Month: December 2025

ສະ​ຫາຍ ຫງວຽນ ມິງ ​ເຕິມ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ເຕັມແຫ່ງ ​ສ​ສ​ ຫວຽດ​ນາມ ພ້ອມ​ດ້ວຍ​ຄະ​ນະເດີນ​ທາງ​ມາ​ຢ້ຽມຢາມ​ ແລະ​ເຮັດ​ວຽກ​ຢູ່ໂຮງ​ຮຽນ​ການ​ເມືອງ ແລະ ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​​ບູ​ລີ

ໃນ​ຕອນ​ເຊົ້າ​ ຂອງວັນ​ທີ 17 ທັນ​ວາ ​2025 ນີ້ ​ຢູ່​ທີ່ໂຮງ​ຮຽນ​ການ​ເມືອງ ​ແລະ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ​ ໄດ້​ຕອນ​ຮັບ​ ສະ​ຫາຍ ຫງວຽນ ມິງ​ເຕິມ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ເຕັມ ແຫ່ງ​ ສ​ສ ​ຫວຽດ​ນາມ ພ້ອມ​ດ້ວຍ​ຄະ​ນະ ທີ​ເດີນ​ທາງ​ມາ​ຢ້ຽມຢາມ​ ແລະ​ເຮັດ​ວຽກ​ຢູ່ໂຮງ​ຮຽນ​ການ​ເມືອງ ແລະ​ການ​ປົກ​ຄອງ​ແຂວງ​ໄຊ​ຍະ​​ບູ​ລີ ໂດຍ​ໃຫ້​ກຽດ​ຕ້ອນ​ຮັບ ໂດຍ ​ທ່ານ ເພັງ​ນິ​ລັນ ຄຳ​ພັນ​ເພັງ ເລ​ຂາຄະ​ນະ​ບໍ​ລິ​ຫານ​ງານ​ພັກແຂວງ, ປະ​ທານ​ສະ​ພາ​ປະ​ຊາ​ຊົນ ​ແຂວງໄຊຍະບູລີ ໃນ​ພິ​ທີ​ຕ້ອນ​ຮັບ​ນີ້​ໄດ້​ຈັດ​ຂຶ້ນ​ທີ່​ຫ້ອງ​ປະ​ຊຸມ​ນ້ອຍ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນໂຮງຮຽນພັກ ແຂວງກຸ້ຍໂຈ ສປ ຈີນ ເພື່ອແລກປ່ຽນບົດຮຽນ ແລະ ປຶກສາຫາລືແຜນການຮ່ວມມື ດ້ານການກໍ່ສ້າງພະນັກງານ-ສະມາຊິກພັກ

ໃນທ່າມກາງບັນຍາກາດທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ພວມສືບຕໍ່ຜັນຂະຫຍາຍຄູ່ຮ່ວມຊະຕາກຳ ລາວ-ຈີນ ໃຫ້ເຂົ້າສູ່ລວງເລິກຢ່າງແຂງແຮງນັ້ນ, ຢູ່ທີ່ຫ້ອງຮັບແຂກ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ໄດ້ມີພິທີຕ້ອນຮັບ ແລະພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະຄະນະຜູ້ແທນໂຮງຮຽນພັກ ແຂວງກຸ້ຍໂຈ ແຫ່ງ ສປ ຈີນ.          ໃຫ້ກຽດຕ້ອນຮັບ ແລະນຳພາການພົບປະຝ່າຍລາວ ໂດຍ ທ່ານ ປທ…

ຄະນະນໍາແຂວງຊຽງຂວາງ ຢ້ຽມຢາມ ແລະ ພົບປະໂອ້ລົມ ສະມາຄົມນັກສຶກສາແຂວງຊຽງຂວາງ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ໃນຕອນແລງ ຂອງວັນທີ 17 ທັນວາ 2025 ນີ້, ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີພິທີພົບປະຢ້ຽມຢາມ ແລະ ໂອ້ລົມ ຂອງຄະນະນໍາຈາກແຂວງຊຽງຂວາງ ຕໍ່ກັບສະມາຄົມນັກສຶກສາແຂວງຊຽງຂວາງ ທີ່ກຳລັງສຶກສາຄົ້ນຄວ້າຮໍ່າຮຽນຢູ່ສະຖາບັນດັ່ງກ່າວ.          ໃນພິທີອັນມີຄວາມໝາຍ ໄດ້ມີການເຂົ້າຮ່ວມ ຂອງທ່ານ ມົນຕີ ສີອຸດົມ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງຜາໄຊ; ທ່ານ ເພັດສະໝອນ ສຸລິຍະແສງ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງຄູນ; ທ່ານ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ວິທະຍຸໂທລະພາບສູນກາງຈີນ CMG ປະຈຳລາວຮ່ວມຍົກລະດັບການຮຽນຮູ້ຜ່ານທັດສະນະ “ໂລກທັງໃບຄືຄອບຄົວດຽວ” ຜ່ານຮູບເງົາສາລະຄະດີ 8K “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ”

ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະທົ່ວປວງຊົນລາວ ພວມສ້າງຂະບວນການວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ໃນຕອນແລງວັນທີ 15 ທັນວາ 2025 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດພິທີຮັບຊົມຮູບເງົາສາລະຄະດີລະດັບ 8K ເລື່ອງທຳອິດຂອງຈີນ ທີ່ມີຊື່ວ່າ: “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ”. ກິດຈະກຳດັ່ງກ່າວ…