ຂ່າວຫຼ້າສຸດ

ກອງ​ປະ​ຊຸມກວດ​ກາ​ໜ່ວຍພັກ ໂຮງ​ຮຽນ​ການ​ເມືອງ​ແລະ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ ປະຈຳລາວ ຈັດຕັ້ງການສາຍ ຮູບເງົາ  “ຂ້ອຍ ແລະ ບ້ານເກີດຂອງຂ້ອຍ” ພິທີປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຂັ້ນຕົ້ນ ຮຸ່ນ VII ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ໝ່ວຍພັກ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະແຕ່ງຕັ້ງຫົວໜ້າຂະແໜງ ແລະຮອງຫົວໜ້າຂະແໜງ. ພິທີ​ປິດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງ ລະບົບ 10 ວັນ ໃຫ້ຕາແສງ, ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ.

ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ຈັດກອງປະຊຸມສະຫຼຸບວຽກງານ ປະຈຳປີ 2025 ແລະ ວາງທິດທາງ 2026 ເພື່ອສຸມໃສ່ການຫັນເປັນທັນສະໄໝ

ໃນຕອນເຊົ້າຂອງວັນທີ 24 ມີນາ 2026, ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2025 ແລະ ວາງທິດທາງແຜນການປີ 2026 ຂຶ້ນຢ່າງເປັນທາງການ. ກອງປະຊຸມຄັ້ງນີ້ໃຫ້ກຽດເປັນປະທານໂດຍ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ກໍາມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານ ງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ,…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດປະກາດການຈັດຕັ້ງເພື່ອເພີ່ມທະວີຄວາມເຂັ້ມແຂງດ້ານບຸກຄະລາກອນ ເພື່ອຍົກສູງຄຸນນະພາບການກໍ່ສ້າງພະນັກງານທິດສະດີການເມືອງ

ໃນຕອນເຊົ້າວັນທີ 20 ມີນາ 2026, ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງຂຶ້ນຢ່າງເປັນທາງການ. ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍ: ທ່ານ ປອ ອານຸພາບ ຕຸນາລົມ, ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ. ພ້ອມນີ້, ຍັງມີຄະນະພັກ, ຄະນະນຳ, ພະນັກງານ, ຄູ-ອາຈານ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ການປະກາດການຈັດຕັ້ງໃນຄັ້ງນີ້ ແມ່ນບາດກ້າວສຳຄັນໃນການປັບປຸງ ແລະບູລະນະກົງຈັກການຈັດຕັ້ງຂອງ ສມປຊ ໃຫ້ມີຄວາມໜັກແໜ້ນ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດພິທີປາຖະກະຖາ ເລົ່າມູນເຊື້ອ ວັນສ້າງຕັ້ງພັກ ຄົບຮອບ 71 ປີ ແລະ ວັນນັກຮົບເສຍອົງຄະ ແລະ ເສຍຊີວິດ ຄົບຮອບ 80 ປີ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດພິທີປາຖະກະຖາ ເພື່ອຫວນຄືນມູນເຊື້ອ ແລະລະນຶກເຖິງເຫດການສໍາຄັນທາງດ້ານປະຫວັດສາດ, ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20 ມີນາ 2026 ທີ່ສະໂມສອນໃຫຍ່ ສມປຊ ໂດຍເນື້ອໃນເອກະສານທີ່ນໍາມາເຜີຍແຜ່ ປະກອບມີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (22 ມີນາ 1955 – 22 ມີນາ 2026) ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ…

ສະພາທິດສະດີສູນກາງພັກ ມອບປຶ້ມຄົ້ນຄວ້າທິດສະດີ-ພຶດຕິກຳ ໃຫ້ແກ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ໃນຕອນເຊົ້າຂອງວັນທີ 19 ມີນາ 2026, ຢູ່ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີພິທີ ມອບ-ຮັບ ປຶ້ມການຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ຂອງສະພາທິດສະດີສູນກາງພັກ. ເຫດການດັ່ງກ່າວ, ເປັນຂີດໝາຍສຳຄັນໃນການເພີ່ມທະວີແຫຼ່ງຂໍ້ມູນທາງດ້ານທິດສະດີ, ວິທະຍາສາດການເມືອງ ແລະພຶດຕິກຳແຫ່ງການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ໃຫ້ແກ່ສະຖາບັນການສຶກສາຊັ້ນສູງຂອງພັກ. ພິທີທີ່ມີຄວາມໝາຍຄວາມສຳຄັນນີ້ ໄດ້ຮັບກຽດກ່າວມອບໂດຍ ທ່ານ ປອ ຄຳມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງຫົວໜ້າສະພາທິດສະດີສູນກາງພັກ ແລະໃຫ້ກຽດກ່າວຮັບໂດຍ…

ຂ່າວອື່ນໆ