ໜ່ວຍພັກຮາກຖານ ກົມຈັດຕັ້ງ-ພະນັກງານ ແລະກົມກວດກາ ເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ
ໜ່ວຍພັກຮາກຖານກົມຈັດຕັ້ງ-ພະນັກງານ ແລະກົມກວດກາຈັດພິທີເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນຢູ່ທີ່ຫ້ອງປະຊຸມຂອງສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ຊັ້ນ 5 ໃນຕອນແລງວັນທີ 30 ພຶດສະພາ, ໂດຍການເປັນປະທານ ຂອງສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ໃນພິທີດັ່ງກ່າວ ສະຫາຍ ວິໄລສິດ ພິມພັກດີ ຫົວໜ້າພະແນກພັກ-ປ້ອງກັນພັກ ຜ່ານຂໍ້ຕົກລົງວ່າດ້ວຍການເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ ໃຫ້ສະຫາຍ ນ. ນາດຕະຍາ ແກ້ວຄູນນະລາດ, ຊຶ່ງສະຫາຍໄດ້ເຂົ້າສຳຮອງຊຶ່ງເປັນໄລຍະເວລາທີ່ຜູ້ກຽ່ວໄດ້ຜ່ານການຝຶກຝົນຫຼໍ່ຫຼອມ ແລະທົດສອບໃນຂະບວນການວຽກງານຕົວຈິງ,…