​ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຄຳມ່ວນ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຄູແຫ່ງຊາດ ຄົບຮອບ 32 ປີ (07 ຕຸລາ 1994 – 07 ຕຸລາ 2026) ຂຶ້ນຢ່າງເປັນທາງການ ຊຶ່ງເຕັມໄປດ້ວຍບັນຍາກາດອົບອຸ່ນ ໂດຍການໃຫ້ກຽດເປັນປະທານ ຂອງທ່ານ ແກ້ວວັນໄຊ ສຸກແສນທອງ ກຳມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ. ພ້ອມດ້ວຍພະນັກງານຄູ- ອາຈານ ພາຍໃນໂຮງຮຽນ, ອາຈານຮັບເຊີນ ແລະ ນັກສືກສາທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ IX, ຂັ້ນກາງ ຮຸ່ນທີ VI ເຂົ້າຮ່ວມຢາງພ້ອມພຽງ.

​ ຈາກນັ້ນ, ທ່ານ ນາງ ວຽງດາວັນ ເພັງສະຫວັນ ໄດ້ຂຶ້ນກ່າວເປີດພິທີ ແລະ ແນະນຳແຂກທີ່ເຂົ້າຮ່ວມ, ດຳເນີນວາລະພີທີ.

ຕໍ່ມາ, ທ່ານ ອຸດອນສຸດທິລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຄຳມ່ວນ ໄດ້ຂຶ້ນເລົ່າປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສຳຄັນ ຂອງວັນຄູແຫ່ງຊາດ ມີເນື້ອໃນສຳຄັນ ກ່ຽວກັບປະຫວັດ ແລະ ຄວາມໝາຍ ຂອງວັນຄູແຫ່ງຊາດ ດັ່ງນີ້:

– ຈຸດເລີ່ມຕົ້ນ: ໃນສະໄໝທີ່ຝຣັ່ງເຂົ້າມາຍຶດຄອງລາວ (ປີ 1893), ການສຶກສາໃນລາວຍັງບໍ່ທັນຂະຫຍາຍໂຕ ແລະ ມີໂຮງຮຽນພຽງແຕ່ 2 ແຫ່ງເທົ່ານັ້ນ (ຢູ່ຫຼວງພະບາງ ແລະ ວຽງຈັນ).

-ຄູລາວຄົນທຳອິດ: ເພື່ອສ້າງຄູມາສອນເດັກນ້ອຍລາວ, ໃນປີ 1907 ຝຣັ່ງໄດ້ເລືອກເອົາ “ນາຍຄຳ” (ຫຼື ຄູຄຳ) ເຊິ່ງເປັນຄົນລາວທີ່ມີຄວາມຮູ້ ແລະ ຮັກເດັກນ້ອຍ ໃຫ້ເຂົ້າຮຽນອົບຮົມວິຊາຄູ.

-ກຳເນີດວັນທີ 7 ຕຸລາ: ຫຼັງຈາກຮຽນຈົບ, ໃນ ວັນທີ 7 ຕຸລາ ປີ 1907, “ນາຍຄຳ” ໄດ້ເລີ່ມຕົ້ນສອນຢ່າງເປັນທາງການ ເຊິ່ງຖືເປັນຄູລາວຄົນທຳອິດໃນປະຫວັດສາດ.

-ການປະກາດເປັນວັນຄູ: ເພື່ອຈົດຈຳ ແລະ ຮູ້ບຸນຄຸນຂອງຄູ-ອາຈານ (“ແມ່ພິມຂອງຊາດ”), ລັດຖະບານ ລາວ ຈຶ່ງໄດ້ກຳນົດເອົາ ວັນທີ 7 ຕຸລາ ຂອງທຸກໆປີ ເປັນ “ວັນຄູແຫ່ງຊາດ” ໂດຍໄດ້ເລີ່ມຈັດງານສະເຫຼີມສະຫຼອງຄັ້ງທຳອິດໃນປີ 1994.

ຫຼັງຈາກນັ້ນ, ຕ່າງໜ້ານັກສຶກສາຂັ້ນຕົ້ນ ແລະ ຂັ້ນກາງ ໄດ້ຂຶ້ນອ່ານຄຳອວຍພອນ ພ້ອມທັງມອບຂອງຂວັນໃຫ້ແກ່ ຄູ-ອາຈານ ສ້າງຄວາມສາມັກຄີຮັກແພງລະຫວ່າງ ຄູ-ອາຈານ ແລະ ນັກສຶກສາຢ່າງອົບອຸ່ນ.

———————–

ຂ່າວ/ພາບ: ສັນຕິໄຊ ພະຄຸນທອງ

ບັນນາທິການ: ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ