ໃນລະຫວ່າງວັນທີ 5-12 ກໍລະກົດ 2026, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຕັ້ງຄະນະຮັບຜິດຊອບ ແນວຄິດໄກສອນ ພົມວິຫານ ລົງເຄື່ອນໄຫວວຽກງານການເມືອງທີ່ສໍາຄັນ ຢູ່ບັນດາແຂວງພາກໃຕ້ ຊຶ່ງນຳພາໂດຍ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ການລົງພື້ນທີ່ໃນຄັ້ງນີ້ ກວມເອົາ 3 ແຂວງເປົ້າໝາຍ ຄື: ແຂວງສະຫວັນນະເຂດ, ແຂວງສາລະວັນ ແລະ ແຂວງເຊກອງ.

         ການເຄື່ອນໄຫວຄັ້ງນີ້ ມີຈຸດປະສົງຫຼັກໃນການເກັບກຳຂໍ້ມູນອັນລ້ຳຄ່າທາງປະຫວັດສາດ ທີ່ເປັນເອກະສານ, ຮູບພາບ ແລະ ວີດີໂອ ທີ່ກ່ຽວຂ້ອງກັບຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງປະທານ ໄກສອນ ພົມວິຫານ. ພ້ອມດຽວກັນນັ້ນ, ຄະນະດັ່ງກ່າວໄດ້ລົງສຳພາດໂດຍກົງກັບບັນດາບຸກຄົນສຳຄັນ ທີ່ເຄີຍໄດ້ຮ່ວມເຮັດວຽກ ແລະ ຮັບຟັງການໂອ້ລົມ ຂອງປະທານ ໄກສອນ ພົມວິຫານ ໃນໄລຍະຜ່ານມາ. ຂໍ້ມູນທີ່ໄດ້ຮັບທັງໝົດ ຈະຖືກນຳໄປປະ ກອບເຂົ້າໃນການກະກຽມສ້າງ “ນິພົນຄົບຊຸດ ໄກສອນ ພົມວິຫານ” ແລະ ປະກອບໃສ່ເນື້ອໃນບົດວິທະຍາສາດ ເພື່ອຮັບປະກັນຄວາມຄົບຖ້ວນ, ອຸດົມສົມບູນ ແລະ ມີລັກສະນະວິທະຍາສາດຢ່າງເລິກເຊິ່ງ.

         ຄະນະຮັບຜິດຊອບ ແນວຄິດໄກສອນ ພົມວິຫານ ທີ່ລົງໄປເກັບກໍາຂໍ້ມູນໃນຄັ້ງນີ້ ປະກອບມີ 9 ສະຫາຍ, ເຊິ່ງລວມມີການນຳຂັ້ນສູງ ແລະ ນັກວິທະຍາສາດຈາກສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ໂດຍມີການເຂົ້າຮ່ວມ ຂອງ ສະຫາຍ ຮສ ປອ. ນາງ ລຳພູນ ດວນສຸວັນ ຄະນະບໍລິຫານງານພັກ, ຫົວໜ້າສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ສມປຊ.

         ໝາກຜົນຂອງການຈັດຕັ້ງປະຕິບັດມະຕິກົມການເມືອງສູນກາງພັກ ວຽກງານການລົງເກັບກຳຂໍ້ມູນນີ້ ແມ່ນການສືບຕໍ່ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ຕາມມະຕິຕົກລົງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 058/ກມສພ (ລົງວັນທີ 13 ທັນວາ 2018) ແລະ ມະຕິຕົກລົງ ສະບັບເລກທີ 063/ກມສພ (ລົງວັນທີ 12 ມີນາ 2019) ວ່າດ້ວຍການຄົ້ນຄວ້າແນວຄິດໄກສອນ ພົມວິຫານ. ຜ່ານມາ, ຄະນະຮັບຜິດຊອບ ຍາດໄດ້ຜົນສຳເລັດອັນພື້ນຖານຫຼາຍດ້ານ, ໂດຍສະເພາະແມ່ນການຄົ້ນຄວ້າວິທະຍາສາດ ແລະ ການຮິບໂຮມຂໍ້ມູນ ເຊິ່ງສະແດງອອກດັ່ງນີ້:

  1. ໄດ້ສຳເລັດການຄົ້ນຄວ້າຫົວຂໍ້ລະດັບຊາດ ແລະ ຈັດສຳມະນາແລ້ວ 12 ຫົວຂໍ້.
  2. ໄດ້ສັງລວມພິມເປັນປຶ້ມ ແລະ ປະກາດຜະລິດຕະພັນແລ້ວ ຈຳນວນ 8 ເຫຼັ້ມ ທີ່ກວມເອົາແນວຄິດຂອງປະທານ ໄກສອນ ພົມວິຫານ ໃນຫຼາຍຂົງເຂດ ເຊັ່ນ: ວຽກພັກ, ອຳນາດແຫ່ງລັດ, ເສດຖະກິດ, ວຽກງານພະນັກງານ, ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ.
  3. ສຳເລັດການເປີດກອງປະຊຸມສຳມະນາເປີດກວ້າງ ແລະ ກຳລັງປັບປຸງເນື້ອໃນ ອີກ 13 ຫົວຂໍ້ ເພື່ອສະເໜີຮັບຮອງ.
  4. ສາມາດຮິບໂຮມນິພົນ ແລະ ເອກະສານທີ່ຈັດພິມເປັນປຶ້ມ ໄດ້ຈຳນວນ 97 ກວ່າຊະນິດ (ປະມານ 507 ກວ່າເຫຼັ້ມ).
  5. ລວບລວມເອກະສານທີ່ເປັນບົດຂຽນ ແລະ ບົດໂອ້ລົມ ໄດ້ເຖິງ 1.037 ກວ່າສະບັບ ເຊິ່ງມີຄວາມຍາວເຖິງ 18.550 ກວ່າໜ້າ.

         ໃນຕອນທ້າຍ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ໄດ້ຕາງໜ້າໃຫ້ແກ່ຄະນະນຳ ສມປຊ ກໍຄືທີມງານນັກວິທະຍາສາດ ສະແດງຄວາມຂອບໃຈຢ່າງເລິກເຊິ່ງ ຕໍ່ອຳນາດການປົກຄອງແຂວງ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ອຳນວຍຄວາມສະດວກທຸກປະການ ໃຫ້ແກ່ການເຄື່ອນໄຫວເກັບກຳຂໍ້ມູນໃນຄັ້ງນີ້ ຈົນໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້. ການຮ່ວມມືດັ່ງກ່າວ ຖືເປັນການປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນການປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອແນວຄິດຂອງທ່ານຜູ້ນຳ ໃຫ້ຢູ່ຄູ່ກັບພັກ, ລັດ ແລະ ປະຊາຊົນລາວ ຕະຫຼອດໄປ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ