ໃນຕອນບ່າຍວັນທີ 29 ກຸມພາ 2024 ທີ່ຫ້ອງປະຊຸມຊັ້ນ 2 ຕຶກຫ້ອງການ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ ລະຫວ່າງ ສະຫະພັນແມ່ຍິງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກັບຄະນະຈາກສູນກາງສະຫະພັນແມ່ຍິງລາວ , ພາຍໃຕ້ການເປັນປະທານ ຂອງ ທ່ານ ປອ ນາງ ລໍາພູນ ດວນສຸວັນ ປະທານສະຫະພັນແມ່ຍິງ ສມປຊ ແລະທ່ານ ນາງ ລາວັນ ສຸດທິສານ ຮອງປະທານສູນກາງສະຫະພັນແມ່ຍິງລາວ, ໃຫ້ກຽດເຂົ້າຮ່ວມ ມີທ່ານ ປທ ນາງ ບຸນມີ ຈຸນລະຈັກ ຮອງຫົວໜ້າ ສມປຊ, ທ່ານ ປທ ນາງ ພອນໄຊ ລາດຊະວົງ ຫົວໜ້າກົມຈັດຕັ້ງ-ພະນັກງານ ແລະມີຄະນະສະຫະພັນແມ່ຍິງ ສມປຊ ຈໍານວນໜຶ່ງເຂົ້າຮ່ວມ.

          ເຊິ່ງໃນກອງປະຊຸມ ທ່ານ ປທ ພອນໄຊ ລາດຊະວົງ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ນໍາສະເໜີແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ແລະອົງການຄຸ້ມຄອງ. ການບໍາລຸງ-ກໍ່ສ້າງ ແລະບັນຈຸ, ສັບຊ້ອນພະນັກງານນໍາພາ-ຄຸ້ມຄອງເພດຍິງ; ແຜນຄາດຄະເນເປົ້າໝາຍກໍ່ສ້າງພະນັກງານເພດຍິງ ສມປຊ ຊຸດໃໝ່.

          ນອກຈາກນັ້ນ ທ່ານ ປອ ນາງ ລໍາພູນ ດວນສຸວັນ ກໍ່ໄດ້ລາຍງານການເຄື່ອນໄຫວວຽກງານຮອບດ້ານຂອງສະຫະພັນແມ່ຍິງ ສມປຊ, ລາຍງານການກະກຽມການດໍາເນີນກອງປະຊຸມໃຫຍ່ຂອງສະຫະພັນແມ່ຍິງ ສມປຊ. ພ້ອມກັນນັ້ນ, ທັງສອງສະຫະພັນແມ່ຍິງກໍ່ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ໃສ່ບັນດາເອກະສານທີ່ໄດ້ລາຍງານມາຂ້າງເທິງນັ້ນເປັນຕົ້ນແມ່ນ: ບັນດາວຽກງານການປະເມີນປະຈໍາປີຂອງວຽກງານ 3 ດີ ຂອງ ຄູ-ອາຈານ ແລະນັກສຶກສາ, ວຽກງານກວດກາແຜນການປະຕິບັດວຽກງານ 3 ດີ, ວຽກເຊື່ອມຊຶມເອກະສານ, ນິຕິກຳຕ່າງໆ, ບັນດາທຶນແລກປຽ່ນຈາກສະຫະພັນແມ່ຍິງຂັ້ນສູນກາງ ລວມທັງວຽກອື່ນໆທີ່ກ່ຽວຂ້ອງ.

          ໃນຕອນທ້າຍ ປອ ນາງ ລໍາພູນ ດວນສຸວັນ ຕາງໜ້າ ສະຫະພັນແມ່ຍິງ ສມປຊ ໄດ້ກ່າວຄໍາຂອບໃຈຕໍ່ກັບສູນກາງສະຫະພັນແມ່ຍິງທີ່ໃຫ້ກຽດມາຢ້ຽມຢາມແລກປ່ຽນບົດຮຽນໃນຄັ້ງນີ້ ແລະທ່ານ ນາງ ລາວັນ ສຸດທິສານ ກໍ່ໄດ້ສະແດງຄໍາຂອບໃຈ ເຊິ່ງທ່ານໄດ້ກ່າວວ່າ ການມາຄັ້ງນີ້ແມ່ນໄດ້ຮັບຂໍ້ມູນ ແລະຄວາມຮູ້ຫຼາຍຢ່າງ, ປະສົບການຄັ້ງນີ້ຖືສໍາຄັນໃນການສົ່ງເສີມບົດບາດຍິງ-ຊາຍ ທີ່ຈະນໍາໄປປັບປຸງຢູ່ສູນກາງສະຫະພັນແມ່ຍິງຂອງພວກເຮົາ ແລະຖອດຖອນບົດຮຽນນໍາບັນດາກົມ ແລະບັນດາກະຊວງອ້ອມຂ້າງ.

ຂ່າວ-ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ