Month: December 2025

ພິທີປິດ ຂະບວນການກິລາ 3 ອົງການຈັດຕັ້ງມະຫາຊົນ ຄັ້ງທີ IV ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ໃນຕອນບ່າຍ ຂອງວັນທີ 5 ທັນວາ 2025 ຜ່ານມານີ້, ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີການຈັດພິທີປິດການແຂ່ງຂັນກິລາຂະບວນການແຂ່ງຂັນກິລາ ຊິງຂັນ 3 ອົງການຈັດຕັ້ງມະຫາຊົນ ຄັ້ງທີ IV ປະຈຳປີ 2025 ຢ່າງເປັນທາງການ, ພາຍຫຼັງທີ່ໄດ້ດໍາເນີນການແຂ່ງຂັນມາຢ່າງດຸເດືອດ ແລະ ຟົດຟື້ນ ເປັນເວລາ 1 ເດືອນກວ່າ (ເລີ່ມແຕ່ວັນທີ 1 ຕຸລາ 2025 ເປັນຕົ້ນມາ).…

ກອງປະຊຸມປຶກສາຫາລື ວຽກງານການພົວພັນຮ່ວມມື ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ

ໃນຕອນແລງ ຂອງວັນທີ 3 ທັນວາ 2025 ທີ່ຫ້ອງປະຊຸມຊັ້ນ 1 ຢູ່ໂຮງແຮມ ຈຳປາສັກແກຣນ ໄດ້ມີພິທີພົບປະປຶກສາຫາລືຢ່າງເປັນທາງການ ໄດ້ຈັດຂຶ້ນພາຍໃຕ້ບັນຍາກາດອັນອົບອຸ່ນ ແລະ ມີຄວາມໝາຍສຳຄັນ ໂດຍມີຄະນະນຳຝ່າຍສະຖາບັນການເມືອງ-ການປົກຄອງແຫ່ງຊາດລາວ (ສມປຊ) ນຳໂດຍ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ຊຶ່ງທ່ານໄດ້ສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ຕ້ອນຮັບຄະນະຜູ້ແທນ ສສ…

ພິທີວາງສີລາລຶກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້ ທີ່ແຂວງຈຳປາສັກ ສັນຍາລັກແຫ່ງຄວາມສາມັກຄີພິເສດ ລາວ-ຫວຽດນາມ

ໃນທ່າມກາງບັນຍາກາດແຫ່ງຄວາມປິຕິຊົມຊື່ນ ທີ່ທົ່ວພັກ, ທົ່ວລັດ ແລະ ປວງຊົນລາວທັງຊາດ ພວມສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ໃນຕອນເຊົ້າ ຂອງວັນທີ 3 ທັນວາ 2025 ຢູ່ທີ່ບ້ານຄອນໄຫຼ, ນະຄອນປາກເຊ, ແຂວງຈຳປາສັກ, ໄດ້ມີການຈັດພິທີວາງສີລາລຶກໂຄງການກໍ່ສ້າງສະຖາບັນການເມືອງ ແລະ…

ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ, ຄູ-ອາຈານ ແລະ ນັກສຶກສາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ໃນທ່າມກາງບັນຍາກາດອັນສັກສິດ ແລະ ເຕັມໄປດ້ວຍຄວາມໝາຍປະຫວັດສາດ ທີ່ທົ່ວພັກ, ທົ່ວລັດ ແລະ ປວງຊົນລາວທັງຊາດ ພວມເບີກບານມ່ວນຊື່ນສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ໃນຕອນບ່າຍຂອງວັນທີ 1 ທັນວາ 2025, ເວລາ 14:30 ໂມງ, ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ…