ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດປຶກສາຫາລືການຄົ້ນຄວ້າວິທະຍາສາດ ຫົວຂໍ້: ສະຫຼຸບທິດສະດີ ແລະພຶດຕິກຳ ໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ
ເພື່ອເປັນການຢັ້ງຢືນຜົນສຳເລັດການຊີ້ນໍາ-ນໍາພາຂອງພັກ, ບົດຮຽນອັນດີທີ່ຄວນເສີມຂະຫຍາຍ ແລະບາງບັນຫາທີ່ກົດໜ່ວງທ່ວງດຶງທີ່ຕ້ອງໄດ້ຊອກວິທີແກ້ໄຂ, ສະພາທິດສະດີສູນກາງພັກຈິ່ງໄດ້ແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າຫົວຂໍ້: ການຄົ້ນຄວ້າທິດສະດີ ແລະສະຫຼຸບພຶດຕິກຳໃຫ້ແກ່ການສ້າງປະຖົມປັດໄຈເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ໂດຍເລີ່ມຄົ້ນຄວ້າແຕ່ເດືອນກໍລະກົດປີ 2021 ເປັນຕົ້ນມາ, ມາຮອດເດືອນມີຖຸນາ 2022 ສະພາທິດສະດີສູນກາງພັກຈຶ່ງໄດ້ອອກຂໍ້ຕົກລົງແບ່ງຄວາມຮັບຜິດຊອບໃຫ້ບັນດາຄະນະປະຈຳສະພາທິດສະດີສູນກາງພັກລົງເລິກ ກ່ຽວກັບການປັບປຸງເນື້ອໃນບົດຄົ້ນຄວ້າດັ່ງກ່າວໂດຍມອບຄວາມຮັບຜິດຊອບໃຫ້ແກ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກັບສະຖາບັນວິທະຍາສາດເສດຖະກິດ ແລະສັງຄົມແຫ່ງຊາດ ສົມທົບກັນລົງເລິກການປັບປຸງເນື້ອໃນພາກທິດສະດີ. ດັ່ງນັ້ນ, ໃນວັນທີ 8 ກໍລະກົດ 2022 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈຶ່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງກອງປະຊຸມປຶກສາຫາລື ຫົວຂໍ້ລົງເລິກເຊິ່ງໃຫ້ກຽດເປັນປະທານກອງປະຊຸມໂດຍ: ທ່ານ ຮສ…
