ທີມງານລົງກໍ່ສ້າງຮາກຖານການເມືອງ ຈາກສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ສົມທົບກັບ ອົງການປົກຄອງບ້ານ, ຊາວບ້ານໂພນແຍງ ສ້າງຂະບວນການອອກແຮງງານລວມ
ໃນຕອນເຊົ້າ ເວລາ 9 ໂມງ 00 ນາທີ ຂອງວັນທີ 3 ມີນາ 2026 ທີມງານລົງກໍ່ສ້າງຮາກຖານການເມືອງ ຂອງນັກສຶກສາທິດສະດີການເມືອງ ລະບົບປະລິນຍາໂທ ຮຸ່ນທີ XXI ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ຈຸ 05 ຈຸດບ້ານໂພນແຍງ, ເມືອງເຟືອງ, ແຂວງວຽງຈັນ ໄດ້ສົມທົບອົງການປົກຄອງບ້ານ ນໍາພາພໍ່ແມ່ປະຊາຊົນພາຍໃນບ້ານໂພນແຍງ ສ້າງຂະບວນການອອກແຮງງານລວມ ດ້ວຍການເກັບຂີ້້ເຫຍື້ອ ແລະຖາງຫຍ້າຕາມເສັ້ນທາງຫຼວງ ແລະທາງຮ່ອມ ພາຍໃນບ້ານ. ຈຸດປະສົງຂອງການອອກແຮງງານໃນຄັ້ງນີ້…
