂອງໂຮງຮຽນ ການເມືອງ ແລະການປົກຄອງແຂວງ ແລະນະຄອນຫຼວງ, ສະບັບເລກທີ 1131/ສມປຊ, ລົງວັທີ 24 ຕຸລາ 2019, ຕາມຂໍ້ຕົກລົງຂອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວ່າດ້ວຍການອະນຸມັດ ປິດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ I ຢູ່ໂຮງຮຽນການເມືອງ ແລະການປົກຄອງແຂວງ ສະບັບ ເລກທີ 243/ສມປຊ , ນະຄອນຫຼວງວຽງຈັນ, ວັນທີ 21 ກຸມພາ 2024, ຕາມຂໍ້ຕົກລົງ ຂອງສະຖາບັນການ ເມືອງ ແລະ ການປົກຄອງແຫ່ງຊາດ ວ່າດ້ວຍການອະນຸມັດເປີດຊຸດຮຽນທິດສະດີ ການເມືອງ ຂັ້ນກາງ ຮຸ່ນທີ II ສົກປີ 2024 ສະບັບເລກທີ 244/ ສມປຊ, ນະຄອນຫຼວງວຽງຈັນ, ວັນທີ 21 ກຸມພາ 2024, ຕາມມະຕິ ຂອງຄະນະປະຈໍາພັກ ແຂວງຊຽງຂວາງ ວ່າດ້ວຍການອະນຸມັດເປີດຊຸດຮຽນທິດສະດີການເມືອງ ຂັ້ນ ກາງ ຮຸນທີ່ II ປະຈໍາປີ 2023 ສະບັບເລກທີ 131/ຄປພຂ,ຊຂ ລົງວັນທີ 24 ພະຈິກ 2023.

          ໃນຕອນເຊົ້າວັນທີ 28 ກຸມພາ 2024 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີປິດ ຊຸດຮຽນທິດສະດີການເມືອງ ຂັ້ນກາງ  ຮຸ່ນທີ I ແລະເປີດຊຸດຮຽນທິດສະດີ ການເມືອງ ຂັ້ນກາງ ຮຸ່ນ II ພາຍໃຕ້ການເປັນປະທານໂດຍທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງ ພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານ ໜໍບີຫາ ຕົ່ງປາວ ຄະນະປະຈໍາພັກ ແຂວງ ຜູ້ຊີ້ນໍາວຽກງານການເມືອງ ແນວຄິດ-ທິດສະດີ, ມີທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ, ມີບັນດາແຂກຖືກ ເຊີນເຊັ່ນ: ພະແນກພາຍໃນແຂວງ ແລະ7 ເມືອງ, ມີພະນັກງານ, ຄູ-ອາຈານ ແລະນັກສຶກສາທັງ 2 ຮຸ່ນເຂົ້າຮ່ວມ.

ໃນພິທີ ທ່ານ ເອກທະນູ ພຸດສະດີ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຂຶ້ນ ຜ່ານຂໍ້ຕົກລົງ ຂອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວ່າດ້ວຍການອະນຸມັດປິດຊຸດ ຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ I ສະບັບ ເລກທີ 243/ສມປຊ , ນະຄອນຫຼວງວຽງຈັນ, ວັນທີ 21 ກຸມພາ 2024, ຂໍ້ຕົກລົງ ຂອງສະຖາບັນການເມືອງ ແລະ ການປົກ ຄອງແຫ່ງຊາດ ວ່າດ້ວຍການອະນຸມັດເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ II ສົກປີ 2024 ສະບັບເລກທີ 244/ ສມປຊ, ນະຄອນ ຫຼວງວຽງຈັນ, ວັນທີ 21 ກຸມພາ 2024 ແລະຜ່ານມະຕິຕົກລົງ ອະນຸມັດລາຍຊື່ ຜູ້ເຂົ້າຮຽນ ທິດສະດີ ການເມືອງ ຂັ້ຮກາງ ຮຸ່ນ II, ຫຼັງຈາກນັ້ນ ທ່ານ ບຸນຊູ ອິດທິພົນ ຮອງຫົວ ໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ໄດ້ຂຶ້ນຜ່ານ ບົດສະຫຼຸບປິດການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ I, ໃນນັ້ນ ຍັງໄດ້ມອບໃບຢັ້ງຢືນໃຫ້ນັກສຶກສາທີ່ຮຽນຈົບ ແລະມອບໃບຍ້ອງຍໍໃຫ້ນັກສຶກສາດີເດັ່ນ ແລະຜ່ານແຜນຫຼັກ ສູດການຮຽນ-ການສອນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ II. ຜ່ານການຈັດຕັ້ງປະຕິບັດການຮຽນ-ການ ສອນສໍາລັບຂັ້ນກາງ ຮຸ່ນທີ I ປະຈໍາສົກຮຽນ 2023-2024 ສາມາດຕີລາຄາຜົນການຮຽນຂອງນັກສຶກສາຕະ ຫຼອດຊຸດຮຽນໃນຈໍານວນ 14 ວິຊາບວກກັບຄະ ແນນປ້ອງກັນບົດຈົບຊັ້ນສະຫຼຸບໄດ້ຄື: ນັກສຶກສາຮຽນເກັ່ງ ໄດ້ຄະແນນເກຣດ A ( ປະເພດ ດີເລີດ ) ຕະຫຼອດຊຸດຮຽນມີ 14 ສະຫາຍ, ຍິງ 1 ສະຫາຍ ກວມ 23,33% ຖ້າທຽບໃສ່ຊຸດຮຽນ ທີ່ຜ່ານມາແມ່ນ ຈໍານວນເພີ່ມຂຶ້ນ 1 ເທົ່າຕົວ ຂອງນັກສຶກສາທີ່ຮຽນ ເກັ່ງປະເພດດີເລີດ, ນັກສຶກສາທີ່ໄດ້ຄະແນນເກຣດ B+ ( ດີຫຼາຍ ) ມີ 46 ສະຫາຍ, ຍິງ 13 ສະຫາຍ ກວມ 76,66% ຖ້າທຽບໃສ່ຊຸດຮຽນທີ່ຮຽນຜ່ານມາ, ຄະແນນ ເກຣດ B ຫາເກຮດ F ແມ່ນບໍ່ມີ.

         ໃນຕອນທ້າຍພິທີ  ທ່ານ ປະທານ ໄດ້ມີຄໍາໂອ້ລົມຕໍ່ພິທີ ໃນນັ້ນທ່ານ ກໍໄດ້ສະແດງຄໍາຍ້ອງຍໍຊົມ ເຊີຍ ຕໍ່ຜົນສໍາເລັດທີ່ຍາດມາໄດ້ຕະຫຼອດ ໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ນັກສຶກສາສໍາເລັດການສຶກສາ ໃນຄັ້ງນີ້ນໍາເອົາຄວາມຮູ້ທີ່ໄດ້ຮຽນມາໄປຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຂອງຕົນ ແລະເນັ້ນໜັກໃຫ້ນັກ ສຶກສາຮຸ່ນໃໝ່ ເອົາໃຈໃສ່ ຄົ້ນຄວ້າຮໍ່າຮຽນເອົາບົດຮຽນນໍາຄູ-ອາຈານ ເພື່ອພັດທະນາຄວາມຮູ້, ຄວາມສາມາດ ຂອງຕົນເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ ໃຫ້ມີປະສິດທິພາບ ແລະມີປະສິດທິຜົນໃຫ້ສູງ ຂຶ້ນກວ່າເກົ່າພ້ອມທັງໄດ້ກ່າວປິດພິທີປິດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ I ແລະເປີດຊຸດຮຽນ     ທິດສະດີການເມືອງ ຂັ້ນກາງ ຮຸ່ນ II ຢ່າງເປັນທາງການ.

ພາບ-ຂ່າວ ນາງ ຄໍາເພັດ ບຸນນະຈັນ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ