ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສະພາທິດສະດີສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ສະພາທິດສະດີສູນກາງພັກກອມມູນິດ ຫວຽດນາມ
ໃນຕອນເຊົ້າວັນທີ 6 ທັນວາ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກປະຊາຊົນ ປະຕິວັດລາວ ພ້ອມຄະນະ ໄດ້ເປີດກອງປະຊຸມພົບປະ, ແລກປ່ຽນ ຮ່ວມກັບສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ຊຶ່ງນຳໂດຍ ສະຫາຍ ຫງວຽນ ຊວນຖັງ ກຳມະການກົມການເມືອງສູນກາງພັກ ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ປະທານສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະ. ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ລາຍງານພາລະບົດບາດ, ໜ້າທີ່ຂອງຕົນ…
