Month: July 2026

ຄະນະຮັບຜິດຊອບ ແນວຄິດໄກສອນ ພົມວິຫານ ລົງເຄື່ອນໄຫວພາກໃຕ້ ເພື່ອເກັບກໍາຂໍ້ມູນປະຫວັດສາດ ແລະ ຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ

ໃນລະຫວ່າງວັນທີ 5-12 ກໍລະກົດ 2026, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຕັ້ງຄະນະຮັບຜິດຊອບ ແນວຄິດໄກສອນ ພົມວິຫານ ລົງເຄື່ອນໄຫວວຽກງານການເມືອງທີ່ສໍາຄັນ ຢູ່ບັນດາແຂວງພາກໃຕ້ ຊຶ່ງນຳພາໂດຍ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ການລົງພື້ນທີ່ໃນຄັ້ງນີ້ ກວມເອົາ 3 ແຂວງເປົ້າໝາຍ ຄື: ແຂວງສະຫວັນນະເຂດ, ແຂວງສາລະວັນ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດກອງປະຊຸມທາບທາມ ບຸກຄະລາກອນ ເຂົ້າໃນຕຳແໜ່ງບໍລິຫານ ຂັ້ນຮອງຫົວໜ້າ ສມປຊ

ໃນຕອນເຊົ້າວັນທີ 3 ກໍລະກົດ 2026, ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ເຂົ້າໃນຕຳແໜ່ງບໍລິຫານຂັ້ນຮອງຫົວໜ້າ ສມປຊ. ກອງປະຊຸມອັນມີຄວາມໝາຍຄວາມສຳຄັນໃນຄັ້ງນີ້ ໃຫ້ກຽດເປັນປະທານໂດຍ ທ່ານ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ໂດຍມີຄະນະພັກ, ຄະ ນະນຳ, ພະນັກງານ, ຄູ-ອາຈານ ຂັ້ນຮອງພະແນກຂຶ້ນໄປ ເຂົ້າຮ່ວມຢ່າງພ້ອມພຽງ. ວາລະກອງປະຊຸມໄດ້ເລີ່ມຕົ້ນຂຶ້ນດ້ວຍການກ່າວຈຸດປະສົງ ໂດຍ…

ຂ່າວອື່ນໆ